ປະທານ ສະໂມສອນ ອິນທະສອນ ແຊ໋ມບານສົ່ງຊີງຂັນ ເບຍລາວ 2023 ພ້ອມສືບຕໍ່ພັດທະນາທີມສູ່ເວທີສາກົນ

ປະທານ ສະໂມສອນບານສົ່ງ ອິນທະສອນ ວີຊີ (INTHASONE VOLLEYBALL CLUP) ສະແດງຄວາມພູມໃຈຕໍ່ທີມ ກໍຄື ນັກກິລາທຸກຄົນ ທີ່ພ້ອມກັນສ້າງປະຫວັດສາດຄອງແຊ໋ມການແຂ່ງຂັນກິລາບານສົ່ງໃນຮົ່ມປະເພດຊາຍ ລະດັບຊາດ ຫຼື ລາຍການ Beerlao Volleyball Championship 2023 ຫຼັງຈາກພິກແຊງເອົາຊະນະ ສະໂມສອນ ກອງທັບ ຮອງແຊ໋ມເກົ່າ 3-2 ເຊັດ ພ້ອມທັງຢືນຢັນຈະສືບຕໍ່ພັດທະນາ ແລະ ສົ່ງທີມເຂົ້າຮ່ວມແຂ່ງຂັນລາຍການຕ່າງໆຢ່າງຕໍ່ເນື່ອງ ເພື່ອສົ່ງເສີມນັກກິລາກ້າວສູ່ເວທີລະດັບພາກພື້ນ, ອານຸພາກພື້ນ ແລະ ສາກົນ.
ຜົນງານຂອງສະໂມສອນ ອິນທະສອນ ວີຊີ ລົງສະໜາມໃນນັດຊີງຊະນະເລີດ ພົບກັບ ກອງທັບ ທີ່ມີ 18 ຄະແນນເທົ່າກັນ ຈາກຜົນງານຊະນະຕິດຕໍ່ກັນ 6 ນັດ ປະກົດວ່າ ເປັນຄູ່ຊີງຊະນະເລີດທີ່ສູສີທີ່ສຸດ ຊຶ່ງໃນເຊັດທໍາອິດ ກອງທັບ ເອົາຊະນະໄປກ່ອນ 25-19 ຄະແນນ ກ່ອນໃນເຊັດທີ 2 ແລະ 3 ອິນທະສອນ ກໍພິກກັບມາເອົາຊະນະໄປ 25-22 ກັບ 25-9 ຄະແນນ ແຕ່ເຊັດທີ 4 ເປັນກອງທັບ ຊະນະໄດ້ຄືນ 25-20 ຄະແນນ ສົ່ງຜົນໃຫ້ທັງສອງທີມຕ້ອງໄປຕັດສິນໃນເຊັດສຸດທ້າຍ (ເຊັດທີ 5) ແລະ ເປັນທາງ ອິນທະສອນ ທີ່ເອົາຊະນະໄປ 15-13 ຄະແນນ ຄວ້າຂັນແຊ໋ມ, ຫຼຽນລາງວັນ ແລະ ເງິນລາງວັນ 25 ລ້ານກີບໄປຄອງ ແຈ້ງເກີດໃນວົງການບານສົ່ງໃນຮົ່ມ ສປປ ລາວ ຢ່າງຍິ່ງໃຫຍ່.
ຕໍ່ຜົນງານດັ່ງກ່າວ, ທ່ານ ອິນທະສອນ ລັດສະໝີ ປະທານສະໂມສອນບານສົ່ງ ອິນທະສອນ ວີຊີ ໃຫ້ສໍາພາດກັບສື່ມວນຊົນວ່າ: ການທີ່ເຮົາວາງເປົ້າໝາຍເປັນສິ່ງທີ່ສຳຄັນທີ່ສຸດ ກ່ອນທີ່ຂ້າພະເຈົ້າຈະຕັດສິນໃຈສົ່ງທີມລົງແຂ່ງໃນງານ Beerlao Volleyball Championship 2023 ໃນຄັ້ງນີ້, ຂ້າພະເຈົ້າທັງທີມງານທີ່ຢູ່ເບື້ອງຫຼັງໄດ້ເຮັດວຽກໜັກທີ່ສຸດ ເພື່ອວາງແຜນການຝຶກຊ້ອມ ແລະ ວາງແຜນການຮັບມືກັບທຸກທີມທີ່ເຂົ້າຮ່ວມ ຈຶ່ງສາມາດຍາດໄຊຊະນະໄດ້ທຸກທີມ ໂດຍສະເພາະນັດສຸດທ້າຍທີ່ພົບກັບສະໂມສອນ ກອງທັບ ຖືວ່າເປັນທີມລະດັບຕົ້ນໆຂອງລາວເຮົາ ແຕ່ກໍເຊື່ອໝັ້ນໃນທີມງານ ແລະ ນັກກິລາທີ່ມີຄວາມມຸ້ງໝັ້ນ ຢາກໄດ້ຮັບໄຊຊະນະ ຫຼີ້ນແບບບໍ່ມີຄວາມກົດດັນ, ຊ່ວຍກັນເກັບຄະແນນທຸກນັດ ຈົນສາມາດເອົາຊະນະສະໂມສອນ ກອງທັບ ມາໄດ້ຢ່າງວຸດວິດ ດ້ວຍສະກໍ 3 ຕໍ່ 2 ເຊັດ ແລະ ເປັນສິ່ງທີ່ພວກເຮົາໃນທີມມີຄວາມພູມໃຈທີ່ສຸດ ທີ່ໄດ້ເປັນແຊ໋ມໃນທົວນາເມັ້ນນີ້ ຫຼັງຈາກລໍຄ່ອຍມາເປັນເວລາ 5 ປີ ນັບຕັ້ງແຕ່ປີ 2019 ທີ່ເລີ່ມສ້າງຕັ້ງທີມສະໂມສອນ ຊຶ່ງສະໂມສອນໄດ້ທຸ້ມເທ ແລະ ຕັ້ງໃຈສ້າງທີມຂຶ້ນມາຈົນໄດ້ຮັບຜົນສຳເລັດໃນຄັ້ງນີ້.
