ສື່ມວນຊົນລາວ ຮ່ວມແລກປ່ຽນບົດຮຽນຜົນຮ້າຍຢາສູບໄຟຟ້າ ທີ່ປະເທດໄທ

ສື່ມວນຊົນລາວ ທຸກຂະແໜງການ ຊຶ່ງປະກອບມີໜັງສືພິມ, ວິທະຍຸແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່ຕ່າງໆລວມ 24 ທ່ານ ນຳພາໂດຍທ່ານ ນາງ ຄັດທະນະພອນ ພັນດວງສີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ສປປ ລາວ ໄດ້ເຂົ້າຮ່ວມສຳມະນາແລກປ່ຽນບົດຮຽນກ່ຽວກັບວຽກງານການຄວບຄຸມຢາສູບຮ່ວມກັບມູນນິທິ ເພື່ອສັງຄົມອາຊຽນປອດຢາສູບ ແລະ ມູນນິທິລົນນະລົງ ເພື່ອການບໍ່ສູບຢາ ແຂວງອຸດອນທານີ ປະເທດໄທ ລະຫວ່າງວັນທີ 19-20 ທັນວາ 2023.
ການສໍາມະນາໃນຄັ້ງນີ້, ແມ່ນຈັດໂດຍ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະມາພັນຄວບຄຸມຢາສູບອາຊຽນ (Southeast Asia Tobacco Control Alliance-SEATCA) ຊຶ່ງໃນມື້ທຳອິດທີ່ໄດ້ເດີນທາງເຖິງແຂວງດັ່ງກ່າວ ສື່ມວນຊົນລາວ ໄດ້ເຂົ້າພົບທ່ານ ສະລັນສັກ ສີເຄືອເນດ ຮອງເຈົ້າແຂວງອຸດອນທານີ ປະເທດໄທ ທີ່ຫ້ອງວ່າການແຂວງອຸດອນທານີ, ມີທ່ານ ນາງ ບັງອອນ ຣິດຕິພັດດີ ທີ່ປືກສາກິດຕິມະສັກ ສະມາພັນຄວບຄຸມຢາສູບອາຊຽນ ພ້ອມດ້ວຍບັນດາຜູ້ບໍລິຫານງານຂັ້ນແຂວງດັ່ງກ່າວ ເພື່ອແລກປ່ຽນບົດຮຽນວຽກງານການຄວບຄຸມຢາສູບ.
ໂອກາດນີ້, ທ່ານ ສະລັນສັກ ສີເຄືອເນດ ກ່າວວ່າ: ແຂວງອຸດອນທານີ ໄດ້ກວດພົບຜູ້ບໍລິໂພກຢາສູບທີ່ມີອາຍຸ 15 ປີຂຶ້ນໄປ 25%, ເປັນອັນດັບ 7 ຂອງປະເທດ, ໃນປີ 2021 ພົບວ່າມີ 19,6% ແມ່ນອັດຕາການສູບຢາໃນກຸ່ມຄົນອາຍຸ 15-19 ປີ. ໃນນັ້ນ, 13,7% ແມ່ນກຸ່ມຄົນເລີ່ມສູບຢາຄັ້ງທຳອິດ, ທີ່ຮ້າຍແຮງກວ່ານັ້ນຍັງພົບເດັກເກນອາຍຸນ້ອຍທີ່ສຸດເລີ່ມສູບຢາແຕ່ 10 ປີ. ຕໍ່ກັບບັນຫາດັ່ງກ່າວທາງແຂວງອຸດອນທານີ ໄດ້ປະຕິບັດມາດຕະການ ແລະ ກົນໄກການດໍາເນີນການຄວບຄຸມຜະລິດຕະພັນຢາສູບຂັ້ນແຂວງຢ່າງເຂັ້ມງວດ ໂດຍສະເພາະສະໜັບສະໜູນການເຄື່ອນໄຫວຂອງຂົງເຂດການສຶກສາປອດຄວັນຢາສູບ, ປູກຈິດສຳນຶກຄວາມອັນຕະລາຍຂອງຢາສູບ ແລະ ຮູ້ຍຸດທະສາດດ້ານການຕະຫຼາດ ທັງຕ້ານຜູ້ສູບຢາໃໝ່, ສ້າງສະພາບແວດລ້ອມປອດຄວັນຢາສູບ ພ້ອມຕິດຕາມ ແລະ ບັງຄັບໃຊ້ກົດໝາຍ; ພັດທະນາລະບົບການເຂົ້າເຖິງການບໍລິການ ແລະ ຊ່ວຍເຫຼືອຜູ້ສູບຢາໃຫ້ຫັນມາເຊົາສູບຢາ, ພັດທະນາມາດຕະການຂອງຊຸມຊົນ ແລະ ຄວບຄຸມການບໍລິໂພກຢາສູບ ໄດ້ເຮັດໃຫ້ອັດຕາການສູບຢາພາຍໃນແຂວງອຸດອນທານີເລີ່ມຫຼຸດລົງຕາມລຳດັບໃນແຕ່ລະປີ.
ໃນໂອກາດພົບປະດັ່ງກ່າວ, ຄະນະສື່ມວນຊົນລາວ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານການຄວບຄຸມຢາສູບຂອງແຂວງອຸດອນທານີ, ພ້ອມທັງມີການສົນທະນາຮ່ວມກັນ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນມາດຕະການຄວບຄຸມຜະລິດຕະພັນຢາສູບ, ການແຜ່ລະບາດຂອງຢາສູບໄຟຟ້າໃນປັດຈຸບັນ, ການປະຕິບັດວຽກງານຄວບຄຸມຢາສູບຢູ່ພາຍໃນແຂວງ ແລະ ເມືອງ, ການປ້ອງກັນເຍົາວະຊົນຈາກຢາສູບ, ການເຄື່ອນໄຫວວຽກງານຂອງຄະນະກຳມະການຄວບຄຸມຢາສູບ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານຄວບຄຸມຢາສູບໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ໂດຍ ສົງການ ພັນແພງດີ