Skip to main content

ເມືອງຫົງສາ ຈັດງານປະກວດທິດາເຮືອຊ່ວງ ປະຈຳປີ 2023

24/10/2023

ເມືອງຫົງ ແຂວງໄຊຍະບູລີ ໄດ້ຈັດງານປະກວດທິດາເຮືອຊ່ວງ ປະຈຳປີ 2023 ແລະ ການສະແດງສິລະປະ-ວັນນະຄະດີ ເພື່ອເປັນການອານຸລັກຮັກສາ ຊຸກຍູ້ສົ່ງເສີມ ວັດທະນະທຳ-ຮີດຄອງປະເພນີ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໃຫ້ມີຄວາມໝັ້ນຄົງ ທັງເປັນການໂຄສະນາ ເພື່ອດຶງດູດນັກທ່ອງທ່ຽວ ໃນຕອນຄໍ່າວັນທີ 20 ຕຸລາ 2023 ຢູ່ຜາມໄຊທ່າເຮືອຊ່ວງ ບ້ານສີບຸນເຮືອງ ໂດຍມີ ທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ພ້ອມດ້ວຍມີການນໍາຂອງເມືອງ, ແຂກຖືກເຊີນ, ນັກທຸລະກິດຜູ້ປະກອບການ, ມວນຊົນ ເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.


ໃນພິທີ, ທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງ, ປະທານຈັດງານ ໄດ້ກ່າວເປີດງານຢ່າງເປັນທາງການວ່າ: ການຈັດງານປະກວດທິດາເຮືອຊ່ວງ ແລະ ການສະແດງສິລະປະ-ວັນນະຄະດີໃນຄັ້ງນີ້ ມີນ້ອງນາງສາວເຂົ້າມາປະກວດທັງໝົດ 18 ນ້ອງ ມາຈາກ 13 ບ້ານເທດສະບານ ແລະ ລາຍການສະແດງສິລະປະ-ວັນນະຄະດີ 5 ຄະນະ 5 ລາຍການ ພ້ອມນີ້ຍັງມີນັກຮ້ອງຮັບເຊີນຈາກນະຄອນຫຼວງວຽງຈັນ ມາສ້າງຄວາມເບີກບານມ່ວນຊື່ນໃນງານຕື່ມອີກ.

ຜ່ານການປະກວດທິດາເຮືອຊ່ວງ ຜົນປະກົດວ່າ ອັນດັບທີ 1 ນາງ ຕາມົນ ພົງສະຫວັດ ຈາກບ້ານນາແກ່ນຄໍາ ໄດ້ລາງວັນມຸງກຸດ 1 ໜ່ວຍ ມູນຄ່າ 750.000 ກີບ ພ້ອມເງິນສົດ 3 ລ້ານກີບ ແລະ ສາຍສະພາຍ 1 ເສັ້ນ, ອັນດັບທີ 2 ນາງ ນັດລືດີ ສີພະຈັນ ຈາກບ້ານຈອມແຈ້ງ ໄດ້ລາງວັນເງິນສົດ 2,5 ລ້ານກີບ ພ້ອມສາຍສະພາຍ 1 ເສັ້ນ, ອັນດັບທີ 3 ນາງ ເບບີ ຕະວະ ຈາກບ້ານໂພນຈັນ ໄດ້ລາງວັນເງິນສົດ 2 ລ້ານກີບ ພ້ອມສາຍສະພາຍ 1 ເສັ້ນ, ລາງວັນທິດາຂວັນໃຈມະຫາຊົນ ນາງ ມຸກດາວັນ ຈັນທະວອນ ຈາກບ້ານວຽງແກ້ວ ໄດ້ຮັບເງິນສົດ 1 ລ້ານກີບ ພ້ອມສາຍສະພາຍ 1 ເສັ້ນ, ລາງວັນນາງທິດາມິດຕະພາບ ນາງ ກ້ວຍ ທະນະລັງສີ ຈາກບ້ານສີບຸນເຮືອງ ແລະ ລາງວັນຊົມເຊີຍ 15 ນ້ອງ.

ຂ່າວ-ພາບ: ບຸນປອນ