Skip to main content

ເຢຍລະມັນ ແຊງຊະນະ ໂປແລນ 2-1 ຄູ່ ຄວ້າແຊ໋ມເທັນນິດ ທີມປະສົມ ຊີງແຊ໋ມໂລກ 2024

ການແຂ່ງຂັນເທັນນິດທີມປະສົມຊີງແຊ໋ມໂລກ ປະຈຳປີ 2024 ລາຍການ ຢູໄນເຕັດ ຄັບ 2024 ທີ່ນະຄອນເພີດ ແລະ ຊິດນີ ປະເທດອົດສະຕຣາລີ ເມື່ອທ້າຍອາທິດຜ່ານມາ ເປັນການແຂ່ງຂັນຄູ່ຊິງຊະນະເລີດ ລະຫວ່າງ ທີມຊາດໂປໂລຍ ຫຼື ໂປແລນ ທີ່ນຳໂດຍ ອີກາ ສະເວຍເຕັກ ມື 1 ຂອງໂລກ ທີ່ຜົນງານເດັ່ນສຸດໃນຮອບຜ່ານໆມາ ຄວ້າໄຊ 8 ຄູ່ລວດ ພົບກັບ ທີມຊາເເຢຍລະມັນ ທີ່ນຳໂດຍ ອາເລັກຊານເດີ ຊະເວເຣບ ມື 6 ຂອງໂລກ.


ຄູ່ທຳອິດປະເພດຍິງດ່ຽວ ອີກາ ສະເວຍເຕັກ ເອົາຊະນະ ແອັງເຈລິກ ແກເບີ ອາດີດມື 1 ຂອງໂລກ 2-0 ເຊັດ 6-3 ແລະ 6-0 ຄະແນນ ຊ່ວຍໃຫ້ ໂປໂລຍ ຂຶ້ນນຳກ່ອນ 1-0 ຄູ່, ຕໍ່ມາປະເພດຊາຍດ່ຽວ ອາເລັກຊານເດີ ຊະເວເຣບ ແຊງຊະນະ ຮູເບີດ ເຮີຄັກ ມື 9 ຂອງໂລກ ແບບຫວຸດວິດ 2-1 ເຊັດ 6-7 (3-7), 7-6 (8-6) ແລະ 6-4 ຄະແນນ ເຮັດໃຫ້ເຢຍລະມັນ ໄລ່ຕີສະເໝີເປັນ 1-1 ຄູ່ ຕ້ອງມາຕັດສິນປະເພດຄູ່ປະສົມ ໂປໂລຍ ສົ່ງ ສະເວຍເຕັກ ຄູ່ກັບ ເຮີຄັກ ແລະ ເຢຍລະມັນ ສົ່ງ ຊະເວເຣບ ຄູ່ກັບ ລໍຣ້າ ຊີເກມູນ ແລະ ເປັນ ເຢຍລະມັນ ເອົາຊະນະ ແບບຫວຸດວິດ 2-1 ເຊັດ 6-4, 5-7 ແລະ ຊຸບເປີໄທເບຣກ 10-4 ຄະແນນ ຊ່ວຍໃຫ້ທີມຊາດເຢຍລະມັນ ຄວ້າແຊ໋ມໄປຄອງໄດ້ຢ່າງຍິ່ງໃຫຍ່.
January 7: Finalists Team Polandwith their trophy after the 2024 United Cup Trophy on Ken Rosewall Arena in Sydney, on Sunday, January 7, 2024. Photo by TENNIS AUSTRALIA/ JAMES GOURLEY

Photo: United Cup

Leave a Reply

Your email address will not be published. Required fields are marked *