ເຕະບານ ມິດຕະພາບນັດພິເສດ ເພື່ອຊົມເຊີຍວັນຄູແຫ່ງຊາດ ລະຫວ່າງ ວີໄອພີສຳນັກກະຊວງ ແລະ ກພສ
ເມື່ອບໍ່ດົນມານີ້, ທີມບານເຕະວີໄອພີ ສຳນັກກະຊວງສຶກສາທິການ ແລະ ກິລາ ແລະ ທີມບານເຕະ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ (ກພສ), ວິທະຍາໄລສິລະປະສຶກສາ ແລະ ວິທະຍາໄລພະລະສຶກສາ ພ້ອມກັນຈັດບັນດາກິດຈະກຳແຂ່ງຂັນກິລາເຕະບານ ນັດພິເສດ ມິດຕະພາບ ເພື່ອສ້າງຂະບວນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023 ຕິດພັນກັບວາລະແຫ່ງຊາດ ແລະ ແນໃສ່ສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ໃຫ້ຄວາມໝາຍເລິກເຊິ່ງ ແລະ ເປັນຂະບວນການຟົດຟື້ນ.
ໃຫ້ກຽດເຂົ້າຮ່ວມໃນກິດຈະກຳຄັ້ງນີ້ ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ ຕະຫຼອດຮອດ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມຢ່າງຄືກຄື້ນ.
ການແຂ່ງຂັນເຕະບານ ນັດພິເສດດັ່ງກ່າວ ຈັດຂຶ້ນ ທີ່ສະໜາມບານເຕະຫຍ້າແທ້ ຂອງວິທະຍາໄລພະລະສຶກສາ ເຂດບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ສ່ວນຜົນການແຂ່ງຂັນ ລະຫວ່າງທີມສຳນັກ ສສກ ພົບກັບ ທີມປະສົມ ກພສ ຮ່ວມກັບ ວິທະຍາໄລສິລະປະສຶກສາ ແລະ ວິທະຍາໄລພະລະສຶກສາ ປະກົດວ່າ ທີມກພສ ຮ່ວມກັບ ວິທະຍາໄລສິລະປະສຶກສາ ແລະ ວິທະຍາໄລພະລະສຶກສາ ເປັນຝ່າຍເອົາຊະນະ ທີມສຳນັກ ສສກ ໄປແບບສຸດມ່ວນ 4 ປະຕູຕໍ່ 2.
ຂ່າວໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ


