ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ຢ້ຽມຊົມສະໜາມກິລາເຈົ້າອານຸວົງ ແລະ ສູນກິລາບູໂດ
ທ່ານ ນາງ ຄາມິກາວະ ໂຢໂກະ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ຢ້ຽມຊົມສະໜາມກິລາເຈົ້າອານຸວົງ ແລະ ສູນບູໂດ ເຊັນເຕີ້ ໃນຕອນເຊົ້າວັນທີ 12 ຕຸລາ 2023 ໂດຍໄດ້ຮັບການຕ້ອນຮັບ ແລະ ນຳພາຢ້ຽມຊົມຈາກ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສົມພູ ພົງສາ ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ.
ເປັນກຽດເຂົ້າຮ່ວມຕິດຕາມຄະນະຍັງມີ ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ອິໂຕ ໂນຣິຢູກິ ຮອງຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ພ້ອມດ້ວຍບັນດາທ່ານຫົວໜ້າກົມ, ຮອງກົມ ແລະ ຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງ.
ຈຸດປະສົງຂອງການຢ້ຽມຊົມສະໜາມກິລາເຈົ້າອານຸວົງ ແມ່ນເພື່ອເບິ່ງສະພາບໂດຍລວມຂອງສະໜາມກິລາ ລວມທັງການຄຸ້ມຄອງ ແລະ ການນຳໃຊ້ສະໜາມກິລາຕົວຈິງ ເພື່ອເປັນຂໍ້ມູຸນໃນການສືບຕໍ່ຂໍການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມກິລາເຈົ້າອານຸວົງ ໃນຕໍ່ໜ້າ ທັງນີ້ກໍເພື່ອແນໃສ່ພັດທະນາ, ສົ່ງເສີມໃຫ້ນັກກິລາຄົນພິການ ແລະ ບໍ່ພິການຂອງລາວ ໃຫ້ມີການພັດທະນາທີ່ດີຂຶ້ນ.
ທັງນີ້ເນື່ອງຈາກສະໜາມກິລາເຈົ້າອານຸວົງ ຍັງເປັນຈຸດລວມຂອງມວນຊົນ ໃນການອອກກໍາລັງກາຍ ແລະ ຫຼິ້ນກິລາອີກດ້ວຍ. ຫຼັງຈາກຢ້ຽມຊົມສະໜາມກິລາເຈົ້າອານຸວົງແລ້ວ ຄະນະຜູ້ແທນ ຈາກປະເທດຍີ່ປຸ່ນ ກໍ່ໄດ້ຢ້ຽມຊົມສູນກິລາບູໂດ ເພື່ອຊົມການຝຶກຊ້ອມ ແລະ ລີລາການຕໍ່ສູ້ຂອງນັກກິລາຢູໂດລາວ ຊຶ່ງກິລາຢູໂດ ກໍເປັນກິລາປະຈຳຊາດຂອງປະເທດຍີ່ປຸ່ນ ອີກດ້ວຍ.
#ໂດຍ: ບີ້ ລັດດາວັນ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
