Skip to main content

ໂຄງການຮຽນອ່ານ ຕີລາຄາຄືນວຽກງານ ພ້ອມລິເລີ່ມ ໄລຍະ II ທີ່ແຂວງຈໍາປາສັກ

ກອງປະຊຸມລິເລີ່ມໂຄງການຮຽນອ່ານ ໄລຍະ II ແລະ ໂຄງການຮຽນອ່ານ ເພື່ອສົ່ງເສີມການສຶກສາຮຽນຮ່ວມ ໄດ້ຈັດຂຶ້ນໃນວັນທີ 21 ພະຈິກ 2023 ທີ່ພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ທ່ານ ຄາໂມ ໂຫຊຽນ ຫົວໜ້າໂຄງການຮຽນອ່ານ, ອົງການຊ່ວຍເຫຼືອເດັກສາກົນປະຈຳ ສປປ ລາວ, ທ່ານ ນາງ ອ່ອນຈັນ ຈັນເພັດທະລາດ ຜູ້ອຳນວຍການດ້ານການສົ່ງເສີມການຮຽນຮູ້ໜັງສື ແລະ ທ່ານ ກິລັນ ດັດຕານາພີດ ຊ່ຽວຊານອາວຸໂສດ້ານການສຶກສາຮຽນຮ່ວມ ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ, ພ້ອມດ້ວຍຮອງເຈົ້າເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າໜ່ວຍງານການສຶກສາພາກບັງຄັບ, ສະຖິຕິແຜນການ, ພັດທະນາຄູຈາກ 5 ເມືອງ (ເມືອງປະທຸມພອນ, ເມືອງສຸຂຸມາ, ເມືອງມູນລະປາໂມກ, ເມືອງປາກຊ່ອງ,ເມືອງບາຈຽງຈະເລີນສຸກ) ແລະ ຂະແໜງການທີ່ກ່ຽວຂ້ອງຂອງພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ.

ໂຄງການຮຽນອ່ານ ໄລຍະທີ I ໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ເດືອນສິງຫາ 2019 ຫາ ເດືອນພຶດສະພາ 2023 ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ ລະຫ່ວາງອົງການຣູມທູຣີດ ລາວ ແລະ ກະຊວງສຶກສາທິການ ແລະ ກິລາ ຊຶ່ງມີເປົ້າໝາຍ ເພື່ອປັບປຸງທັກສະການອ່ານໃຫ້ເດັກນ້ອຍທຸກຄົນ ນັບຕັ້ງແຕ່ຂັ້ນຫ້ອງກຽມປະຖົມ, ອະນຸບານ 3, ປ.1 ແລະ ປ.2 ໂດຍເນັ້ນໃສ່ເດັກທີ່ບໍ່ເວົ້າພາສາລາວມາແຕ່ກໍາເນີດ ແລະ ເດັກນ້ອຍພິການ (ເດັກທີ່ມີຄວາມຫຍຸ້ງຍາກໃນການຮຽນຮູ້) ຢູ່ 4 ເມືອງເປົ້າໝາຍຂອງໂຄງການ ຄື: ເມືອງບາຈຽງຈະເລີນສຸກ, ເມືອງປະທຸມພອນ, ເມືອງສຸຂຸມາ ແລະ ເມືອງມຸນລະປາໂມກ ຊຶ່ງລົງເລິກຢູ່ໃນ 3 ໜ້າວຽກຫຼັກ ຄື: ອອກແບບ, ຜະລິດອຸປະກອນສື່ການຮຽນການສອນ ພ້ອມທັງແຈກຢາຍໃຫ້ແກ່ໂຮງຮຽນເປົ້າໝາຍ ໃນ 4 ເມືອງ, ສ້າງຂີດຄວາມາດໃຫ້ແກ່ຄູນິເທດ ໃຫ້ແກ່ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ຜູ້ອຳນວຍການໂຮງຮຽນ ແລະ ຄູສອນ ໃນ 4 ເມືອງຂອງໂຄງການ ພ້ອມທັງໃນການຕິດຕາມ, ຊຸກຍູ້ບັນດາຄູສອນ, ຜູ້ອໍານວຍການໂຮງຮຽນ ເພື່ອໃຫ້ສາມາດສະໜອງການຮຽນການສອນໃຫ້ແກ່ນັກຮຽນໄດ້ຕາມແຜນທີ່ໄດ້ວາງໄວ້, ໃຫ້ການສ້າງຂີດຄວາມສາມາດແກ່ອຳນາດການປົກຄອງ ໂດຍສະເພາະແມ່ນຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຜູ້ປົກຄອງ ເພື່ອໃຫ້ພວກເຂົາຊ່ວຍຊຸກຍູ້ປັບປຸ່ງທັກສະການອ່ານຂອງເດັກໃນເວລາຢູ່ໃນຊຸມຊົນ, ຈັດກອງປະຊຸມລະຫວ່າງຜູ້ປົກຄອງ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ໂຮງຮຽນ ເພື່ອປຶກສາຫາລືກ່ຽວກັບຜົນການຮຽນຂອງເດັກ ແລະ ປຶກສາຫາລືໃນການສະໜັບສະໜູນ, ສ້າງແຜນຄວາມຍືນຍົງ ເພື່ອໃຫ້ບາງກິດຈະກຳສາມາດສືບຕໍ່ພາຍຫຼັງທີ່ໂຄງການສິ້ນສຸດ.

ໂຄງການນີ້, ໄດ້ຈັດຕັ້ງປະຕິບັດຢູ່ໃນ 4 ເມືອງ, 260 ໂຮງຮຽນປະຖົມ ແລະ ອະນຸບານ 3 ຈໍານວນ 66 ແຫ່ງ ຊຶ່ງໄດ້ເຮັດກິດຈະກຳໃນການອອກແບບ, ຜະລິດອຸປະກອນສື່ການຮຽນການສອນ, ປື້ມຄູ່ມືຄູ ແລະ ປື້ມນິທານ ພ້ອມທັງແຈກຢາຍໃຫ້ແກ່ໂຮງຮຽນເປົ້າໝາຍ, ພ້ອມທັງຈັດພິມປື້້ມແບບຮຽນ ແລະ ຄູ່ມືຄູ ປ.1, ປ.2 ແລະ ວິທະຍາສາດ, ໂລກອ້ອມຕົວໃຫ້ແກ່ຄູ ແລະ ນັກຮຽນທັງໝົດໃນເມືອງເປົ້າໝາຍຂອງໂຄງການ, ສ້າງຂີດຄວາມສາມາດໃຫ້ແກ່ຄູຝຶກຫຼັກແຫ່ງ ກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ສຳເລັດການຝຶກອົບຮົມຫົວຂໍ້ການກຽມຄວາມພ້ອມດ້ານການອ່ານ ສຳລັບອະນຸບານ 3 ແລະ ຫ້ອງກຽມປະຖົມ, ຝຶກອົບການຈັດຕັ້ງ ແລະ ຄຸ້ມຄອງມູມອ່ານໃຫ້ແກ່ຄູສອນຫ້ອງກຽມປະຖົມ, ປ.1 ແລະ ປ.2, ສຳເລັດການຝຶກອົບຮົມຫຼັກສູດພາສາລາວ ປ.1, ປ.2 ໃຫ້ແກ່ຄູສອນ ແລະ ອໍານວຍການ, ຝຶກອົບຮົມກິດຈະກຳອ່ານເສີມສຳລັບມຸມອ່ານໃຫ້ຄູສອນຫ້ອງກຽມ, ປ.1 ແລະ ປ.2, ຝຶກອົບຮົມຄູຫ້ອງຄວບ ປ.1 ແລະ ປ.2, ສຳເລັດການຝືກອົບຮົມການເອົາຊຸມຊົນເຂົ້າຮ່ວມໃນການສະໜັບສະໜູນເດັກຮຽນຮູ້ຢູ່ຊຸມຊົນ, ເຮັດການລົງຊຸກຍູ້ຄູສອນຫ້ອງອະນຸບານ 3, ຫ້ອງກຽມປະຖົມ, ປ.1, ປ.2, ໃຫ້ການຝຶກອົບຮົມການຕິດຕາມ, ຊຸກຍູ້ຄູສອນ ແລະ ການຈັດຮອບວຽນການຮຽນໃຫ້ຜູ້ອໍານວຍການໃນບັນດາໂຮງຮຽນເປົ້າໝາຍໂຄງການ, ຈັດກິດຈະກຳຮອບວຽນການຮຽນຮູ້ໃຫ້ຄູສອນຫ້ອງກຽມປະຖົມ, ປ.1 ແລະ ປ.2, ຈັດເທດສະການການອ່ານໃນບັນດາໂຮງຮຽນເປົ້າໝາຍໂຄງການໄດ້ 70% (ອີກ 30% ບໍ່ສາມາດຈັດຕັ້ງໄດ້ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19) ຝຶກອົບຮົມການມີສ່ວນຮ່ວມຂອງຜູ້ປົກຄອງ ໃນການສະໜັບສະໜູນລູກຮຽນຢູ່ເຮືອນ, ຝຶກອົບຮົມໃຫ້ແກ່ຄະນະພັດທະນາການສຶກສາຂັ້ນບ້ານ, ຈັດກອງປະຊຸມສົນທະນາແລກປ່ຽນລະຫວ່າງຄູສອນ ແລະ ຜູ້ປົກຄອງ, ແຈກຢາຍປື້້ມນິທານ ແລະ ອຸຸປະກອນໃຫ້ແກ່ມຸມອ່ານ, ແຈກຢາຍປື້ມແບບຮຽນ ປ.1, ປ.2 ພ້ອມຄູ່ມືຄູ ແລະ ປື້ມວິທະຍາສາດໂລກອ້ອມຕົວ, ຈັດກອງປະຊຸມແນະນຳມຸນອ່ານໃຫ້ແກ່ຊຸມຊົນ, ຈັດກິດຈະກຳວຽກງານຮຽນຮ່ວມ.

