ແມນ ຊິຕີ້ ບຸກໄປຖະຫຼົ່ມ ຢັງ ບອຍ ເຖິງຖິ່ນ 3-1 ຢູຟາ ແຊ໋ມປ້ຽນລີກ

“ເອີລິງ ຮາແລນ”, ສູນໜ້າອັນຕະລາຍ, ຍິງສອງປະຕູ ພາ ແມນເຊັສເຕີ ຊີຕີ້ ຍອດທີມຈາກເກາະອັງກິດ ບຸກໄປຖະຫຼົ່ມ ຢັງ ບອຍ 3 ປະຕູຕໍ່ 1 ເຖິງຖິ່ນສະວິດເຊີແລນ ໃນເກມ ຢູຟາ ແຊ໋ມປ້ຽນລີກ ຮອບແບງກຸ່ມ ກຸ່ມຈີ ຄືນວານນີ້ 25 ຕຸລາ.
ແມນເຊັສເຕີ ຊີຕີ້ ໄດ້ປະຕູຂຶ້ນນຳ ໃນເຄິ່ງເວລາທີສອງ ນາທີ 48 ຈາກມານູເອວ ອາຄັນຈີ ແຕ່ 4 ນາທີຕໍ່ມາ, ກາຍເປັນເຈົ້າຖິ່ນ ຢັງ ບອຍ ທີ່ນຳຕີສະເໝີມາໄດ້ ເປັນ 1-1 ໃນນາທີໆ 52 ຈາກ ເມສຊັກ ອີເລຍ. ແຕ່ ເອີລິງ ຮາແລນ, ດາວເຕະທີມຊາດນໍເວ ຈະໄດ້ຍິງລູກໂທດເປນານຕີ ໃນນາທີໆ 67 ໃຫ້ ແມນ ຊີຕີ້ ໜີອອກໄປເປັນ 2-1 ແລະ ຍັງເປັນ ຮາແລນ ມາຍິງປະຕູທີສອງຂອງໂຕເອງ ແລະ ເປັນປະຕູ 3-1 ໃຫ້ ແມນ ຊີຕີ້ ໃນນາທີໆ 86 ກ່ອນເກມຈະຈົບລົງດ້ວຍຜົນດັ່ງກ່າວ ແລະ ເກັບໄຊໄດ້ 3 ນັດລຽນຕິດ ມີ 9 ຄະແນນ ນຳເປັນຈ່າຝູງຂອງກຸ່ມຈີຕໍ່ໄປ ຂະນະທີ່ຜົນອີກ ໜຶ່ງຄູ່ໃນກຸ່ມດຽວກັນ ປະກົດວ່າ ອາເບ ເລບຊິກ ຈາກເຢຍລະມັນ ເປີດບ້ານຖະຫຼົ່ມ ຊາຣາເວນາ ຊາເວດດາ ຈາກເຊີເບຍ ຂາດຮອຍ 3-1.
ສຳລັບຜົນການແຂງຂັນກັນອີກຫຼາຍຄູ່ ແລະ ຫຼາຍກຸ່ມ ໃນມື້ດຽວກັນ ມີດັ່ງນີ້:
* ປາຣີ ແຊງແຊກແມງ (ຝຣັ່ງ) 3-0 ເອຊີ ມິລານ (ອິຕາລີ);
* ນິວຄາສເຊິນ (ອັງກິດ) 0-1 ດ໋ອດມຸນ (ເຢຍລະມັນ);
* ເຊວຕິກ (ສະກ໋ອດແລນ) 2-2 ແອດ.ມາດຣິດ (ສະເປນ);
* ແອນເວີບ (ເບວຢ້ຽມ) 1-4 ລາຊີໂອ;
* ເຟເຢນູດ (ຮອນແລນ) 3-1 ລາຊີໂອ;
* ບາເຊໂລນາ 2-1 ຊັດຕາ ໂດເນສ
ໂດຍ ຟຣີຄິກ