ມວນຊົນຊາວເມືອງປາກກະດິງ ເກືອບ 600 ຄົນ ຍ່າງເພື່ອສຸຂະພາບ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຢ່າງຟົດຟື້ນ
ມວນຊົນຊາວເມືອງປາກກະດິງ ແຂວງບໍລິຄຳໄຊ ຈໍານວນ 591 ຄົນ, ຍິງ 338 ຄົນ ທີ່ເປັນພະນັກງານ, ທະຫານ-ຕຳຫຼວດ, ຄູອາຈານ, ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່ແມ່ປະຊາຊົນ ຮ່ວມກັນຍ່າງອອກກຳລັງກາຍເພື່ອສຸຂະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ຢ່າງເປັນຂະບວນການຟົດຟື້ນ ແລະ ເບີກບານມ່ວນຊື່ນ.
ກິດຈະກຳຍ່າງເພື່ອສຸຂະພາບດັ່ງກ່າວ ໄດ້ຈັດຂຶ້ນເມື່ອວັນທີ 3 ຕຸລາ 2023 ທີ່ສະໜາມກິລາ ໂຮງຮຽນ ມ.ຕົ້ນ ໂພນສີ ເທດສະບານເມືອງປາກກະດິງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູເຂົາເງິນ ອິນທະວົງ ກໍາມະການພັກແຂວງ, ເລຂາພັກເມືອງປາກກະດິງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກສ-ປກຊ, ຄະນະອຳນວຍການ, ພະນັກງານ-ລັດຖະກອນ, ຄູອາຈານ, ນ້ອງນັກຮຽນ-ນັກສຶກສາ ຕະຫຼອດຮອດມວນຊົນຊາວເມືອງປາກກະດິງ ເກືອບ 600 ຄົນ ຢ່າງຟົດຟື້ນ.
ໃນພິທີ, ທ່ານ ບຸນເພັງ ເພີນຈິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ ໄດ້ລາຍງານໃຫ້ຮູ້ວ່າ: ອີງຕາມແຜນຍຸດທະສາດການພັດທະນາວຽກງານກິລາ-ກາຍະກຳມວນຊົນ ປະຈຳປີ 2023, ອີງຕາມ ແຜນການເຄື່ອນໄຫວຂອງໜ່ວຍງານກິລາ-ກາຍະກຳ ປະຈຳປີ 2023 ກໍຄືແຜນການຂອງຫ້ອງສຶກສາທິການ ແລະ ກິລາເມືອງ ວາງອອກ ແລະ ອີງຕາມຂໍ້ຕົກລົງຂອງຫົວໜ້າສຶກສາທິການ ແລະ ກິລາເມືອງ ເລກທີ 478 /ສກມ ລົງວັນທີ 02 ຕຸລາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ, ຈັດກິດຈໍາຍ່າງເພື່ອສຸຂະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຢ່າງເປັນຂະບວນການຟົດຟື້ນ ແລະ ໃຫ້ມີຄວາມໝາຍຢ່າງເລິກເຊິ່ງ ໃນມື້ນີ້ ທາງເມືອງປາກກະດິງພວກເຮົາ ຈຶ່ງໄດ້ກິດຈະກຳການຍ່າງອອກກຳລັງກາຍເພື່ອສຸຂະພາບ ແນໃສ່ເຮັດໃຫ້ມວນຊົນຊາວເມືອງປາກກະດິງ ໄດ້ຮ່ວມກັນອອກກຳລັງກາຍ ໃຫ້ມີສຸຂະພາບທີ່ດີ ແລະ ແຂງແຮງ ຮັດແໜ້ນຄວາມສາມັກຄີ ແລະ ຄວາມເບີກບານມ່ວນຊື່ນ.
ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ ກ່າວຕື່ມອີກວ່າ: ໃນປັດຈຸບັນຢູ່ເມືອງປາກກະດິງ ນອກຈາກຈະມີຄວາມເບີກບານມ່ວນຊື່ນກັບກິດຈະກຳຕ່າງໆແລ້ວ ພວກເຮົາຍັງໄດ້ສືບຕໍ່ເຄື່ອນໄຫວ ແລະ ກຽມຈັດການແຂ່ງຂັນບັນດາກິລາຕ່າງໆອີກດ້ວຍ ເພື່ອເປັນການກຽມຄວາມພ້ອມຄັດເລືອກນັກກິລາໃນຮຸ່ນນັກຮຽນ ຜູ້ທີ່ມີພອນສະຫວັນດີເດັ່ນ ເພື່ອສົ່ງເຂົ້າຮ່ວມງານແຂ່ງຂັນກິລາລະດັບແຂວງ ແລະ ລະດັບຊາດ ເປັນຕົ້ນແມ່ນງານກິລານັກຮຽນທົວແຂວງ ທີ່ເມືອງວຽງທອງ ເປັນເຈົ້າພາບ ແລະ ງານມະຫະກຳກິລານັກຮຽນມັັດທະຍົມສຶກສາທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນ ເປັນເຈົ້າພາບ ໃນປີ 2024.
ພາບ-ຂ່າວ: ສກມ ປາກກະດິງ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



