ມະຫາວິທະຍາໄລ 6 ແຫ່ງຈາກຍີ່ປຸ່ນ ເຜີຍແຜ່ຂໍ້ມູນ ແລະ ເງື່ອນໄຂໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ

ຜູ້ຕາງໜ້າມະຫາວິທະຍາໄລທີ່ມີຊື່ສຽງ 6 ແຫ່ງ ຈາກປະເທດຍີ່ປຸ່ນ ໄດ້ພົບປະ ແລະ ເຜີຍແຜ່ຂໍ້ມູນ ແລະ ເງື່ອນໄຂໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2023 ໃນແບບເຊິ່ງໜ້າ ແລະ ອອນລາຍ ໃຫ້ແກ່ພະນັກງານ, ຄູອາຈານ ແລະ ນັກຮຽນ-ນັກສຶກສາລາວ ເພື່ອຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກະກຽມໄປສຶກສາຕໍ່ທີ່ປະເທດດັ່ງກ່າວ.
ສະຖາບັນລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບມະຫາວິທະຍາໄລໂອໄກຢາມາ ໂຄງການເຄືອຂ່າຍການສຶກສາທີ່ປະເທດຍີ່ປຸ່ນໃນພາກພື້ນອາຊຽນ (Study in Japan Regional Office in ASEAN) ໄດ້ຈັດງານພົບປະເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2023 ໃນແບບເຊິ່ງໜ້າ ແລະ ອອນລາຍ ສໍາລັບນັກຮຽນ ຫຼື ຜູ້ທີ່ກໍາລັງຊອກຫາຂໍ້ມູນກະກຽມໄປຮຽນຕໍ່ທີ່ປະເທດຍີ່ປຸ່ນ ໃນວັນທີ 25 ຕຸລາ 2023 ທີ່ສະຖາບັນລາວ-ຍີ່ປຸ່ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ບົວດໍາ ແສງຄໍາຄຸດລາວົງ ຫົວໜ້າຫ້ອງການ ມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ທອງມີ ດວນສັກດາ ຮັກສາການຫົວໜ້າກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ພອນແກ້ວ ຈັນທະມະລີ ຜູ້ອໍານວຍການ ສະຖາບັນລາວ-ຍີ່ປຸ່ນ, ທ່ານ okawa Naoto ທີ່ປຶກສາໂຄງການໄຈກາ ປະຈໍາສະຖາບັນລາວ-ຍີ່ປຸ່ນ, ທ່ານ yoneyama Yoshiharu ວ່າທີ ທີ່ປຶກສາໂຄງການໄຈກາ ປະຈໍາສະຖາບັນລາວ-ຍີ່ປຸ່ນ, ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ, ຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ຕາງໜ້າຈາກ 6 ມະຫາວິທະຍາໄລທີ່ມີຊື່ສຽງ ປະເທດຍີ່ປຸ່ນ, ອົງການ JASSO, ສະມາຄົມອະດີດນັກສຶກສາລາວທີ່ຮຽນມາແຕ່ປະເທດຍີ່ປຸ່ນ, ຄູອາຈານ, ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ, ບັນດາວິທະຍາໄລເອກະຊົນ ແລະ ໂຮງຮຽນມັດທະຍົມສົມບູນຕອນປາຍຢ່າງຫຼວງຫຼາຍ.
ໃນພິທີເປີດງານ, ທ່ານ ຮສ.ປອ ບົວດໍາ ແສງຄໍາຄຸດລາວົງ ໄດ້ກ່າວວ່າ: ສປປ ລາວ ໄດ້ຖືເອົາການສຶກສາເປັນປັດໃຈຫຼັກໃນການພັດທະນາເຂົ້າສູ່ຂະແໜງການຕ່າງໆ ເພື່ອພັດທະນາເສດຖະກິດ-ສັງຄົມ, ການຊຸກຍູ້ຂະແໜງການສຶກສາ ແມ່ນຍິ່ງມີຄວາມສໍາຄັນຫຼາຍສໍາລັບ ສປປ ລາວ ຊຶ່ງຜ່ານມາ ສປປ ລາວ ໄດ້ຮັບການຮ່ວມມື ການຊ່ວຍເຫຼືອໃນຫຼາຍໆດ້ານກ່ຽວກັບການສຶກສາ ເປັນຕົ້ນແມ່ນດ້ານເຕັກນິກວິຊາການ, ການຄົ້ນຄວ້າ ແລະ ທຶນການສຶກສາຕ່າງໆຈາກປະເທດຍີ່ປຸ່ນ. ມະຫາວິທະຍາໄລແຫ່ງຊາດຂອງພວກເຮົາ ໄດ້ມີການຮ່ວມມືກັບຫຼາຍມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆຂອງຍີ່ປຸ່ນ ແລະ ໄດ້ສ້າງເຄືອຂ່າຍການຮ່ວມມືຢ່າງແໜ້ນແຟ້ນ ໂດຍສະເພາະແມ່ນການເຄື່ອນໄຫວແລກປ່ຽນການສຶກສາ, ການຄົ້ນຄວ້າວິໄຈ, ການແລກປ່ຽນຄູອາຈານ, ການຈັດກິດຈະກຳແລກປ່ຽນວັດທະນະທຳ ແລະ ກິດຈະກໍາອື່ນໆຂອງນັກສຶກສາລາວ ແລະ ນັກສຶກສາຍີ່ປຸ່ນ.
