Skip to main content

ສກຂ ສະຫວັນນະເຂດ ປະເມີນຄະນະພະແນກ ປະຈຳປີ 2023

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ສະຫວັນນະເຂດ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕີິບັດວຽກງານໃນໜຶ່ງປີຜ່ານມາຂອງຄະນະພະແນກ ປະຈໍາປີ 2023 ໃນວັນທີ 21 ພະຈິກ 2023 ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ  ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ສະຫວັນນະເຂດ, ມີ ທ່ານ ປອ ສຸກສົມພອນ ອະໂນໄທ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ລັດຕະນະບັນເລິງ ໄກສອນ ຮອງຫົວໜ້າພະແນກພາຍໃນແຂວງ, ພ້ອມດ້ວຍຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຕາງໜ້າອົງການກວດກາລັດແຂວງ, ຕາງໜ້າຄະນະຈັດຕັ້ງແຂວງ, ບັນດາຫົວໜ້າ/ຮອງຫົວໜ້າ 10 ຂະແໜງ, ຫົວໜ້າ/ຮອງຫົວໜ້າ 4 ສູນຂອງພະແນກ, ຄະນະກໍາມະການຮັບຜິດຊອບການປະເມີນຂັ້ນແຂວງ ແລະ ຄະນະກໍາມະການປະເມີນຂັ້ນພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ທ່ານ ປອ ສຸກສົມພອນ ອະໂນໄທ  ໄດ້ຜ່ານບົດສະຫຼຸບການຈັດຕັ້ງຕິບັດວຽກງານຮອບດ້ານໂດຍສັງເຂບ ຊຶ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນສະພາບທົ່ວຂະແໜງການສຶກສາ-ກິລາ ແຂວງສະຫວັນນະເຂດ ໂດຍລວມແລ້ວ ທາງດ້ານການເມືອງແມ່ນໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຖັນແຖວພະນັກງານ-ລັດຖະກອນ, ຄູອາຈານ, ນັກຮຽນ ນັກສຶກສາດ້ວຍຫຼາຍຮູບແບບວິທີການແຕກຕ່າງກັນ ແຕ່ລະຄົນມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນດີ, ກໍາໄດ້ແນວທາງນະໂຍບາຍຂອງພັກ ຂໍ້ກໍານົດກົດລະບຽບພັກ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ; ວຽກງານກໍ່ສ້າງພັກ-ພະນັກງານ ສໍາເລັດການດໍາເນີນຊີວິດການເມືອງ ຂັ້ນຮາກຖານພັກພະແນກສຶກສາທິການ ແລະ ກິລາແຂວງໄດ້ 9 ຄັ້ງ, ອອກມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຈຸໜ່ວຍພັກ10 ໜ່ວຍພັກ ແລະ 4 ໜ່ວຍພັກຂຶ້ນກັບຮາກຖານພັກພະແນກສຶກສາທິການ ແລະ ກິລາແຂວງ, ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄື: ໂຮງຮຽນ ມສ ສະຫວັນ, ມສ ກິນນອນຊົນເຜົ່າ, ມສ ໂພນສະຫວັນ ແລະ ມສ ອຸດົວິໄລ ແຂວງສະຫວັນນະເຂດ. ພ້ອມກັນນັ້ນ, ໄດ້ສໍາເລັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສໍາຄັນຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໝ XI ລວມມີ 4 ເອກະສານ ຊຶ່ງມີສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ ແລະ ວຽກງານອົງການຈັດຕັ້ງມະຫາຊົນ ໄດ້ເຄື່ອນໄຫວວຽກງານຂອງຕົນໄດ້ເປັນປົກກະຕີ. ນອກຈາກນີ້, ໄດ້ສໍາເລັດເອົາຄູປະຈໍາການຢູ່ໂຮງຮຽນແຫ່ງຕ່າງໆພາຍໃນແຂວງໄປຍົກລະດັບໃນໄລຍະພັກສິ້ນປີຮຽນ ສົກຮຽນ 2022-2023 ໄດ້ທັງໝົດ 260 ຄົນ, ຍິງ 156 ຄົນ, ສໍາເລັດການສອບເສັງຄັດເລືອກບັນຈຸລັດຖະກອນຄູ ແລະ ບໍລິຫານໃໝ່ ປະຈໍາປີ 2023 ຂອງແຂວງສະຫວັນນະເຂດ ແລະ ອື່ນໆ.

 

ຫຼັງຈາກນັ້ນ, ໃນກອງປະຊຸມໄດ້ປະເມີນການປະຕິບັດວຽກງານຂອງຄະນະພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໂດຍໄດ້ຜັດປ່ຽນກັນຜ່ານບົດເກັບກ່ຽວຜົນງານ. ພ້ອມກັນນີ້, ໄດ້ມີການປະກອບຄໍາຄິດຄໍາເຫັນໃຫ້ແຕ່ລະທ່ານຢ່າງກົງໄປກົງມາ ເພື່ອເຮັດໃຫ້ການປະຕິບັດວຽກງານທີ່ໄດ້ຮັບຜິດຊອບມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໂອກາດດັ່ງກ່າວ, ທ່ານ ນາງ ຫຼິງທອງ ແສງຕາວັນ  ໄດ້ໂອ້ລົມໃຫ້ທິດຊີ້ນຳບາງບັນຫາສຳຄັນ ໂດຍເນັ້ນໃຫ້ຄະນະພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນະເຂດ ຕ້ອງໄດ້ລົງຊຸກຍູ້ສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະອໍານວຍການໂຮງຮຽນໃນການເກັບກໍາຂໍ້ມູນສະຖິຕິການສຶກສາຊັ້ນອະນຸບານ, ຊັ້ນປະຖົມ, ຊັ້ນມັດທະຍົມໃນ 14 ເມືອງ 1ນະຄອນໄກສອນ ພົມວິຫານ ແລະ ພະນັກງານ ຄູຈານທີ່ຂາດຫຼາຍ ເພື່ອການນໍາພາ ຊີ້ນໍາແກ້ໄຂວຽກງານການສຶກສາ-ກິລາທົ່ວແຂວງໃຫ້ມີຜົນສໍາເລັດຢ່າງຈົບງາມ.

ໂດຍ: ກຸ້ງ  ຂັນຕິວົງ

Leave a Reply

Your email address will not be published. Required fields are marked *