Skip to main content

ຄະນິດຄິດໄວ ຊີງແຊ໋ມວຽງຈັນ ຄັ້ງທີ VI ມີນັກຮຽນເຂົ້າຮ່ວມແຂ່ງຂັນເກືອບ 200 ຄົນ ພ້ອມເປີດຫຼັກສູດ Happy Math

20/12/2023

ສູນຄະນິດຄິດໄວ ສະມາດແມ໊ດ (Smart math) ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ຈັດການແຂ່ງຂັນຄະນິດຄິດໄວ ຊີງແຊ້ມວຽງຈັນ ຄັ້ງທີ VI ມີນັກຮຽນຈາກທົ່ວປະເທດເຂົ້າຮ່ວມແຂ່ງຂັນເກືອບ 200 ຄົນ ໂດຍແບ່ງອອກເປັນ 3 ລະດັບ. ພ້ອມກັນນີ້, ຍັງຖືໂອກາດເປີດຕົວຫຼັກສູດ Happy Math ຢ່າງເປັນທາງການ.

ການແຂ່ງຂັນດັ່ງກ່າວ, ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ສູນຄະນິດຄິດໄວ ສະມາດແມ໊ດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລະໄຊ ຈົງຈິດໄພສານ ຜູ້ອໍານວຍການສູນຄະນິດຄິດໄວ ສະມາດແມ໊ດ, ພ້ອມດ້ວຍຄະນະຮັບຜິດຊອບ, ແຂກທີ່ຖືກເຊີນ ຕະຫຼອດຮອດພະນັກງານ ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສຸລະໄຊ ຈົງຈິດໄພສານ ກ່າວວ່າ: ການຈັດການແຂ່ງຂັນໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກພູເບັ້ຍ ມາຍນິ່ງ, ກັອກນໍ້າ Karat, ທະນາຄານ ST, ເຮືອນຮຽນຮູ້ຮ່ວມສໍາລັບເດັກດອນໜູນ, ສໍານັກພິມ ສານຝັນອາຄາເດມີ ແລະ ບໍລິສັດ ລາວໂທລະຄົມ ຊຶ່ງການຈັດແຂ່ງຂັນໃນຄັ້ງນີ້ ເປັນການສົ່ງເສີມໃຫ້ເຍົາວະຊົນລາວມີຄວາມສົນໃຈ ແລະ ເຫັນເຖິງຄວາມສຳຄັນຂອງຄະນິດສາດ ທັງເປັນການວັດໄອຄິວຂອງສະໝອງນ້ອງໆນັກຮຽນໃຫ້ມີການພັດທະນາທັກສະ, ຄວາມໃສ່ໃຈ ແລະ ຮັກໃນການຮຽນຄະນິດສາດຫຼາຍຂຶ້ນ ພ້ອມທັງເປັນການຝຶກທັກສະຄວາມສາມາດ ແລະ ພັດທະນາຄວາມພ້ອມຂອງເຍົາວະຊົນລາວໃຫ້ມີສັກກາຍະພາບເທົ່າທຽມກັບສາກົນ ແລະ ໃຫ້ເຕີບໃຫຍ່ໄປເປັນກຳລັງແຮງອັນສຳຄັນໃນການພັດທະນາປະເທດຊາດໃນອະນາຄົດ.

