Skip to main content

ຍ່າງເພື່ອສຸຂະພາບ ສະຫຼອງວັນຄຸມກໍາເນີດສາກົນ

12/10/2023

ກະຊວງສາທາລະນະສຸກ ຈັດກິດຈະກຳຍ່າງເພື່ອສຸຂະພາບ ເພື່ອສະເຫຼີມສະຫຼອງວັນຄຸມກໍາເນີດສາກົນ ໃນຕອນເຊົ້າວັນທີ 7 ຕຸລາ 2023 ທີ່ບຶງທາດຫຼວງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ປອ.ດຣ ບູນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ດຣ ບັກທີຢໍ ຄາດີໂຣບ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ພ້ອມດ້ວຍຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ ບັນດາສູນ ອ້ອມຂ້າງກະຊວງສາທາລະນະສຸກ, ພະແນກສາທາລະນະສຸກ, ພະແນກການອ້ອມຂ້າງນະຄອນຫຼວງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າຫຼວງຫຼາຍ.

ວັນຄຸມກໍາເນີດສາກົນ ຖືວ່າເປັນມື້ໜຶ່ງ ທີ່ມີຄວາມໝາຍສຳຄັນຍິ່ງ ທີ່ພວກເຮົາ ໄດ້ມາພົບກັນຢູ່ໃນສະຖານທີ່ແຫ່ງນີ້ ເພື່ອພ້ອມກັນສະເຫຼີມສະຫຼອງວັນຄຸມກໍາເນີດ ຫຼື ວັນວາງແຜນຄອບຄົວໂລກ (World Contraceptive Day) ຊຶ່ງທຸກໆວັນທີ 26 ກັນຍາ ຂອງທຸກໆປີ ແມ່ນຄົນທັງໂລກ ຈະໄດ້ພາກັນສະເຫຼີມສະຫຼອງ ເພື່ອເປັນການປຸກລະດົມ ສ້າງຂະບວນການ ໃຫ້ຄວາມຮູ້ທີ່ກ່ຽວກັບການວາງແຜນຄອບຄົວ ໃຫ້ແມ່ຍິງ, ຜູ້ຊາຍທຸກຄົນ ໃນໄວຈະເລີນພັນ ສາມາດເຂົ້າເຖິງວິທີການວາງແຜນຄອບຄົວ ໄດ້ຮູ້ເຖິງທາງເລືອກຂອງການວາງແຜນຄອບຄົວ ເພື່ອເຮັດເຂົາເຈົ້າ ສາມາດຫຼຸດຜ່ອນອອກຈາກຄວາມສ່ຽງ, ຄວາມທຸກຍາກ ແລະ ລູກເກີດມາ ມີສຸຂະພາບແຂງແຮງດີ, ເຮັດໃຫ້ໄວໝຸ່ມ ສາມາດເລືອກໄດ້ຢ່າງຈະແຈ້ງ ກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງເຂົາເຈົ້າ ຊຶ່ງວັນດັ່ງກ່າວນີ້ ແມ່ນເລີ່ມຕົ້ນແຕ່ປີ 2007 ເປັນຕົ້ນມາ ຈົນມາຮອດປີນີ້ ຖືວ່າຄົບຮອບ 16 ປີ ແລ້ວ, ລັດຖະບານ ສປປ ລາວ ແມ່ນໄດ້ມີຄວາມພະຍາຍາມ ເພື່ອເຮັດໃຫ້ວຽກງານວາງແຜນຄອບຄົວ ສາມາດເຂົ້າໄປເຖິງໄວໜຸ່ມ-ໄວຈະເລີນພັນ ເພື່ອປັບປຸງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທິຂອງພວກເຂົາເຈົ້າ ໂດຍແຕ່ລະປີ ລັດຖະບານ ໄດ້ມີການສົມທົບທຶນ ຮ່ວມກັບ ອົງການ UNFPA ເພື່ອຈັດຊື້ຢາຄຸມກຳເນີດຫຼາຍຊະນິດ ເຊັ່ນ: ຢາຄຸມກຳເນີດແບບເມັດ, ຢາສັກຄຸມກຳເນີດ, ຫ່ວງອະນາໄມ, ເຂັມຝັງຄຸມກຳເນີດ ແລະ ຖົງຢາງອະນາໄມ ເພື່ອມາແຈກຈ່າຍ ໃຫ້ກັບປະຊາຊົນບັນດາເຜົ່າ ທີ່ຢູ່ໃນຕົວເມືອງ ແລະ ເຂດຫ່າງໄກສອກຫຼີກ ກຸ່ມເປົ້າໝາຍ ໄດ້ເຂົ້າໄປໃຊ້ບໍລິການ ໂດຍບໍ່ເສຍຄ່າ, ໄດ້ມີການສ້າງຄວາມເຂັ້ມແຂງ ໃຫ້ກັບຕາໜ່າງການບໍລິການວາງແຜນຄອບຄົວ ໃຫ້ລົງໄປຮອດເຂດທ້ອງຖີ່ນຫ່າງໄກສອກຫຼີກໃນຂັ້ນສຸກສາລາ ແລະ ຂັ້ນບ້ານ ໂດຍມີອາສາສະໝັກສາທາລະນະສຸກຂັ້ນບ້ານ ເປັນຜູ້ແນະນຳ ກຸ່ມເປົ້າໝາຍ ໃຫ້ໄດ້ເຂົ້າເຖິງການບໍລິການຢ່າງທົ່ວເຖິງ ພ້ອມນັ້ນ ກໍໄດ້ມີການປະສານສົມທົບກັບຫຼາຍຂະແໜງການ ເພື່ອເປັນການປະສານງານ ແລະ ເຊື່ອມສານເຂົ້າໄປໃນທຸກຂົງເຂດ ເຊັ່ນ: ອົງການຈັດຕັ້ງຂອງສະພັນແມ່ຍິງ, ຊາວໜຸ່ມ, ກຳມະບານ, ສະມາຄົມວາງແຜນຄອບຄົວ ແລະ ກະຊວງອື່ນໆ ອ້ອມຂ້າງກະຊວງສາທາລະນະສຸກ.

ຈາກການຈັດຕັ້ງປະຕິບັດຄືດັ່ງກ່າວ ໄດ້ເຮັດໃຫ້ສຸຂະພາບຂອງຜູ້ເປັນ ແມ່ ແລະ ເດັກໄດ້ມີການພັດທະນາທີ່ດີຂຶ້ນ ເຊັ່ນ: ການຖືພາ ມີໄລຍະຫ່າງອອກ ເຮັດໃຫ້ແມ່ມີສຸຂະພາບດີ ມີເວລາເອົາໃຈໃສ່ໃນການລ້ຽງດູລູກ ໄດ້ຢ່າງເຕັມທີ່, 3 ປີໃດ ມີລູກຄົນໝຶ່ງ ຊຶ່ງເຮົາສາມາດເວົ້າໄດ້ວ່າ ການວາງແຜນຄອບຄົວ ບໍ່ແມ່ນການຢັບຢັ້ງການເກີດ, ແມ່ທຸກຄົນສາມາດເອົາລູກໄດ້ ຕາມໃຈມັກ ຂຶ້ນກັບຄວາມສາມາດໃນການລ້ຽງດູ ເສດຖະກິດຄອບຄົວ ມີຄວາມພ້ອມ. ເພື່ອເປັນການຢືນຢັນຄືນຕໍ່ຄຳໝັ້ນສັນຍາ ຕໍ່ກັບກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD) ໃນປີ 2019, ລັດຖະບານແຫ່ງ ສປປ ລາວ ຈະໄດ້ເຂົ້າຮ່ວມກອງປະຊຸມດ້ານປະຊາກອນ ໃນຂົງເຂດອາຊີ ແລະ ປາຊີຟິກ ຄັ້ງທີ VII ໃນເດືອນພະຈິກ ປີ 2023 ນີ້ ເພື່ອທີ່ຈະຢຸດຕິຄວາມຕ້ອງການທີ່ບໍ່ຖືກຕອບສະໜອງ ໃນການວາງແຜນຄອບຄົວ ແລະ ສືບຕໍ່ ສົ່ງເສີມທາງເລືອກ ເພື່ອໃຫ້ແມ່ຍິງ ສາມາດຕັດສິນໃຈ ແລະ ມີຄວາມເອກະລາດ ຕໍ່ຮ່າງກາຍ ແລະ ສຸຂະພາບຂອງເຂົາເຈົ້າ.ຜູ້ທີ່ເຂົ້າຮ່ວມໃນຂະບວນການຍ່າງເພື່ອສຸຂະພາບ ມື້ນີ້ຈະເປັນຜູ້ໜຶ່ງ ທີ່ຈະຕ້ອງໄດ້ພ້ອມກັນ ເພື່ອໂຄສະນາປະຊາສຳພັນ ໃຫ້ກຸ່ມປະຊາກອນ ໄວຈະເລີນພັນ ທັງຍິງ ແລະ ຊາຍ ໃນ ສປປ ລາວ ຕ້ອງເຂົ້າເຖິງການບໍລິການ ວາງແຜນຄອບຄົວ ຢ່າງທົ່ວເຖິງ ເຮັດໃຫ້ສຸຂະພາບແມ່ ແລະ ເດັກ ລວມທັງໂພຊະນາການ ພັດທະນາດີຂຶ້ນ, ອັດຕາການເຈັບເປັນ ແລະ ການຕາຍນັບມື້ ນັບຫຼຸດລົງ, ແລະ ອາຍຸຍືນສະເລ່ຍ ກໍ່ນັບມື້ ນັບເພີ່ມຂຶ້ນ.

 

ພາບ-ຂ່າວ: ສູນຂ່າວສານການແພດສຸຂະສຶກສາ