Skip to main content

ຄຊກມດ-ອຸຍນິເຊັບ ສະຫຼອງວັນເດັກໂລກ ພ້ອມຫາລືແຫ່ງຊາດກ່ຽວກັບໄວໜຸ່ມລາວທົ່ວປະເທດ

20/11/2023

ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ອົງການ ອຸຍນິເຊັບ ໄດ້ຈັດກອງປະຊຸມຕົວແທນເດັກ ແລະ ສະເຫຼີມສະຫຼອງວັນເດັກໂລກ ພ້ອມທັງປຶກສາຫາລືແຫ່ງຊາດກ່ຽວກັບໄວໜຸ່ມລາວທົ່ວປະເທດ ເມື່ອວັນທີ 18 ພະຈິກ 2023 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການ ຄຊກມດ, ມີທ່ານ ນາງ  ເພຍ ເຣເບວໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ,  ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ, ອົງການຈັດຕັ້ງສາກົນ, ຕົວແທນເດັກ ແລະ ໄວໜຸ່ມລາວຈາກ 18 ແຂວງທົ່ວປະເທດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ແມ່ນເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງວັນເດັກສາກົນ ປະຈຳປີ 2023 ເປັນການສະເຫຼີມສະຫຼອງຄົບຮອບ 50 ປີ ຂອງການຮ່ວມມືກັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍນິເຊັບ. ໃນກອງປະຊຸມ ໄວໜຸ່ມທີ່ເຂົ້າຮ່ວມໄດ້ສົນທະນາ ແລະ ຄົ້ນຄວ້າກ່ຽວກັບການປ່ຽນແປງອາກາດ ແລະ ໄພພິບັດ, ການແຕ່ງດອງຂອງເດັກກ່ອນໄວອັນຄວນ, ການຖືພາ ແລະ ການປົກປ້ອງເດັກຈາກສື່ສັງຄົມອອນລາຍ ຊຶ່ງບັນຫາດັ່ງກ່າວ ລ້ວນແລ້ວແຕ່ເປັນຫົວຂໍ້ທີ່ເຄັ່ງຮ້ອນທີ່ພວມສ້າງຜົນກະທົບຕໍ່ໄວໜຸ່ມໃນປັດຈຸບັນ. ນອກຈາກນີ້, ຍັງໄດ້ຮັບຟັງການໃຫ້ຂໍ້ມູນ ແລະ ລາຍລະອຽດຂອງແຕ່ລະຫົວຂໍ້ຈາກກະຊວງທີ່ກ່ຽວຂ້ອງ ແລະ ຊ່ຽວຊານ ໃນແຕ່ລະສາຂາ ວ່າບັນຫາທີ່ໄດ້ຍົກຂຶ້ນມານັ້ນມີການແກ້ໄຂ ແລະ ພັດທະນາໄປເຖິງຂັ້ນໃດ ເພື່ອເປັນບ່ອນອີງໃຫ້ການສົນທະນາ ແລະ ປຶກສາຫາລືຂອງຕົວແທນເດັກ ແລະ ໄວໜຸ່ມ.

ທ່ານ ນາງ ມະນີວອນ ຫຼວງສົມບັດ ກ່າວວ່າ: ພັກ ແລະ ລັດເຮົາ ຍາມໃດກໍຖືສໍາຄັນ ແລະ ເອົາໃຈໃສ່ໃນການ ສົ່ງເສີມ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງເດັກ ການມີສ່ວນຮ່ວມ ແລະ ໄດ້ຮັບໂອກາດການພັດທະນາໃນດ້ານຕ່າງໆຕາມ 4 ສິດພື້ນຖານຂອງເດັກ ຊຶ່ງສະແດງອອກຢ່າງຈະແຈ້ງໃນແນວທາງນະໂຍບາຍຂອງພັກ ລັດຖະທໍາມະນູນ ກົດໝາຍຂອງລັດ ດັ່ງນັ້ນ ຄຊກມດ ຈຶ່ງໄດ້ຊຸກຍູ້ສົ່ງເສີມ ສະໜັບສະໜູນ ແລະ ສ້າງເວທີໃຫ້ເດັກໄດ້ປະກອບຄໍາຄິດເຫັນ ແລະ ສະແດງທັດສະນະຂອງຕົນ ເພື່ອໃຫ້ການນໍາ ຄອບຄົວ ຊຸມຊົນ ແລະ ສັງຄົມ ຮັບຮູ້-ຮັບຟັງບັນຫາກ່ຽວຂ້ອງກັບສິດ ຜົນປະໂຫຍດ ແລະ ຜົນກະທົບຕໍ່ບັນຫາທີ່ກ່ຽວຂ້ອງກັບເດັກ ຄື: ການປ່ຽນແປງອາກາດ ແລະ ໄພພິບັດ ການແຕ່ງດອງຂອງເດັກກ່ອນໄວ ແລະ ການຖືພາ ແລະ ການປົກປ້ອງເດັກຈາກສື່ສັງຄົມອອນລາຍ ພວກເຮົາຈຳເປັນຕ້ອງໄດ້ຮັບຟັງສຽງຂອງຜູ້ທີ່ໄດ້ຮັບຜົນກະທົບສູງສຸດເຫຼົ່ານີ້ ແລະ ອື່ນໆໃຫ້ຫຼາຍຂຶ້ນ.

ໃນສ່ວນໜຶ່ງຂອງວາລະກອງປະຊຸມຄັ້ງນີ້, ໄວຊາວໜຸ່ມຍັງໄດ້ເຂົ້າຮ່ວມການຝຶກອົບຮົມດ້ານພາວະຜູ້ນຳ ເພື່ອສະໜັບສະໜຸນໃຫ້ເຂົາເຈົ້າມີຄວາມສາມາດໃນການສື່ສານຜ່ານສື່ທາງພາບ ແລະ ສຽງ. ການຝຶກອົບຮົມຫົວຂໍ້ນີ້, ແມ່ນໄດ້ນໍາພາຈັດຕັ້ງໂດຍທ່ານ ດຣ ສະຕິບ ອາຣຸນສັກ ຜູ້ຊ່ຽວຊານ ແລະ ຜູ້ສ້າງຮູບເງົາ ຄົນສັນຊາດອາເມລິຣິກາ ເຊື້ອຊາດລາວ ທີ່ໄດ້ເປັນຜູ້ໃຫ້ຄໍາປຶກສາດ້ານວັດທະນະທຳ ໃນຮູບເງົາເລື່ອງ “Raya and the Last Dragon” ຈາກ Walt Disney Animation Studios’ ຊຶ່ງເປັນຮູບເງົາທຳອິດ ທີ່ເລົ່າເລື່ອງທີ່ໄດ້ແຮງບັນດານໃຈມາຈາກວັດທະນະທຳດ້ານຕ່າງໆຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ໄດ້ຮັບການສະໜັບສະໜຸນຈາກສະຖານທູດອາເມຣິກາ ປະຈຳ ສປປ ລາວ ແລະ ອົງການ USAID ປະເທດອາເມຣິກາ. ກອງປະຊຸມດັ່ງກ່າວ, ແມ່ນດຳເນີນເປັນເວລາ 3 ວັນ ລະຫວ່າງວັນທີ 18-20 ພະຈິກ 2023.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