Skip to main content

ອີສະປອດ ລາວ ຊີງແຊ໋ມແຫ່ງຊາດ 2023 ຍົກລະດັບນັກກິລາລາວກ້າວສູ່ສາກົນ

26/12/2023

ສະຫະພັນກິລາອີສະປອດແຫ່ງຊາດລາວ ຈັດການແຂ່ງຂັນກິລາອີສະປອດ ຊີງແຊ໋ມປະເທດລາວ ປະຈຳປີ 2023 ຫຼື Lao Esports National championship 2023 ໃນລະຫວ່າງວັນທີ 16-17 ທັນວາ ຜ່ານມາ ທີ່ສູນການຄ້າ ວຽງຈັນ ເຊັນເຕີ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ,  ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ແລະ ທ່ານ ໂຈນາທານ ສີຣິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ ພ້ອມດ້ວຍບັນດາຮອງຫົວໜ້າກົມ, ພະແນກສຶກສາ, ຕົວແທນຈາກມະຫາວິທະຍາໄລ, ວິທະຍາໄລ, ຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງ, ນັກກິລາ ແລະ ກອງເຊຍຢ່າງຫຼວງຫຼາຍ.

ການຈັດແຂ່ງຂັນລາຍການດັ່ງກ່າວ, ແມ່ນເພື່ອເປັນການສ້າງຂະບວນການສົ່ງເສີມກິລາອີສະປອດ ໃນ ສປປ ລາວ ໃຫ້ມີການເຄື່ອນໄຫວຝຶກແອບ ແລະ ແຂ່ງຂັນ ແນໃສ່ກະກຽມນັກກິລາເຂົ້າຮ່ວມການແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດ ແລະ ເປັນການຝຶກຊ້ອມ, ຝຶກແອບນັກກິລາແຕ່ລະປະເພດໃຫ້ມີພັດທະນາການທາງດ້ານທັກສະ, ການວາງແຜນ ແລະ ການປະສານງານເປັນທີມ, ຄັດເລືອກນັກກິລາທີມຊາດໃນແຕ່ລະປະເພດສົ່ງເຂົ້າຮ່ວມການແຂ່ງຂັນທັງໃນລະດັບພາກພື້ນ, ອານຸພາກພື້ນ ແລະ ໃນລະດັບສາກົນ ອີກດ້ານໜຶ່ງຍັງເປັນການສົ່ງເສີມບາດກ້າວສຳຄັນໃນການກໍ່ສ້າງ-ຊຸກຍູ້ວົງການກິລາອີສະປອດລາວໃນຫຼາຍໆດ້ານ ເປັນຕົ້ນແມ່ນດ້ານບຸກຄະລາກອນ, ກຳມະການຕັດສິນ, ຄະນະກຳມະການຈັດການແຂ່ງຂັນ, ຄູຝຶກ ແລະ ນັກກິລາຂອງລາວໃຫ້ມີປະສົບການໃນລະດັບຊາດ ຮັບປະກັນທາງດ້ານຄຸນນະພາບ ມີທ່າກ້າວ ແລະ ເພີ່ມທະວີການພັດທະນາຍິ່ງຂຶ້ນ ແນໃສ່ສ້າງຂະບວນການໃຫ້ເຍົາວະຊົນໜຸ່ມນ້ອຍໃຊ້ເວລາວ່າງໃຫ້ເກີດປະໂຫຍດ ຕ້ານປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ທັງເປັນການສ້າງຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບກິລາອີສະປອດ, ແຍກຄວາມເຂົ້າໃຈຜິດກ່ຽວກັບການຫຼິ້ນອີສະປອດ, ການຫຼິ້ນເກມ ແລະ ການຫຼິ້ນພະນັນອອນລາຍ.

