Skip to main content

ເມືອງຫົງສາ ຈັດງານແຂ່ງຂັນຊ່ວງເຮືອປະຈຳປີ 2023 ຢ່າງຄຶກຄັກມ່ວນຊື່ນ

26/10/2023

ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນຊ່ວງເຮືອ ປະເພດ 15 ສີພາຍຍິງ-ຊາຍ ເພື່ອເປັນການອະນຸລັກຮັກສາ, ສືບສານຮີດ 12 ຄອງ 14 ປະເພນີລາວ ທັງເປັນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າພາຍໃນເມືອງ ແລະ ເປັນການປະກອບສ່ວນຢ່າງແຂງແຮງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນລະຫວ່າງວັນທີ 21-22 ຕຸລາ 2023 ທີ່ຜາມໄຊ ທ່ານ້ຳແກນ ເມືອງຫົງສາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ປະທານສະພາປະຊາຊົນແຂວງໄຊຍະບູລີ, ທ່ານ ນາງ ບຸນໄທ ສິດທະວົງ ພັນລະຍາຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ ແລະ ທ່ານ ຄຳຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ພ້ອມດ້ວຍ ການນຳຂອງແຂວງ, ເມືອງ, ສະມາຊິກສະພາປະຊາຊົນແຂວງ, ບັນດາເຈົ້າເມືອງ-ຮອງເຈົ້າເມືອງ ພາຍໃນແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງອ້ອມຂ້າງ ຕະຫຼອດຮອດນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ອົງການປົກຄອງບ້ານຕະຫຼອດຮອດສີພາຍ ພ້ອມດ້ວຍມວນຊົນຊາວເມືອງຫົງສາ ເຂົ້າຮ່ວມຢ່າງຫຼວງຫຼາຍ.


ໂອກາດນີ້, ທ່ານ ຄຳຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ ກ່າວວ່າ: ການຈັດງານບຸນຊ່ວງເຮືອຄັ້ງນີ້ ກໍເພື່ອເປັນການສືບສານວັດທະນະທຳ, ອະນຸລັກຮັກສາ, ປະເພນີອັນດີງາມຂອງຊາດ ກໍຄືຂອງທ້ອງຖິ່ນ, ສ່ອງແສງໃຫ້ເຫັນເຖິງພື້ນຖານການສົ່ງເສີມ ແລະ ອະນຸລັກດ້ານວັດທະນະທຳ, ອະລິຍະທຳ, ຮີດຄອງປະເພນີຂອງຄົນລາວມາແຕ່ກ່ອນ ເວົ້າລວມ, ເວົ້າສະເພາະແມ່ນຊາວເມືອງຫົງສາ ທັງເປັນການກະຕຸກຊຸກຍູ້ບັນຍາກາດຂອງການແລກປ່ຽນຊື້-ຂາຍ, ຈໍລະຈອນສິນຄ້າໃຫ້ມີບັນຍາກາດຟົດຟື້ນ ແລະ ດຶງດູດການທ່ອງທ່ຽວພາຍໃນເມືອງ ໃຫ້ນັບມີດີຂຶ້ນເລື້ອຍໆ ເພື່ອແກ້ໄຂຄວາມຫຍຸ້ງຍາກສະພາບເສດຖະກິດ. ງານບຸນຊ່ວງເຮືອປີນີ້ ແມ່ນໄດ້ກຳນົດເອົາສີພາຍເຮືອຊ່ວງເພດຊາຍ 14 ລໍາ ແລະ ເຮືອເພດຍິງ 13 ລໍາ.

ຜ່ານການແຂ່ງຂັນຜົນປະກົດວ່າ: ເຮືອເພດຍິງ ຊະນະເລີດ ເຮືອບ້ານໂພນໄຊ ໄດ້ຮັບຂັນເງິນ ນໍ້າໜັກ 1 ກິໂລ 1 ໜ່ວຍ ມູນຄ່າ 25 ລ້ານກີບ ພ້ອມເງິນສົດ 9 ລ້ານກີບ, ອັນດັບທີ 2 ເຮືອບ້ານວຽງແກ້ວ ໄດ້ຮັບຂັນເງິນ ນໍ້າໜັກ 0,5 ກິໂລ 1 ໜ່ວຍ ມູນຄ່າ 15,6 ລ້ານກີບ ພ້ອມເງິນສົດ 8 ລ້ານກີບ, ອັນດັບທີ 3 ເຮືອບ້ານໂພນສູງ ໄດ້ຮັບເງິນສົດ 7 ລ້ານກີບ, ອັນດັບທີ 4 ເຮືອບ້ານນາປຸ່ງ ໄດ້ຮັບເງິນສົດ 6,5 ລ້ານກີບ ແລະ ລາງວັນຊົມເຊີຍໃຫ້ເຮືອທີ່ຕົກຮອບຕາມລໍາດັບ. ສ່ວນເຮືອເພດຊາຍ ຊະນະເລີດ ເຮືອບ້ານໂພນໄຊ ໄດ້ຮັບຂັນເງິນ ນໍ້າໜັກ 1 ກິໂລ 1 ໜ່ວຍ ມູນຄ່າ 25 ລ້ານກີບ ພ້ອມເງິນສົດ 9 ລ້ານກີບ, ອັນດັບທີ 2 ເຮືອບ້ານທ່າຊວ່າງ ໄດ້ຮັບຂັນເງິນ ນໍ້າໜັກ 0,5 ກິໂລ 1 ໜ່ວຍ ມູນຄ່າ 15,6 ລ້ານ ກີບ ພ້ອມເງິນສົດ 8 ລ້ານກີບ, ອັນດັບທີ 3 ເຮືອບ້ານສີມຸງຄຸນ ໄດ້ຮັບເງິນສົດ 7 ລ້ານກີບ, ອັນດັບທີ 4 ເຮືອບ້ານນາແກ່ນຄໍາ ໄດ້ຮັບເງິນສົດ 6,5 ລ້ານກີບ ແລະ ລາງວັນຊົມເຊີຍໃຫ້ເຮືອທີ່ຕົກຮອບຕາມລໍາດັບ. ນອກຈາກນັ້ນ, ຍັງໄດ້ມອບລາງວັນເຮືອງາມ ອັນດັບທີ 1 ເຮືອບ້ານນາແກ່ນຄຳ ໄດ້ຮັບລາງວັນເງິນສົດ 1,5 ລ້ານກີບ, ອັນດັບທີ 2 ເຮືອບ້ານນາປຸ່ງ ໄດ້ຮັບລາງວັນເງິນສົດ 1,2 ລ້ານກີບ, ອັນດັບທີ 3 ເຮືອບ້ານໂພນຈັນ ໄດ້ຮັບລາງວັນເງິນສົດ 1 ລ້ານກີບ ແລະ ລາງວັນຊົມເຊີຍໃຫ້ເຮືອງາມບ້ານຕ່າງໆ ຕື່ມອີກ.

ຂ່າວ-ພາບ: ກິດຕິສັກ ບົວໄລ