Skip to main content

ການແຂ່ງຂັນມວຍລາວ ຄັດເລືອກນັກກິລາດາວເດັ່ນຂອງສປປ ລາວ ຈະເປີດສາກລະເບີດຄວາມມັນ 20 ມັງກອນນີ້ ແຟນມວຍພັນແທ້ຫ້າມພາດ!

09/01/2024

ສະຫະພັນມວຍລາວແຫ່ງຊາດ ຈະຈັດການແຂ່ງຂັນຊົກມວຍລາວລະດັບຊາດ 3 ຮຸ່ນ ເພື່ອເປັນການຄັດເລືອກເອົານັກກິລາມວຍດາວເດັ່ນໜຶ່ງດຽວຂອງ ສປປ ລາວ ໃນແຕ່ລະຮຸ່ນ ກຽມສົ່ງເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ຈະເປີດສາກລະເບີດຄວາມມັນຢ່າງເປັນທາງການໃນວັນທີ 20 ມັງກອນນີ້ ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ. ຄຽງຄູ່ກັນນີ້ກໍເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ຕ້ອນຮັບປີທ່ອງທ່ຽວລາວ 2024 ໃຫ້ມີຂະບວນການຟົດຟື້ນ ແລະ ເບີກບານມ່ວນຊື່ນ.


ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ທັງເປັນຮອງປະທານສະຫະພັນມວຍລາວ ກ່າວວ່າ: ການຈັດງານແຂ່ງຂັນມວຍລາວລະດັບຊາດຄັ້ງນີ້ ກໍເພື່ອເປັນການຊອກຫານັກກິລາດາວເດັ່ນໜຶ່ງດຽວຂອງສປປ ລາວ ໃນຮຸ່ນນ້ຳໜັກ 51 ກິໂລ, ຮຸ່ນ 57 ກິໂລ ແລະ ຮຸ່ນ 65 ກິໂລ ແນໃສ່ເປັນການຄັດເລືອກເອົານັກກິລາທີ່ມີຄວາມສາມາດ ແລະ ເກັ່ງໆລະດັບຕົ້ນໆຂອງປະເທດ ເພື່ອຕິດທີມຊາດ ກຽມສົ່ງເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເວົ້າລວມ, ເວົ້າສະເພາະແມ່ນກຽມຄວາມພ້ອມໃຫ້ແກ່ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ໃນປີ 2025. ສະນັ້ນ, ເພື່ອເປັນການສ້າງໂອກາດໃຫ້ກັບນັກກິລາມວຍລາວໄດ້ມີເວທີແຂ່ງຂັນຢ່າງຕໍ່ເນື່ອງ ສະຫະພັນມວຍລາວແຫ່ງຊາດ ຈຶ່ງກຽມຈະຈັດການແຂ່ງຂັນກິລາມວຍລາວລາຍການດັ່ງກ່າວຂຶ້ນ ຊຶ່ງເປັນມວຍຮອບ ໂດຍຮອບທີ 1 ຫຼື ຮອບທຳອິດ ແຕ່ລະຮຸ່ນກຳນົດເອົາ 8 ຄູ່ (16 ຄົນ) ກ່ອນຄັດເລືອກໄປເລື້ອຍໆ ຈົນກວ່າຈະໄດ້ນັກມວຍດາວເດັ່ນພຽງໜຶ່ງດຽວ ໂດຍເປີດຮັບສະໝັກຈົນຮອດວັນທີ 12 ມັງກອນ 2024 ແລະ ໃນວັນທີ 13 ມັງກອນ 2024 ຈະມີການຈັບສະຫຼາກປະກົບຄູ່ໃນແຕ່ລະຮຸ່ນນ້ຳໜັກ ກ່ອນຈະມີພິທີເປີດການແຂ່ງຂັນຢ່າງເປັນທາງການໃນວັນທີ 20 ມັງກອນ 2024 ທີ່ດ້ານຫຼັງຫ້າງພາກຊັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ຫຼັງຈາກນັ້ນກໍຈະມີການຈັດແຂ່ງຂັນຕໍ່ໄປເປັນແຕ່ລະເດືອນ ໂດຍກຳນົດເອົາສະຖານທີ່ຈັດແຕກຕ່າງກັນໄປ ເຊັ່ນ: ນ້ຳພຸ, ແຄມຂອງ ນະຄອນຫຼວງວຽງຈັນ, ເມືອງວັງວຽງ ແຂວງວຽງຈັນ, ນະຄອນຫຼວງພະບາງ ແຂວງຫຼວງພະບາງ, ນະຄອນປາກເຊ ແຂວງຈຳປາສັກ ແລະ ແຂວງອື່ນໆທີ່ມີເງື່ອນໄຂ. ຢ່າງໃດກໍຕາມ, ນອກຈາກການແຂ່ງຂັນມວຍຮອບແລ້ວ ຍັງມີມວຍປະກອບລາຍການ ຫຼື ມວຍສະໝັກຫຼິ້ນ ຖ້າຫາກນັກກິລາຄົນໃດສົນໃຈກໍສາມາດສະໝັກເຂົ້າຮ່ວມແຂ່ງຂັນໄດ້.

ສ່ວນປະເພດເງິນລາງວັນ ຮຸ່ນນ້ຳໜັກ 57-65 ກິໂລ ຊະນະເລີດ ໄດ້ຮັບສາຍແອວ ພ້ອມເງິນລາງວັນ 100 ລ້ານກີບ ແລະ ຮອງຊະນະເລີດ ໄດ້ຮັບເງິນລາງວັນ 50 ລ້ານກີບ. ສ່ວນຮຸ່ນນ້ຳໜັກ 51 ກິໂລ ໄດ້ຮັບສາຍແອວ ພ້ອມເງິນລາງວັນ 60 ລ້ານກີບ ແລະ ຮອງຊະນະເລີດ ໄດ້ຮັບເງິນລາງວັນ 30 ລ້ານກີບ.

ທ່ານຮອງປະທານສະຫະພັນມວຍລາວແຫ່ງຊາດ ກ່າວອີກວ່າ: ການຈັດແຂ່ງຂັມມວຍລາວລະດັບຊາດຄັ້ງນີ້ ນອກຈາກເປັນການຄັດເລືອກເອົານັກກິລາມວຍລາວເບີໜຶ່ງຂອງປະເທດໃນແຕ່ລະຮຸ່ນແລ້ວ ຍັງເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ແລະ ສະເຫຼີມສະຫຼອງການເປີດປີທ່ອງທ່ຽວລາວ ປີ 2024 ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ. ສະນັ້ນໃນໂອກາດນີ້ຂໍເຊີນຊວນບັນດາພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ຕະຫຼອດຮອດແຟນມວຍລາວພັນແທ້ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຊົມຮ່ວມເຊຍກັນໃຫ້ຫຼາຍໆເພື່ອເປັນກຳລັງໃຈໃຫ້ກັບນັກກິລາ ແລະ ຖ້າຫາກທ່ານໃດບໍ່ສາມາດມາຊົມດ້ວຍຕົນເອງຢູ່ສະຖານທີ່ຈັດການແຂ່ງຂັນກໍສາມາດຊົມຜ່ານທາງອອນລາຍ ເພຈເຟດບຸກ ສະຫະພັນມວຍລາວແຫ່ງຊາດ MuayLao National Federationມວຍລາວ ໄດ້ເຊັ່ນກັນ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