ການແຂ່ງຂັນຄັ້ງນີ້, ມີຜູ້ເຂົ້າຮ່ວມສະໝັກແຂ່ງຂັນ 400 ກວ່າທີມ ຫຼື 2.000 ກວ່າຄົນທີ່ສະໝັກຜ່ານລາຍການຕ່າງໆ ໂດຍປະກາດຮອບສະໝັກນັກກິລາຕັ້ງແຕ່ເດືອນກໍລະກົດ 2023  ແລະ ເລີ່ມມີການແຂ່ງຂັນຮອບຄັດເລືອກຜ່ານຮູບແບບອອນລາຍມາຕັ້ງແຕ່ເດືອນສິງຫາ 2023 ຊຶ່ງປີນີ້ ບັນຈຸອີສະປອດ 7 ປະເພດເກມ 8 ລາຍການຍອດນິຍົມໃນປະເທດລາວ ໄດ້ແກ່ Mobile legends ຍິງ ແລະ ຊາຍ ແລະ AOV, PUBG Mobile ແລະ Free fire, ຍັງມີ E football and Tekken7 ແລະ Varolant.  ພ້ອມກັນນັ້ນ, ຍັງມີການແຂ່ງຂັນປະກວດ Cosplay ນຳອີກ ໃນປີ 2023 ໂດຍຂອງລາງວັນລວມມູນຄ່າຫຼາຍກວ່າ 52.000.000 ກີບ.

ຜ່ານການແຂ່ງຂັນຜົນປາກົດວ່າ: ອັນດັບທີ 1 ປະເພດເກມ Freefire ເປັນຂອງທີມ LOR RUAY, ອັນດັບທີ 1 ປະເພດເກມ PUBG Mobile ແມ່ນທີມ PARADISE ESPORTS, ອັນດັບທີ 1 ປະເພດເກມ Valorant  ໄດ້ແກ່ NINE ESPORTS, ອັນດັບທີ 1 ປະເພດເກມ PES ຫຼື E football ໄດ້ແກ່ ທ້າວ ສຸກສະຫວັນ ເຮືອງມະນີ, ອັນດັບທີ 1 ປະເພດເກມ Tekken7 ໄດ້ແກ່ ທ້າວ ຄຳຫຼ້າ ເລົ່າ, ອັນດັບທີ 1 ປະເພດເກມ AOV ໄດ້ແກ່ LAO SUPPLY, ອັນດັບທີ 1 ປະເພດເກມ Mobile Legend ລາຍການທີມຍິງລ້ວນ ໄດ້ແກ່ TEAM EVO QT ແລະ ທີມຊາຍລ້ວນ ອັນດັບທີ 1 ໄດ້ແກ່ NIIGHTMARE ESPORTS.

ໃນປັດຈຸບັນ ມີການເຄື່ອນໄຫວຫຼິ້ນກິລາອີສະປອດທົ່ວປະເທດຫຼາຍກວ່າ 300.000 ຄົນ (ຈຳນວນທີ່ເຂົ້າມາເປັນສະມາຊິກພາຍໃນກຸ່ມ) ເພື່ອແລກປ່ຽນແນວຄິດ, ເຕັກນິກວິທີການພັດທະນາຄວາມຮູ້ດ້ານໄອທີ, ໂປຣແກຣມ, ການອອກແບບ, ທັກສະດ້ານອີສະປອດ,  ວິທີການຫຼິ້ນ ແລະ ທັດສະນະໃນການນຳໃຊ້ເກມໃນຊີວິດປະຈຳວັນຢ່າງສ້າງສັນ. ໃນໄລຍະຜ່ານມາ, ສປປ ລາວ ສາມາດຍາດໄດ້ 2 ຫຼຽນເງິນ ໃນການແຂ່ງຂັນກິລາມະຫາວິທະຍາໄລອາຊຽນ ປີ 2021, ຍາດໄດ້ຫຼຽນທອງໃນການແຂ່ງຂັນ ຊີເກມ ຄັ້ງທີ 32 ແລະ ສາມາດຍາດໄດ້ອັນດັບທີ 3 ຂອງການແຂ່ງຂັນ ຊີງແຊ໋ມໂລກ ປະເພດ Team Dota2 ໃນປີ 2022 ອີກດ້ວຍ​.

ໂດຍ ສົງການ ພັນແພງດີ