Skip to main content

ຜູ້ບໍລິຫານອາຊີວະສຶກສາທົ່ວປະເທດ ຕີລາຄາວຽກງານ ປະຈຳປີ 2023

21/12/2023

ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຜູ້ບໍລິຫານອາຊີວະສຶກສາທົ່ວປະເທດ ປະຈຳປີ 2023 ເມື່ອວັນທີ 21 ທັນວາ 2023 ທີ່ສູນຝຶກອົບຮົມແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມອ້ອມຂ້າງກະຊວງ ສສກ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຜູ້ຕາງໜ້າພະແນກສຶກສາ ແລະ ກິລາ ແຂວງ-ນະຄອນຫຼວງ, ຜູ້ອຳນວຍການ-ຮອງອໍານວຍການສະຖາບັນ, ຜູ້ອໍານວຍການສະຖານອາຊີວະສຶກສາ, ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອໃຫ້ພວກເຮົາໄດ້ພ້ອມກັນທົບທວນຄືນ ການຈັດຕັ້ງປະຕິບັດວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບໃນໄລຍະຜ່ານມາ, ຕີລາຄາບັນດາປັດໃຈທີ່ເປັນສາເຫດຂອງຄວາມສໍາເລັດ, ບໍ່ປະສົບຜົນສຳເລັດ, ສະຫຼຸບຖອດຖອນເປັນບົດຮຽນ ແລະ ວາງແຜນໃນປີຕໍ່ໜ້າ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ສະຖານອາຊີວະສຶກສາ ຮ່ວມມືກັບສະຖານປະກອບການ ປັບປຸງຫຼັກສູດໃຫ້ແທດເໝາະກັບຄວາມຕ້ອງການຂອງພາກທຸລະກິດ, ຜັນຂະຫຍາຍມາດຕະຖານອາຊີບມາເປັນມາດຕະຖານຫຼັກສູດ ແລະ ຮ່ວມກັບສະຖານປະກອບການຈັດຕັ້ງການຮຽນການສອນແບບຄວບຄູ່ໃຫ້ກວ້າງຂວາງຂຶ້ນກວ່າເກົ່າ; ການຈັດການຮຽນການສອນໃຫ້ມີຫຼາຍຮູບແບບ ແລະ ຫຼາຍລະດັບ ທັງໄລຍະສັ້ນ ແລະ ໄລຍະຍາວ ຕາມຄວາມຕ້ອງການກຸ່ມເປົ້າໝາຍ ທັງໃນຕົວເມືອງ ແລະ ເຂດຫ່າງໄກສອກຫຼີກ ໂດຍອີງຕາມກົດໝາຍອາຊີວະສຶກສາ ໃຫ້ມີທັງອາຊີວະສຶກສາໃນໂຮງຮຽນ ແລະ ນອກໂຮງຮຽນ, ຫຼາຍທ້ອງຖິ່ນກຸ່ມເປົ້າໝາຍເຂົ້າຫາເຮົາບໍ່ໄດ້ ເຮົາກໍຕ້ອງເຂົ້າໄປຫາເຂົາເຈົ້າ; ໃຫ້ສະຖານການສຶກສາແຕ່ລະແຫ່ງ ຮ່ວມມືກັບສະຖານປະກອບການ, ກຸ່ມອາຊີບໃນເຂດບໍລິການຂອງຕົນ, ກຳນົດຍຸດທະສາດການໃຫ້ບໍລິການອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ, ເຮັດການໂຄສະນາຫຼາຍຮູບແບບ ແລະ ໃຫ້ບໍລິການກຸ່ມເປົ້າໝາຍໃຫ້ແຂງແຮງຕື່ມ; ສະຖານອາຊີວະສຶກສາ ຕ້ອງເປັນເຈົ້າການສ້າງຜະລິດຕະພັນ ແລະ ນະວັດຕະກຳ ຕິດພັນກັບການຈັດການຮຽນການສອນ ແລະ ການໃຫ້ບໍລິການຮັບໃຊ້ສັງຄົມ; ທຸກພາກສ່ວນຕ້ອງເອົາໃຈໃສ່ເພີ່ມທະວີແນະແນວວິຊາຊີບໃຫ້ກວ້າງຂວາງ ແລະ ຫຼາຍຮູບແບບ; ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ-ຄູອາຈານ, ເພີ່ມທະວີຄວາມຮັບຜິດຊອບ ເປັນເຈົ້າການສິດສອນ, ພ້ອມກັນອົດທົນຜ່ານຜ່າໃນໄລຍະທີ່ພວກເຮົາມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ພິເສດ ຢາກໃຫ້ຄູອາຈານອາຊີວະສຶກສາກາຍເປັນຜູ້ຊ່ຽວຊານ ສະເພາະດ້ານໃຫ້ຫຼາຍຂຶ້ນ; ເນັ້ນການອອກແບບຂອງໂຄງການອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ  ໃຫ້ເບິ່ງລັກສະນະມະຫາພາກ, ແຈກຢາຍ ແລະ ກິດຈະກຳທີ່ອອກແບບໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຂອງບ້ານເຮົາ ຊຶ່ງໃນແຕ່ລະທ້ອງຖິ່ນກໍມີທ່າແຮງ ແລະ ຄວາມຕ້ອງການທັກສະທີ່ຕ່າງກັນ, ສຳຄັນແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ແລະ ພື້ນຖານໂຄງລ່າງໃຫ້ສະຖານອາຊີວະສຶກສາໃນແຕ່ລະແຂວງ. ໃນປີຜ່ານມາ ເຫັນວ່າວຽກງານການຮ່ວມມືກັບສະຖານການສຶກສາຕ່າງປະເທດ ແມ່ນຂະຫຍາຍຕົວຫຼາຍ, ສໍາຄັນແມ່ນສະເໜີໃຫ້ຜູ້ບໍລິຫານອາຊີວະແຕ່ລະຂັ້ນເປັນເຈົ້າການຍາດແຍ່ງໃຫ້ຢູ່ໃນທ່າບຸກ ບໍ່ແມ່ນທ່າຮັບ, ສໍາຄັນແມ່ນການຮ່ວມມືຕ້ອງຕອບສະໜອງຄວາມຕ້ອງການ, ຄວາມຈຳເປັນ ແລະ ເປັນການສ້າງຄວາມເຂັ້ມແຂງ ແລະ ຕອບສະໜອງຍຸດທະສາດຂອງພວກເຮົາໃນໄລຍະຍາວ.

