Skip to main content

ບຸກຄະລາກອນ 56 ທ່ານ ຈາກ ນວ ແລະ ຫຼວງພະບາງ ຮັບການຍົກລະດັບຄວາມສາມາດການເປັນຄູຝຶກ

24/11/2023

ພະນັກງານ ແລະ ຄູອາຈານ ຈາກໂຮງຮຽນເປົ້າໝາຍ ຈຳນວນ 56 ທ່ານ, ຍິງ 13 ທ່ານ ທີ່ມາຈາກແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ໄດ້ຮັບການຍົກລະດັບຄວາມຮູ້ຄວາມສາມາດການເປັນຄູຝຶກ ເພື່ອນຳໄປວາງແຜນຝຶກຊ້ອມຢູ່ພາຍໃນໂຮງຮຽນທີ່ຕົນສັງກັດຢູ່ ໃຫ້ມີການພັດທະນາທາງດ້ານການກິລາ ສາມາດສ້າງນັກກິລາ ແລະ ຈັດການແຂ່ງຂັນໄດ້ໃນລະດັບໂຮງຮຽນ ແລະ ກ້າວສູ່ລະດັບທີ່ສູງຂຶ້ນເຖິງຂັ້ນປະເທດ, ພາກພື້ນ ແລະ ສາກົນໄດ້ ໃນອະນາຄົດ


ກອງປະຊູມຝຶກອົບຮົມຝຶກອົບຮົມຄັ້ງນີ້ ໄດ້ມີຂຶ້ນລະຫວ່າງວັນທີ 13-17 ພະຈິກ 2023 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຫຼອດສາຖິດ ສຸຂະຜົນ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ເປີທໍ່ ທົງປາວທໍ່ ຕາງໜ້າຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ເສົາວະລົດ ແສງສະຫວ່າງ ຜູ້ຕາງໜ້າຈາກສະເປໂຊໂອແລມປິກອາຊີ-ປາຊີຟິກ ປະສານງານລະຫວ່າງປະເທດ ພ້ອມດ້ວຍຄະນະຮັບຜິດຊອບວຽກງານກ່ຽວຂ້ອງ, ວິທະຍາກອນ ຕະຫຼອດຄູອາຈານຈາກໂຮງຮຽນເປົ້າໝາຍ ຈຳນວນ 56 ທ່ານ ຍິງ 13 ທ່ານ.

ການຝຶກອົບຮົມຄັ້ງນີ້ ແມ່ນຈັດຂຶ້ນ ໂດຍການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ສະເປໂຊໂອແລມປິກລາວ ພາຍໃຕ້ການຊີ້ນຳຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງນີ້ກໍເພື່ອຍົກລະດັບ ການເປັນຄູຝຶກໃຫ້ກັບຄູອາຈານ ຈຳນວນ 56 ທ່ານ, ຍິງ 13 ທ່ານ ໃນໂຮງຮຽນ 20 ແຫ່ງ ຈາກນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ, ສູນເພື່ອຄົນອໍທິດຕິກ ແລະ ສະມາຄົມຄົນພິການທາງສະໝອງ ແລະ ສະຕິປັນຍາ ໂດຍມີວິທະຍາກອນທີ່ມີຄວາມຮູ້ຄວາມສາມາດລະດັບພາກພື້ນມາຖ່າຍທອດຄວາມຮູ້ໃຫ້ ຊຶ່ງຜ່ານການຝຶກອົບຮົມຄັ້ງນີ້ແລ້ວ ຜູ້ເຂົ້າຮ່ວມຝຶກຈະໄດ້ກາຍເປັນຄູຝຶກໄດ້ຮັບໃບຢັ້ງຢືນ ເພື່ອຮັບປະກັນໃນການນຳໄປວາງແຜນຝຶກຊ້ອມຢູ່ພາຍໃນໂຮງຮຽນທີ່ຕົນສັງກັດຢູ່ ມີການພັດທະນາທາງດ້ານການກິລາສາມາດສ້າງນັກກິລາ ແລະ ຈັດການແຂ່ງຂັນໄດ້ໃນລະດັບໂຮງຮຽນ ແລະ ກ້າວສູ່ລະດັບທີ່ສູງຂຶ້ນເຖິງຂັ້ນປະເທດ, ພາກພື້ນ ແລະ ສາກົນ ໄດ້ໃນອະນາຄົດ.

ຂ່າວໂດຍ: ສົງການ ພັນແພງດີ