ຟີຟາ ເດ: ທີມຊາດໄທ ຖືກ ຈໍເຈຍ ຖະຫຼົ່ມ 8-0
ທີມຊາດໄທ ເຊິ່ງເປັນທີມແຖວໜ້າຂອງອາຊຽນ ຍົກທີມໄປຢາມຢູໂຣບ ຖືກ ທີມຊາດ ຈໍເຈຍ ຖະຫຼົ່ມແບບຂາດຮອຍ 8-0 ໃນເກມມິດຕະພາບ ອຸ່ນເຄື່ອງ ຟີຟາເດ ຄືນວັນພະຫັດທີ່ຜ່ານມາ.
ທີມຊາດ ຈໍເຈຍ, ອັນດັບ 79 ຂອງໂລກ ເປີດບ້ານພົບ ທີມຊາດໄທ ອັນດັບ 112 ຂອງໂລກ ໂດຍພຽງເຄິ່ງເວລາທຳອິດ ຈໍເຈຍ ກໍຖະຫຼົ່ມໃສ່ທີມຊາດໄທແບບບໍ່ເກງໃຈ ເຖິງ 6 ປະຕູຕໍ່ 0. ແລະ ໃນເຄິ່ງເວລາຫຼັງ ກໍມາຍິງໄດ້ອີກ 2 ປະຕູ ຂະນະທີ່ ທີມຊາດໄທ ທັບໄຂ່ບໍ່ແຕກແມ່ນແຕ່ໜ່ວຍດຽວ. ຜົນຂອງເກມນັດນີ້ ຍັງເປັນການທຸບສະຖິຕິໃໝ່ຂອງທີມຊາດ ຈໍເຈຍ ທີ່ຊະນະຄູ່ຕໍ່ສູ້ໄດ້ຫຼາຍປະຕູທີ່ສຸດເປັນຄັ້ງທຳອິດຂອງຕົນ.
*ນອກຈາກນີ້ ຍັງມີຜົນຄູ່ອື່ນໆໃນຫຼາຍພາກພື້ນອີກດັ່ງນີ້:
– ຢູເອອີ – ຄູເວດ 1-0;
– ບາເຣນ -ເຄີຄິສຖານ 2-0;
– ມອນເຕເນໂກຣ -ເລບານອນ 3-2;
– ອີຢິບ – ແຊມເບຍ 1-0;
– ຣັດເຊຍ – ຄາເມີຣູນ 1-0;
– ສະວີເດນ – ມອນໂດວາ 3-1.