ສກຂ ຈຳປາສັກ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກຜູ້ໃໝ່

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຈຳປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕຳແໜ່ງບໍລິຫານປະເພດ IV ໃນວັນທີ 22 ພະຈິກ 2023 ທີ່ພະແນກດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວທອງ ສຸວັນນະສານ ຄະນະປະຈຳພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ພ້ອມດ້ວຍຄະນະຈັດຕັ້ງແຂວງ, ພະແນກພາຍໃນແຂວງ, ຄະນະກວດກາພັກ-ລັດແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 9 ຕົວເມືອງ 1 ນະຄອນ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງພະແນກ ແລະ ຜູ້ໄດ້ຮັບການແຕ່ງຕັ້ງຢ່າງພ້ອມພຽງ.
ໂດຍປະຕິບັດຕາມຂໍ້ຕົກລົງຂອງເຈົ້າແຂວງຈຳປາສັກ ສະບັບເລກທີ 1280/ຈຂ, ຈສ ລົງວັນທີ 02 ພະຈິກ 2023 ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ໂດຍອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015, ໜັງສືສະເໜີຂອງຄະນະຈັດຕັ້ງແຂວງ ສະບັບເລກທີ 765/ຄຈຂ.ຈສ ລົງວັນທີ 01 ພະຈິກ 2023, ອີງຕາມແຈ້ງຕອບຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1650/ສສກ ລົງວັນທີ 26 ຕຸລາ 2023, ເຈົ້າແຂວງຈຳປາສັກຕົກລົງແຕ່ງຕັ້ງຕໍາແໜ່ງບໍລິຫານປະເພດ IV ຄື: ແຕ່ງຕັ້ງທ່ານ ຄຳເຜົ່າ ເມືອງວົງສາ ຫົວໜ້າຂະແໜງບໍລິຫານ-ການເງິນ ພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ເປັນຮອງຫົວໜ້າພະແນກສຶກສາ-ກິລາ ແຂວງຈຳປາສັກ ຢ່າງເປັນທາງການ.
ໂດຍ: ຂາວພອນ ມ້າວຄຳຜິວ
ຂ່າວທີ່ກ່ຽວຂ້ອງ