ສໍາລັບການແຂ່ງຂັນໃນຄັ້ງນີ້, ມີນັກຮຽນເຂົ້າຮ່ວມແຂ່ງຂັນຈາກທົ່ວປະເທດ ຈໍານວນ 183 ຄົນ, ໄດ້ແບ່ງເປັນ 3 ລະດັບ ຄື: ລະດັບ A ມີອາຍຸ 5-7 ປີ, ລະດັບ B ມີອາຍຸ 7-10 ປີ ແລະ ລະດັບ C ມີອາຍຸ 10-15 ປີ ຊຶ່ງທຸກລະດັບການແຂ່ງຂັນຈະເຮັດຂໍ້ສອບທັງ 2 ປະເພດ  ຄື: ຂໍ້ສອບຕາມໂຈດບວກ ແລະ ລົບ ມີ 4 ຊັ້ນ 2 ຫຼັກ ຈໍານວນ 100 ຂໍ້ ໃຊ້ເວລາ 15 ນາທີ ສໍາລັບລະດັບ A, ສ່ວນລະດັບ B ແລະ C ແມ່ນໃຊ້ເວລາ 10 ນາທີ ແລະ ທຸກລະດັບແມ່ນບອກຄຳປາກ​ເປົ່າ ຕາມໂຈດບວກ ແລະ ລົບ ມີ 4 ຊັ້ນ 2 ຫຼັກ ຈໍານວນ 50 ຂໍ້ ແລ້ວ​ຄັດ​ເອົາ​ຜູ້​ທີ່​ມີ​ຄະ​ແນນ​ສູງ​ສຸດ 1-3 ຄື: ຜູ້ຊະນະເລີດ ໄດ້ຮັບຂັນ​ລາງວັນ ແລະ ທຶນ​ຮຽນ​ສະມາດແມ໊ດ 6 ​ເດືອນ ເປັນມູນຄ່າ 3.000.000 ກີບ, ອັນດັບ​ທີ 2 ໄດ້ຮັບ​ຂັນ​ລາງວັນ ແລະ ທຶນ​ຮຽນ​ສະມາດແມ໊ດ 3 ​ເດືອນ ເປັນມູນຄ່າ 1.500.000 ກີບ ແລະ ອັນດັບ​ທີ 3 ຮັບ​ຂັນ​ລາງວັນ ແລະ ທຶນ​ຮຽນສະມາດແມ໊ດ 1 ​ເດືອນ ເປັນມູນຄ່າ 500.000 ກີບ ລວມເປັນທຶນຮຽນສະມາດແມ໊ດທັງໝົດ 15 ລ້ານກີບ. ນອກຈາກນີ້, ທາງຜູ້ສະໜັບສະໜູນຍັງມອບລາງວັນພິເສດໃຫ້ຕື່ມອີກ ປະກອບມີ ເຮືອນຮຽນຮູ້ຮ່ວມສໍາລັບເດັກ ມອບຄອດຮຽນພາສາໃຫ້ເລືອກ 9 ລາງວັນ ລວມມູນຄ່າ 3 ລ້ານກີບ,  ສໍານັກພິິມ ສານຝັນ ມອບປຶ້ມສໍາລັບເດັກ 9 ລາງວັນ ລວມມູນຄ່າ 6 ລ້ານກີບ, ບໍລິສັດ ລາວໂທລະຄົມ ສະໜັບສະໜູນບັດເຕີມເງິນ ລວມມູນຄ່າ 2 ລ້ານກີບ ​ແລະ ​ຜູ້​ເຂົ້າ​ແຂ່ງຂັນທຸກ​ຄົນແມ່ນໄດ້​ຮັບ​ຫຼຽນລາງວັນ​ຊົມ​ເຊີຍ.

ຜົນການແຂ່ງຂັນຂອງລະດັບ A ຊະນະ​ເລີດ​ ແມ່ນ ທ້າວ ປັນຍາວຸດ ວົງສັກ ໄດ້ 150 ຄະແນນ ໃນຄະແນນທັງໝົດ 150 ຄະແນນ, ອັນດັບ 2 ແມ່ນ ນາງ ສຸທິດາ ດາລາວົງ ໄດ້ 146 ຄະແນນ ແລະ ອັນດັບທີ 3 ແມ່ນ ນາງ ນະພາພອນ ວຽງສະກຸນ ໄດ້ 146 ຄະແນນ; ລະດັບ B ຊະນະເລີດ ແມ່ນ ທ້າວ ໂຊກນໍາເຮັງ ສີໃສແກ້ວ ໄດ້ 149 ຄະແນນ, ອັນດັບທີ 2 ແມ່ນ ທ້າວ ສອນສະຫວັນ ມະຫາວົງ ໄດ້ 149 ຄະແນນ, ອັນດັບທີ 3 ແມ່ນ ນາງ ເພັດມະນີ ພົມມະຈັກ ໄດ້ 147 ຄະແນນ ແລະ ອັນດັບທີ 4 ແມ່ນ ທ້າວ ສຸຣິຍະເດດ ແສງສຸຣິຍະ ໄດ້ຄະແນນ 147 ຄະແນນ; ລະດັບ C ຊະນະເລີດ ແມ່ນ ທ້າວ ຄໍາມົງຄຸນ ລໍບຸນແອງ ໄດ້ 150 ຄະແນນ, ອັນດັບທີ 2 ແມ່ນ ນາງ ນັນທະນາພອນ ປະວົງວຽງຄໍາ ໄດ້ 148 ຄະແນນ ແລະ ອັນດັບທີ 3 ແມ່ນ ນາງ ດາວພະສຸກ ເມືອງວົງ ໄດ້ 148 ຄະແນນ.

ຫຼັກສູດຄະນິດຄິດໄວ ສະມາດແມ໊ດ ເປັນວິຊາຄະນິດສາດຂະແໜງການໜຶ່ງທີ່ຮຽນເພື່ອພັດທະນາສັກການະພາບທາງສະໜອງ ເປັນການປັບຄວາມສົມດຸນຂອງສະໝອງເບື້ອງຊ້າຍ ແລະ ເບື້ອງຂວາ ຊຶ່ງຈະຊ່ວຍສົ່ງເສີມໃຫ້ຜູ້ຮຽນມີສະມາທິຕໍ່ເນື່ອງ, ມີຄວາມເຊື່ອໝັ້ນໃນຕົນເອງ, ມີລະບົບການຄິດທີ່ມີເຫດ ແລະ ຜົນ ພ້ອມທັງຈະສົ່ງຜົນໃຫ້ການຮຽນໃນຊັ້ນຮຽນປົກກະຕິດີຂຶ້ນ ເຊັ່ນ: ວິຊາຄະນິດສາດ ແລະ ວິທະຍາສາດ ເປັນຕົ້ນ.

ນອກຈາກນັ້ນ, ໃນງານນີ້, ທາງສູນສະມາດແມ໊ດ ໄດ້ຖືໂອກາດເປີດຕົວຫຼັກສູດ Happy Math ຢ່າງເປັນທາງການ ດ້ວຍສະໂລແກຼນທີ່ວ່າ: “ເກັ່ງເລກຕະຫຼອດຊີວິດ ຢ່າງມີຄວາມສຸກດ້ວຍຕົນເອງ” ສໍາລັບ Happy Math ເປັນຫຼັກສູດຄະນິດສາດ ລະບົບ PISA ທີ່ໃຊ້ຮຽນໃຊ້ສອນກັນຕາມໂຮງຮຽນທົ່ວໄປໃນທຸກປະເທດທົ່ວໂລກ ຈະຝຶກໃຫ້ນັກຮຽນມີທັກສະຂອງຄະນິດສາດຊັ້ນສູງ, ມີຄວາມສາມາດໃນການແກ້ໂຈດເລກໄດ້ທຸກມິຕິຂອງຄະນິດສາດ, ເຮັດໃຫ້ການຮຽນໃນໂຮງຮຽນເປັນເລື່ອງງ່າຍ, ເຮັດໃຫ້ເດັກມີຄວາມໝັ້ນໃຈໃນຕົນເອງ ແລະ ຮຽນຮູ້ສິ່ງໃໝ່ໆໄດ້ງ່າຍ. ຫຼັກສູດ Happy Math ເປັນລະບົບການຮຽນສະເພາະຕົວທີ່ມີເນື້ອໃນການຮຽນທີ່ເໝາະສົມກັບຄວາມສາມາດຂອງນັກຮຽນແຕ່ລະຄົນ, ເນື້ອໃນ ແລະ ວິທີການສອນຖືກຄົ້ນຄວ້າ ແລະ ພັດທະນາໃຫ້ມີປະສິດທິພາບສູງສຸດກັບສະພາບການຮຽນຂອງເດັກນ້ອຍ ໂດຍຜູ້ຊ່ຽວຊານທີ່ມີປະສົບການໃນການກໍ່ຕັ້ງລະບົບການຮຽນແບບສະເພາະຕົວມາຫຼາຍກວ່າ 15 ປີ ບົດຮຽນຖືກອອກແບບມາຢ່າງເປັນລະບົບງ່າຍຕໍ່ການຮຽນຮູ້ຢ່າງຕໍ່ເນື່ອງ, ຕັ້ງແຕ່ລະດັບອະນຸບານຮອດລະດັບມັດທະຍົມ ສອນດ້ວຍການກະຕຸ້ນໃຫ້ນັກຮຽນມີຄວາມເຂົ້າໃຈຝຶກຝົນການຄິດ ແລະ ແກ້ບັນຫາໄດ້ດ້ວຍຕົນເອງ ເພື່ອປູກຈິດສຳນຶກການຄິດ ແລະ ການເພິ່ງພາຕົນເອງ, ເນື້ອໃນຕາມຫຼັກສູດຄະນິດສາດທີ່ຮຽນຢູ່ໃນທົ່ວໂລກ ຄວບຄຸມທັງການຄິດຄຳນວນ ແລະ ການແກ້ໂຈດບັນຫາ; ເປົ້າໝາຍການຮຽນຮູ້ຢູ່ທີ່ການມີຄວາມສາມາດທາງຄະນິດສາດສູງກວ່າຊັ້ນຮຽນທີ່ຮຽນຢູ່ໃນປັດຈະບັນ ເພື່ອຄວາມເຂົ້າໃຈງ່າຍໆຂອງການຮຽນໃນໂຮງຮຽນ ຈົນຮອດລະດັບມັດທະຍົມສຶກສາໄດ້ຢ່າງຄ່ອງແຄ້ວ ແລະ ໝັ້ນໃຈ ດ້ວຍສະໂລແກຼນທີ່ວ່າ: “ເກັ່ງເລກຕະຫຼອດຊີວິດ ຢ່າງມີຄວາມສຸກ ດ້ວຍຕົນເອງ ກັບ Happy Math”.

ຫຼັກສູດຄະນິດຄິດໄວ ເປີດສອນນັັກຮຽນແຕ່ອາຍຸ 5-15 ປີ ຊຶ່ງມີການສອນໃນສະຖານທີ່ ທີ່ຈັດກຽມໄວ້, ສອນນອກສະຖານທີ່ຕາມໂຮງຮຽນທີ່ສົນໃຈ ຊຶ່ງມີຫຼັກສູດເປີດສອນປົກກະຕິ ຮຽນຕໍ່ໜ້າ ທີ່ສູນ ຫຼື ສອນທາງອອນລາຍ, ຫຼັກສູດຮຽນຕໍ່ເນື່ອງ ແລະ  ຫຼັກສູດເລັ່ງລັດ ສະຖານທີ່ ບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ໂດຍ ບົວລະພາ

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