ສກຂ ຜົ້ງສາລີ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ແລະ ຜອ ໂຮງຮຽນວິຊາຊີບແຂວງ ຜູ້ໃໝ່

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຜົ້ງສາລີ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ແລະ ແຕ່ງຕັ້ງຜູ້ອໍານວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງຜູ້ໃໝ່ ໃນວັນທີ 17 ພະຈິກ 2023 ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍໃຫ້ກຽດເປັນປະທານຂອງທ່ານ ຄໍາເຫຼັກ ໃຈອີສານ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ມີທ່ານ ພອນໄຊ ອ່ອນສາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄະນະ, ບັນດາຜູ້ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງ, ຄະນະອໍານວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ, ໂຮງຮຽນ ມສ ເທດສະບານແຂວງ, ໂຮງຮຽນສາມັນກິນນອນຊົນເຜົ່າແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ຫົວໜ້າ-ຮອງຫົວໜ້າສູນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ໂນ ດວງສີປະເສີດ ຫົວໜ້າຂະແໜງພະນັກງານ ຄະນະຈັດຕັ້ງແຂວງຜົ້ງສາລີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜງບໍລິຫານ ສະບັບເລກທີ 966/ຂຜລ, ລົງວັນທີ 15 ພະຈິກ 2023 ເຫັນດີແຕ່ງຕັ້ງທ່ານ ບຸນຈັນ ໄມ່ຕ່ວນ ຜູ້ອໍານວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ແຕ່ງຕັ້ງ ທ່ານ ທອງໄຊອ່ອນ ເຈັ່ນເຈນນາມ ຮອງອໍານວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ເປັນອໍານວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ.
ໂອກາດດັ່ງກ່າວ, ທ່ານ ຄໍາເຫຼັກ ໃຈອີສານ ໄດ້ກ່າວໂອ້ລົມ ໂດຍໄດ້ເນັ້ນໜັກທ່ານທີ່ໄດ້ຮັບການແຕ່ງຕັ້ງດໍາລົງຕໍາແໜ່ງໃໝ່ເພີ່ມທະວີໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງຢ່າງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ-ຈັນຍາທຳທີ່ຖືກຕ້ອງ, ພ້ອມທັງຕັ້ງໜ້າຄົ້ນຄວ້າເຊື່ອມຊຶມ ກຳແໜ້ນທິດສະດີມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ, ມູນເຊື້ອຂອງພັກ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນຕາມທີ່ຄະນະພັກມອບໝາຍໃຫ້ໄດ້ຮັບຜົນດີ, ເປັນເຈົ້າການໃນການປັບປຸງແບບແຜນນໍາພາ ແລະ ແບບແຜນວິທີເຮັດວຽກໄປຕາມຫຼັກການ ແລະ ເງື່ອນໄຂຕົວຈິງ, ມີຄວາມອົດທົນ, ມີຄວາມເສຍສະຫຼະ, ເປັນແບບຢ່າງນໍາໜ້າໃຫ້ແກ່ພະນັກງານວິຊາການ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ເພື່ອຍາດແຍ່ງຄວາມຮູ້ ຄວາມສາມາດ ແລະ ບົດຮຽນປະສົບການຈາກໝູ່ເພື່ອນ ເພື່ອປະກອບສ່ວນເຂົ້າໃນການຊີ້ນໍານໍາພາໃຫ້ຂະແໜງການສຶກສາ ແລະ ກິລາ ນັບມື້ມີປະສິດທິພາບ ແລະ ປະສິດທິຜົນສູງ.
ໂດຍ: ຄໍາວອນ ສກຂ ຜົ້ງສາລີ


