ລັດຖະມົນຕີ ສສກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ-ກິລາ ທີ່ແຂວງຜົ້ງສາລີ

ທ່ານ ຮສ.ປອ ພຸດ ສິມມາລາວົງ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານສຶກສາ, ວິທະຍາສາດ ແລະ ກິລາ ທີ່ແຂວງຜົ້ງສາລີ ເພື່ອເປັນການຕິດຕາມ-ຮັບຮູ້ເຖິງສະພາບການ, ຂໍ້ສະດວກ, ຫຍຸ້ງຍາກ ພ້ອມກັນຫາທາງແກ້ໄຂ ແລະ ຜ່ານຜ່າ ຕໍ່ສະພາບຄວາມຫຍຸ້ງຍາກດັ່ງກ່າວ ໄປສູ້ຜົນສໍາເລັດສູງສຸດ.
ພິທີຕ້ອນຮັບ-ພົບປະໂອລົມຂອງທ່ານ ລັດຖະມົນຕີ ສສກ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງບຸນເໜືອ ແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຕ້ອນຮັບຂອງທ່ານ ພອນໄຊ ອ່ອນສາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຄະນະພະແນກ, ຄະນະຫ້ອງການສຶກສາທິການ ແລະ ກິລາ ເມືອງບຸນເໜືອ, ຄະນະອໍານວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ, ໂຮງຮຽນ ມສ ເທດສະບານແຂວງ, ໂຮງຮຽນສາມັນກິນນອນຊົນເຜົ່າແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ຫົວໜ້າ-ຮອງຫົວໜ້າສູນ ແລະ ພະນັກງານວິຊາການ ຄູອາຈານເຂົ້າຮ່ວມ 100 ກວ່າທ່ານ.
ໂອກາດດັ່ງກ່າວ, ທ່ານ ພອນໄຊ ອ່ອນສາ ໄດ້ຕາງໜ້າການນໍາພະແນກສຶກສາທິການ ແລະ ກິລາແຂວງ ລາຍງານສະພາບການຈັດຕັ້ງປະຕິບັດໂດຍຫຍໍ້ຂອງພະແນກສຶກສາທິການ ແລະ ກິລາແຂວງ ຊຶ່ງມີບາງດ້ານທີ່ທ່ານໄດ້ຍົກໃຫ້ເຫັນ ຄື: ສົກຮຽນ 2023-2024 ທົ່ວແຂວງມີໂຮງຮຽນທັງໝົດ 655 ແຫ່ງ ໃນນີ້ ມີໂຮງຮຽນເຕັກນິກ 1 ແຫ່ງ, ສູນການສຶກສານອກໂຮງຮຽນ 1 ແຫ່ງ, ໂຮງຮຽນຊັ້ນກ່ອນໄວຮຽນ ແລະ ສາຍສາມັນສຶກສາທັງໝົດ 653 ແຫ່ງ ໃນນີ້ ໂຮງຮຽນຊັ້ນກ່ອນໄວຮຽນ 133 ແຫ່ງ, ຊັ້ນປະຊົມສຶກສາ ມີ 465 ແຫ່ງ, ຊັ້ນມັດທະຍົມຕອນຕົ້ນ ມີ 34 ແຫ່ງ ແລະ ໂຮງຮຽນມັດທະຍົມສົມບູນມີ 21 ແຫ່ງ, ຈຳນວນນັກຮຽນລວມແຕ່ລະຊັ້ນໃນທົ່ວແຂວງ 41.250 ຄົນ ໃນນີ້ ມີນັກຮຽນຊັ້ນກ່ອນໄວຮຽນ 6.685 ຄົນ, ນັກຮຽນຊັ້ນປະຖົມສຶກສາ 19.548 ຄົນ, ນັກຮຽນຊັ້ນມັດທະຍົມ 15.017 ຄົນ, ປັດຈຸບັນທົ່ວແຂວງມີຄູສອນທັງໝົດ 2.795 ຄົນ, ຍິງ 1.865 ຄົນ ໃນນີ້ ລັດຖະກອນຄູ 2.466 ຄົນ, ຍິງ 1.653 ຄົນ ແລະ ຄູອາສາສະໝັກ 286 ຄົນ, ຍິງ 180 ຄົນ, ປັດຈຸບັນໂຮງຮຽນທີ່ຂາດຄູສອນ ມີ 244 ແຫ່ງ ເທົ່າກັບ 35,77% ໃນນີ້ ຊັ້ນກ່ອນໄວຮຽນ 104 ແຫ່ງ, ຊັ້ນປະຖົມ 112 ແຫ່ງ, ຊັ້ນມັດຖະຍົມຕອນຕົ້ນ 17 ແຫ່ງ ແລະ ມັດທະຍົມສົມບູນ 11 ແຫ່ງ ແລະ ຕ້ອງການຄູໃນທຸກຊັ້ນຮຽນທັງໝົດ 413 ຄົນ ໃນນີ້ ກ່ອນໄວຮຽນ 143 ຄົນ, ຊັ້ນປະຖົມ 118 ຄົນ ແລະ ຊັ້ນມັດທະຍົມ 152 ຄົນ, ແຕ່ລະປີທາງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ສະເໜີໃຫ້ທາງແຂວງແກ້ໄຂອຸດໜູນຊ່ວຍເດືອນລະ 210.00 ກີບຕໍ່ຄົນໃນໄລຍະເວລາ 8 ເດືອນ. ພ້ອມກັນນີ້, ຍັງໄດ້ຊີ້ນໍາໃຫ້ບັນດາເມືອງ, ໂຮງຮຽນ, ບ້ານຊ່ວຍເບິ່ງແຍງທາງດ້ານຊີວິດການເປັນຢູ່ຕາມສະພາບເງື່ອນໄຂຂອງແຕ່ລະທ້ອງຖິ່ນຕື່ມອີກ. ໃນທົ່ວແຂວງຜົ້ງສາລີ ມີຈຳນວນອາຄານຮຽນ ທັງໝົດ 870 ຫຼັງ, 2.346 ຫ້ອງ ໃນນີ້ ມີອາຄານຖາວອນ 227 ຫຼັງ ເທົ່າກັບ 26,09%, ອາຄານເຄິ່ງຖາວອນ 252 ຫຼັງ ເທົ່າກັບ 28,97%, ອາຄານຊໍາຊາຊົ່ວຄາວ ມີ 391 ຫຼັງ ເທົ່າກັບ 44,94%.