ທ່ານ ຫົວໜ້າຫ້ອງການ ມະຫາວິທະຍາໄລແຫ່ງຊາດ ກ່າວອີກວ່າ: ການຈັດງານດັ່ງກ່າວ, ແມ່ນເພື່ອໃຫ້ຄູອາຈານ, ພະນັກງານ, ນັກຮຽນ-ນັກສຶກສາຂອງລາວ ໄດ້ເຂົ້າໃຈເລິກເຊິ່ງກ່ຽວກັບຂໍ້ມູນ ແລະ ເງື່ອນໄຂການໄປສຶກສາ, ການສະໜັບສະໜູນ, ການຢູ່ອາໃສ ເມື່ອໄປໃຊ້ຊີວິດຢູ່ໃນປະເທດຍີ່ປຸ່ນ, ຖ້າຈໍານວນນັກສຶກສາໄປຮຽນປະເທດຍີ່ປຸ່ນຫຼາຍຂຶ້ນ ຄວາມຮູ້ ຄວາມເຂົ້າໃຈຕໍ່ປະເທດຍີ່ປຸ່ນກໍຈະຫຼາຍຂຶ້ນ ແລະ ນໍາເອົາບົດຮຽນມາປັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມລາວໄດ້ດີຂຶ້ນ.
ພ້ອມກັນນີ້, ພາຍໃນງານ ໄດ້ມີຕົວແທນຈາກ 6 ມະຫາວິທະຍາໄລຂອງຍີ່ປຸ່ນ ປະກອບມີ 1. Osaka Christian College, 2. Toyo University, 3. The University of Tokyo, 4. Musashino University, 5. Ritsummeikan Asia Pacific University ແລະ 6. Okayama University ນໍາສະເໜີສະພາບການສຶກສາຂອງແຕ່ລະມະຫາວິທະຍາໄລ, ຕົວແທນຈາກສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ແນະນໍາກ່ຽວກັບທຶນລັດຖະບານຍີ່ປຸ່ນ ເພື່ອໃຫ້ນ້ອງນັກຮຽນຜູ້ທີ່ສົນໃຈໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນໄດ້ກຽມຕົວເພື່ອສະໝັກ, ອົງການບໍລິການນັກຮຽນຍີ່ປຸ່ນ (JASSO) ນໍາສະເໜີຂໍ້ມູນກ່ຽວກັນໂຄງການທຶນການສຶກສາຂອງນັກຮຽນຍີ່ປຸ່ນ, ເປັນໂປຣແກຣມສະໜັບສະໜູນນັກຮຽນ ແລະ ເປັນໂປຣແກຣມສະໜັບສະໜູນນັກຮຽນນານາຊາດ, ຕາງໜ້າສະມາຄົມອະດີດນັກສຶກສາລາວທີ່ຮຽນມາແຕ່ປະເທດຍີ່ປຸ່ນ ນຳສະເໜີປະສົບການ ແລະ ສະພາບການສຶກສາຢູ່ປະເທດຍີ່ປຸ່ນ. ນອກຈາກນີ້, ພາຍໃນງານຍັງມີການວາງສະແດງ ແລະ ເປີດການພົບປະລະຫວ່າງຜູ້ຕາງໜ້າມະຫາວິທະຍາໄລຂອງຍີ່ປຸ່ນ ແລະ ຜູ້ທີ່ສົນໃຈຈະໄປສຶກສາທີ່ປະເທດຍີ່ປຸ່ນອີກດ້ວຍ.
ທ້າວ ຈັນສະຖິດ ຫອມສົມບັດ ນັກສຶກສາປີທີ 1 ສາຂາຄູພາສາອັງກິດ ຄະນະສຶກສາສາດ ມຊ ໄດ້ໃຫ້ສໍາພາດວ່າ: ການຈັດງານດັ່ງກ່າວນີ້, ແມ່ນມີຄວາມສໍາຄັນຫຼາຍ ເພາະເຮັດໃຫ້ບັນດານັກຮຽນ-ນັກສຶກສາ ສາມາດຮັບຮູ້ ແລະ ເຂົ້າໃຈສະພາບການສຶກສາຂອງປະເທດຍີ່ປຸ່ນໄດ້ຢ່າງເລິກເຊິ່ງຂຶ້ນ ເຮັດໃຫ້ຕົນເອງມີຄວາມສົນໃຈຢາກໄປສຶກສາຕໍ່ທີ່ປະເທດດັ່ງກ່າວ ແຕ່ປັດຈຸບັນແມ່ນຍັງບໍ່ໄດ້ມີການວາງແຜນເທື່ອ. ຢ່າງໃດກໍຕາມ, ໃນຕໍ່ໜ້າຖ້າຫາກເປັນໄປໄດ້ ແລະ ມີເງື່ອນໄຂຄົບຕາມເປົ້າໝາຍ ກໍຢາກໄປສຶກສາໃນສາຂາວິຊາຄູພາສາອັງກິດ ຫຼື ສັງຄົມສົງເຄາະ.
ໂດຍ ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