ໂຄງການຮຽນອ່ານ ໄລຍະ II (3 ພະຈິກ 2023 ຫາ ເດືອນພຶດສະພາ 2025) ຈະໄດ້ຈັດຕັ້ງປະຕິບັດກິດຈະກຳຢູ່ໃນ 4 ເມືອງເກົ່າ ແລະ ຂະຫຍາຍເພີ່ມອີກ 1 ເມືອງ ຄື: ເມືອງປາກຊ່ອງ ລວມທັງໝົດ 5 ເມືອງ ຄື: ບາຈຽງຈະເລີນສຸກ, ປະທຸມພອນ, ສຸຂຸມາ, ມຸນລະປາໂມກ, ປາກຊ່ອງ ຊຶ່ງມີຈຳນວນໂຮງຮຽນປະຖົມທັງໝົດ 349​ ແຫ່ງ ແລະ ອະນຸບານ 3 ຈໍານວນ 80 ແຫ່ງ, ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ 19 ກິດຈະກໍາຂ້າງເທິງນີ້. ນອກຈາກນີ້, ເພື່ອສົ່ງເສີມໃຫ້ເກີດຄວາມຍືນຍົງ ໂຄງການຮຽນອ່ານໄລຍະ II ໄດ້ເພີ່ມບັນດາກິດຈະກໍາໃໝ່ເຂົ້າ ເປັນຕົ້ນແມ່ນ  ກິດຈະກຳພໍ່ແມ່ຕົວແບບ, ກິດຈະກຳກຸ່ມອ່ານ, ກິດຈະກຳຂຽນບົດເລື່ອງຈາກຊຸມຊົນ, ກິດຈະກຳເລົ່າເລື່ອງສົດຜ່ານໂທລະໂຂ່ງ, ກິດຈະກຳດ້ານການກະຈາຍຂ່າວສານທີ່ສົ່ງເສີມການຮຽນຮູ້ໜັງສືຜ່ານໂທລະໂຂ່ງ, ກິດຈະກຳປະຊຸມທົບທວນ ແລະ ການຄັດເລືອກບັນດາກິດຈະກຳຕ່າງໆຂອງໂຄງການຮຽນອ່ານ ເພື່ອວາງແຜນໄປຈັດຕັ້ງປະຕິບັດພາຍຫຼັງໂຄງການສິ້ນສຸດ.

ໂດຍ: ຂາວພອນ ມ້າວຄຳຜິວ

Leave a Reply

Your email address will not be published. Required fields are marked *