ພ້ອມດຽວກັນນີ້, ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຍັງໄດ້ລາຍງານການຈັດຕັ້ງປະຕິບັດ 12 ຄາດໝາຍ SDG4 ປະຈໍາສົກຮຽນ 2022-2023, ບັນຫາການປະລະການຮຽນ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກ, ທິດທາງແຜນການໃນຕໍ່ໜ້າ ພ້ອມດ້ວຍມາດຕະການ ແລະ ວິທີການແກ້ໄຂໃນຕໍ່ໜ້າ ກ່ຽວກັບບັນຫາປະລະການຮຽນ.
ໃນໂອກາດດຽວກັນນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ໂອ້ລົມຕໍ່ຄະນະນໍາ, ພະນັກງານວິຊາການ ແລະ ບັນດາຄູອາຈານ ຊຶ່ງທ່ານໄດ້ຊີ້ໃຫ້ເຫັນຄວາມສັບສົນ, ສະຫຼັບຊັບຊ້ອນໃນການແຂ່ງຂັນ ຊ່ວງຊີງ ແລະ ຮ່ວມມືກັນຂອງໂລກປັດຈຸບັນ ແລະ ຜົນກະທົບທີ່ມີຕໍ່ພາຍໃນປະເທດເຮົາຈາກສະພາບຄວາມຫຍຸ້ງຍາກທາງດ້ານການເມືອງ, ພະຍາດໂຄວິດ-19 ແລະ ທາງດ້ານການເງິນຂອງໂລກ ທີ່ສົ່ງຜົນກະທົບທາງກົງ-ທາງອ້ອມຕໍ່ຂະແໜງການສຶກສາ ແລະ ກິລາ. ພ້ອມດຽວກັນນີ້, ທ່ານໄດ້ຮຽກຮ້ອງໃຫ້ພະນັກງານຂະແໜງການສຶກສາ ແລະ ກິລາ ມີຄວາມອົດທົນຜ່ານຜ່າຕໍ່ສະພາບຄວາມຫຍຸ້ງຍາກດັ່ງກ່າວ, ຍິ່ງມີຄວາມຫຍຸ້ງຍາກເທົ່າໃດ ຍິ່ງໄດ້ເພີ່ມທະວີຄວາມສາມັກຄີ ຮ່ວມມືຊອກຮູ້ວິທີການແກ້ໄຂ ເພີ່ມຄວາມເປັນເຈົ້າການໃນການເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງໃຫ້ຫຼາຍຂຶ້ນ. ຄະນະນໍາ-ຜູ້ບໍລິຫານການສຶກສາທຸກຂັ້ນ ເພີ່ມຄວາມເປັນຫ່ວງເປັນໃຍຕໍ່ໜ້າວຽກ, ເພື່ອນຮ່ວມງານ, ພະນັກງານວິຊາການ, ບັນດາຄູອາຈານ, ລູກຫຼານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເພື່ອຮ່ວມແຮງຮ່ວມໃຈກັນພັດທະນາຂະແໜງການສຶກສາ, ພັດທະນາຄົນຕາມ 5 ຫຼັກມູນການສຶກສາ ເພາະສ້າງຄົນຄືສ້າງຊາດ. ສະນັ້ນ, ຕ້ອງພ້ອມກັນສືບຕໍ່ສົ່ງເສີມວຽກງານການສຶກສາກ່ອນໄວຮຽນ, ລະດົມລູກຫຼານໄປຮຽນວິຊາຊີບໃຫ້ຫຼາຍຂຶ້ນ, ສູ້ຊົນການເພີ່ມຂຶ້ນອັດຕາເຂົ້າຮຽນ, ອັດຕາຈົບຊັ້ນ ແລະ ໃຫ້ອັດຕາປະລະການຮຽນຂອງແຕ່ລະຊັ້ນ, ແຕ່ລະຂັ້ນໃຫ້ນັບມື້ຫຼຸດໜ້ອຍລົງ.
ໂດຍ: ຄໍາວອນ (ສກຂ ຜົ້ງສາລີ)