ປະທານສະໂມສອນບານສົ່ງ ອິນທະສອນ ວີຊີ ກ່າວອີກວ່າ: ກ່ອນຈະປະສົບຜົນສຳເລັດໃນຄັ້ງນີ້ ໃນນາມຂ້າພະເຈົ້າເປັນຜູ້ລິເລີ່ມກໍ່ຕັ້ງສະໂມສອນ ຂໍສະແດງຄວາມຂອບໃຈມາຍັງທຸກພາກສ່ວນທີ່ເຮັດວຽກໜັກ ໂດຍສະເພາະ ຄູຝຶກ ແລະ ນັກກິລາ ທີ່ສະລະເວລາໃຫ້ຄວາມສຳຄັນການຝຶກຊ້ອມຢ່າງມີລະບຽບ, ວິໄນ ແລະ ສິ່ງສຳຄັນທີ່ເຮັດໃຫ້ປະສົບຜົນສຳເລັດໃນຄັ້ງນີ້ ກໍຄືບັນດາສະປ໋ອນເຊີຜູ້ໃຫຍ່ໃຈດີ ທີ່ເບິ່ງເຫັນຄວາມຕັ້ງໃຈຂອງທີມເຮົາ ແນ່ນອນທາງສະໂມສອນເຮົາຍັງຈະສືບຕໍ່ສົ່ງທີມເຂົ້າຮ່ວມການແຂ່ງຂັນງານຕ່າງໆ ທັງພາຍໃນ ແລະ ພາຍນອກ ເວົ້າລວມ ເວົ້າສະເພາະຖ້າຫາກມີໂອກາດ ທາງສະໂມສອນເຮົາຢາກຈະມີໂອກາດເຂົ້າຮ່ວມການແຂ່ງລະດັບນານາຊາດ ເພື່ອຢາກພັດທະນານັກກິລາລາວເຮົາໃຫ້ທຽບເທົ່າລະດັບອາຊຽນ ກໍຄື ສາກົນ ໃນຕໍ່ໜ້າ.
ສຳລັບສະໂມສອນ ອິນທະສອນ ວີຊີ ໄດ້ສ້າງຕັ້ງມາແຕ່ປີ 2019 ແລະ ສາມາດແຈ້ງເກີດ ເມື່ອປີ 2018 ຄອງແຊ໋ມບານສົ່ງທົ່ວແຂວງຫຼວງພະບາງ ຊີງຂັນທ່ານເຈົ້າແຂວງ, ຄວ້າລາງວັນທີ 4 ບານສົ່ງທົ່ວປະເທດ ປະຈຳປີ 2019, ຄວ້າລາງວັນທີ 3 ບານສົ່ງທົ່ວປະເທດ ປະຈຳປີ 2021, ຄວ້າລາງວັນຊະນະເລີດ ຮຸ່ນອາຍຸ 23 ປີ ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໃນປີ 2022, ຄວ້າລາງວັນອັນດັບທີ 3 ໃນນາມນະຄອນຫຼວງວຽງຈັນ ບານສົ່ງທົ່ວປະເທດ ປີ 2022, ຄວ້າລາງວັນຊະນະເລີດ ຮຸ່ນອາຍຸ 23 ປີ ຊີງຂັນທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ໃນປີ 2023 ແລະ ຫຼ້າສຸດ ແມ່ນຄອງຂັນຊະນະເລີດ ບານສົ່ງທົ່ວປະເທດ ລາຍການ ເບຍລາວ ແຊ໋ມປ້ຽນຊິບ 2023.
ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ມຊ ສະຫຼຸບສົກສຶກສາ 2024-2025 ພ້ອມໄຂສົກຮຽນໃໝ່ 2025-2026 ແລະ ສະຫຼອງວັນຄູແຫ່ງຊາດ
- ເປີດການແຂ່ງຂັນກິລາອີ-ສະປອດ ຊີງແຊ໋ມປະເທດລາວ 2025 ກຽມຄວາມພ້ອມໃສ່ງານກິລາແຫ່ງຊາດ ຄັ້ງທີ XII
- ເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ຈັດຂຶ້ນພາຍໃຕ້ຄໍາຂວັນ: “ການຕອບໂຕ້ວິກິດໃນຕົວເມືອງ”
- ລັດຖະບານຕວກກີ ໃຫ້ການຊ່ວຍເຫຼືອທັບນັກກິລາກະຕໍ້ຄົນພິການລາວ ຮ່ວມແຂ່ງຂັນລາຍການຊີງແຊ໋ມນານາຊາດ
- “ເຈນຈິລາ ຂຸນລິວົງ” ສາວນັກກິລາແລ່ນ-ລານ ຕັ້ງເປົ້າຄວ້າ 3 ຫຼຽນຄຳ ໃຫ້ແຂວງສະຫວັນນະເຂດ “ນະຄອນຫຼວງວຽງຈັນ ເກມ 2025”
- ກອງປະຊຸມໃຫຍ່ ຜູ້ເເທນອົງຄະນະພັກເເຂວງຫົວພັນ ຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການ
