ຄາດຈະມີກິລາແລ່ນແລ່ນທົ່ວໂລກເຖິງ 4 ພັນຄົນ ຮ່ວມແຂ່ງຂັນ ແລ່ນວຽງຈັນ ມາຣາທອນ ນານາຊາດ 2023

ການແຂ່ງຂັນກິລາແລ່ນ ວຽງຈັນ ມາຣາທອນ ນານາຊາດ ປະຈຳປີ 2023 ຫຼື “VIENTIANE INTERNATIONAL MARATHON 2023” ຊີງເງິນລາງວັນລວມມູນຄ່າ 179 ລ້ານກີບ ຈະຈັດຂຶ້ນໃນວັນທີ 10 ທັນວາ 2023 ນີ້ ເພື່ອກະຕຸ້ນການທ່ອງທ່ຽວ ສປປ ລາວ ໃຫ້ມີຄວາມຄຶກຄື້ນກວ່າເກົ່າ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ໃຫ້ມີບັນຍາກາດຟົດຟື້ນ ຊຶ່ງລາຍການດັ່ງກ່າວ ໄດ້ຮັບການສະໜັບສະໜູນຫຼັກຈາກຜະລິດຕະພັນນໍ້າດື່ມກາຫົວເສືອ ບໍລິສັດ ເບຍລາວ ຈຳກັດ, ບໍລິສັດ ໂຕໂຢຕ້າ ລາວ ແລະ ພາກສ່ວນອື່ນໆ ຄາດວ່າປີນີ້ຈະມີນັກກິລາແລ່ນປອດເຫຼັກຈາກທົ່ວໂລກ ເຂົ້າຮ່ວມ 4 ພັນຄົນ.
ພິທີຖະແຫຼງຂ່າວກະກຽມຄວາມພ້ອມງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2023 ທີ່ຫ້ອງປະຊຸມຫ້ອງການປະສານງານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກະເສມ ອິນທິລາ ຮອງເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ນາງ ພູໄຊ ແພງພົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ ພ້ອມດ້ວຍຕາງໜ້າຈາກສະຫະພັນແລ່ນ-ລານແຫ່ງຊາດລາວ, ຜູ້ສະໜັບສະໜູນໄດ້ແກ່ ນໍ້າດື່ມກາຫົວເສືອ, ໂຕໂຢຕ້າ ລາວ, Lao Simply Beautiful, Srichand, ເຄື່ອງກິລາລີ່ນີ່ງ / ເອັກສະເຕັບ, ຊໍາຊຸງ, ແອັດທີ ເມືອງໄທປະກັນໄພ ແລະ ອື່ນໆ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ສິດທິໄຊ ສັກປະເສີດ ຮອງປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ກ່າວວ່າ: ພວກເຮົາກຽມຈັດການແຂ່ງຂັນແລ່ນ ວຽງຈັນ ມາຣາທອນ ນານາຊາດ ຈັດຂຶ້ນເພື່ອກະຕຸກຊຸກຍູ້ການອອກກໍາລັງກາຍຂອງປະຊາຊົນ ໂດຍສະເພາະປະຊາຊົນໃນນະຄອນຫຼວງວຽງຈັນ, ຕ່າງແຂວງ ແລະ ຊາວຕ່າງປະເທດທີ່ເຂົ້າມາຮ່ວມ. ນອກນັ້ນ ຍັງເປັນການສ້າງຄວາມສາມັກຄີ ລວມທັງເປັນການສົ່ງເສີມການທ່ອງທ່ຽວໃນປະເທດລາວ ກໍຄື ນະຄອນຫຼວງວຽງຈັນ ເພາະຫຼາຍປີທີ່ຜ່ານມາໄດ້ມີການກະທົບຈາກພະຍາດໂຄວິດ-19 ກ່ອນທີ່ ປີທີ່ຜ່ານມາຈະກັບມາຈັດໄດ້ອີກຄັ້ງ ແລະ ປີນີ້ຈະເປັນປີທີ່ຄຶກຄັກຂຶ້ນກວ່າເກົ່າ ຄາດວ່າຈະມີນັກກິລາທີ່ມາຈາກ 28 ຊາດ ລວມທັງມວນຊົນຄົນລາວ ເຂົ້າຮ່ວມເຖິງ 4.000 ກວ່າຄົນ ພ້ອມນັ້ນ ຍັງເປັນການໃຫ້ໂອກາດນັກກິລາລາວ ໄດ້ພັດທະນາ ເພື່ອຕໍ່ຍອດກ້າວໄປແຂ່ງຂັນໃນລາຍການໃຫຍ່ທັງລະດັບພາຍໃນ ແລະ ສາກົນ ໂດຍກໍານົດເອົາວັນທີ 10 ເດືອນທັນວາ 2023 ເປັນມື້ຈັດການແຂ່ງຂັນ ເພື່ອເປັນສະຫຼອງວັນຊາດ ທີ 2 ທັນວາ ໄປໃນຕົວອີກດ້ວຍ ໂດຍຄວາມຄາດໝາຍໃນອະນາຄົດ ຈະພັກດັນໃຫ້ຂຶ້ນສູ່ລະດັບທີ່ມີເກຣດ ເພາະໃນອາຊຽນເຮົາແມ່ນ ສິງກະໂປ ແລະ ອິນໂດເນເຊຍ ທີ່ໄດ້ລະດັບຄໍາ (GOLD) ໂດຍລາວກໍຫວັງຈະກ້າວຂຶ້ນສູ່ລະດັບທອງແດງ, ເງິນ ແລະ ຄໍາ”. ຮອງປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ກ່າວ.
ຂະນະດຽວກັນ, ທ່ານ ນາງ ວັນເພັງ ສຸດທິຈັກ ອໍານວຍການ ວິສະຫະກິດ ສ່ວນບຸກຄົນ ອີເວັ້ນຟໍກູດ ແລະ ອໍານວຍການງານແລ່ນລາຍການນີ້ ກ່າວວ່າ: ງານນີ້ ໄດ້ເປີດໃຫ້ລົງທະບຽນມາ 2 ເດືອນແລ້ວ ຊຶ່ງມີນັກກິລາເຂົ້າສະໝັກແລ້ວ 129 ຄົນ ໃນປະເພດ 42 ກິໂລແມັດ ມີ 324 ຄົນສະໝັກແລ້ວ, ປະເພດ 21 ກິໂລແມັດ, 10 ກິໂລແມັດ ມີ 1.000 ກວ່າຄົນແລ້ວ ແລະ ຍັງມີຍາງເພື່ອສຸຂະພາບ 5 ກິໂລແມັດ ໃນນັ້ນ 81% ເປັນຄົນລາວ ໂດຍມີ 28 ສັນຊາດທີ່ມາລົງທະບຽນຄັ້ງນີ້. ແນ່ນອນວ່າຈະເປັນງານແລ່ນຕິດພັນກັບການທ່ອງທ່ຽວລາວ ເປັນການແລ່ນຜ່ານປະຕູໄຊ, ທາດຫຼວງ, ແຄມຂອງ, ຫໍຄໍາ, ວັດສີສະເກດ ແລະ ອື່ນໆ ໂດຍຈະມີເຈົ້າໜ້າທີ່ຈະລາຈອນ ມາຮ່ວມ 300 ກວ່າຄົນ ແລະ ແພດ ຕະຫຼອດຮອດອາສາສະມັກ ມາຊ່ວຍໃນການຕິດຕາມນັກແລ່ນທຸກປະເພດ ເພື່ອອໍານວຍຄວາມສະດວກ ແລະ ຄວາມປອດໄພ. ສ່ວນເງິນລາງວັນລວມ 179.000.000 ກີບ ສໍາລັບປີນີ້.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