ກອງປະຊຸມຄັ້ງນີ້, ໄດ້ດຳເນີນເປັນເວລາ 2 ວັນ ລະຫວ່າງວັນທີ 20-21 ທັນວາ 2023 ໂດຍໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານອາຊີວະສຶກສາ ປະຈໍາປີ 2023 ແລະ ແຜນພັດທະນາວຽກງານອາຊີວະສຶກສາ ປະຈໍາປີ 2024, ການຍົກລະດັບຄຸນນະພາບບຸກຄະລາກອນອາຊີວະສຶກສາ, ສະພາບການຮັບນັກຮຽນ ແລະ ການປັບປຸງຫຼັກສູດ, ບັນຫາ ແລະ ສິ່ງທ້າທາຍໃນການເຂົ້າຮຽນອາຊີວະສຶກສາ, ການຜັນຂະຫຍາຍດໍາລັດ ວ່າດ້ວຍກອງທຶນພັດທະນາອາຊີວະສຶກສາ, ການຈັດຕັ້ງປະຕິບັດໂຄງການຮ່ວມມື ແຜນວຽກຈຸດສຸມຂອງສະຖາບັນພັດທະນາອາຊີວະສຶກສາ ຕໍ່ວຽກງານອາຊີວະສຶກສາ ຮອດປີ 2024, ຮູບແບບການຮຽນການສອນອາຊີວະສຶກສາ, ທົບທວນແຜນພັດທະນາອາຊີວະສຶກສາ 5 ປີ 2021-2025 ແລະ ຜູ້ແທນກອງປະຊຸມໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ແຕ່ລະຫົວຂໍ້ຢ່າງກົງໄປກົງມາ ເພື່ອເຮັດໃຫ້ໄດ້ເນື້ອໃນເອກະສານທີ່ຄົບຖ້ວນສົມບູນ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