ຢູ-12 ວຽງຈັນ ເອັບທີ ຄອງແຊ໋ມເຕະບານ 7 ຄົນ ລາຍການ ເຄເອັມທີ ເອັບຊີ ຄັບ 2023
08/01/2024

ສະໂມສອນ ອາຄາເດມີ ວຽງຈັນ ເອັບທີ ບຽດຊະນະ ສະໂມສອນ ເອັບຊີ ຕາລັນຕ້າ ໄປແບບຫວຸດຫວິດ 1-0 ປະຕູ ຄອງແຊ໋ມການແຂ່ງຂັນເຕະບານເຍົາວະຊົນຮຸ່ນອາຍຸ 12 ປີ ຫຼື ຢູ-12 ລາຍການ ເຄເອັມທີ ເອັບຊີ ຄັບ 2023 ຄັ້ງທີ 1 ໄປຄອງຢ່າງສົມສັກສີ.
ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນເມື່ອວັນທີ 6 ມັງກອນ 2024 ທີ່ເດີ່ນບານຫຍ້າທ່ຽມ ເຄເອັມທີ ເອັບຊີ ບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ນາງ ບົວເງິນ ກໍ່າກາຊົມພູ ຮອງປະທານສະໂມສອນ ເຄເອັມທີ ເອັບຊີ ທັງເປັນຮອງປະທານຈັດງານ, ມີທ່ານ ບຸນມີ ສີລິແສງ ປະທານສະໂມສອນ ເອັບຊີ ຕາລັນຕ້າ ແລະ ທ່ານ ພອນເພັງ ຈັນທະວົງ ປະທານສະໂມສອນ ອາຄາເດມີ້ ວຽງຈັນ ເອັບທີ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍ ກໍຄື ພໍ່ແມ່ຜູ້ປົກຄອງນັກກິລາເຂົ້າຮ່ວມຢ່າງຄຶກຄື້ນ.
ລາຍການນີ້ ຈັດຂຶ້ນ ກໍເພື່ອເປັນການສົ່ງເສີມນັກກິລາເຍົາວະຊົນລາວ ກໍຄື ນະຄອນຫຼວງວຽງຈັນ ໄດ້ມີໂອກາດກ້າສະແດງອອກ ແນໃສ່ພັດທະນາເດັກນ້ອຍໃຫ້ມີການພັດທະນາສີຕີນຕົນເອງດີຂຶ້ນຢ່າງຕໍ່ເນື່ອງ ຊຶ່ງມີ 8 ສະໂມສອນ ເຂົ້າຮ່ວມຊີງໄຊ ແບ່ງອອກເປັນ 2 ກຸ່ມ ໃນນີ້ກຸ່ມ ເອ ປະກອບມີ ເຈົ້າພາບ ເຄເອັມທີ ເອັບຊີ, ມາດເຕີ ເຊເວັນ ເອັບຊີ, ປະສານໃຈ ເອັບຊີ ແລະ ວຽງຈັນ ເອັບທີ ສ່ວນ ກຸ່ມ ບີ ມີ ເອັບຊີ ຕາລັນຕ້າ, ປາຄາລາ, ເອັບເຮັດແອວ ແລະ ສັນຕິພາບ.
ຜ່ານການແຂ່ງຂັນຕະຫຼອດ 1 ວັນເຕັມ ກໍສາມາດຄັດເລືອກໄດ້ຄູ່ຊີງຊະນະເລີດ ລະຫວ່າງ ສະໂມສອນ ວຽງຈັນ ເອັບທີ ພົບກັບ ສະໂມສອນ ເອັບຊີ ຕາລັນຕ້າ ຜ່ານການແຂ່ງຂັນຜົນປະກົດວ່າ ສະໂມສອນ ວຽງຈັນ ເອັບທີ ສາມາດໄລ່ເອົາຊະນະໄປແບບຫວຸດຫວິດ 1-0 ປະຕູ ຄອງແຊ໋ມການແຂ່ງຂັນລາຍການ ເຄເອັມທີ ເອັບຊີ ຄັບ 2023 ຄັ້ງທີ 1 ໄປຄອງ ສ່ວນສະໂມສອນ ເອັບຊີ ຕາລັນຕ້າ ໄດ້ພຽງອັນດັບທີ 2 ແລະ ອັນດັບທີ 3 ຕົກເປັນຂອງເຈົ້າພາບ ສະໂມສອນ ເຄເອັມທີ ເອັບຊີ.
ນອກຈາກລາງວັນດັ່ງກ່າວ ກໍຍັງມີການມອບລາງວັນ ນັກກິລາດາວຍິງປະຕູສູງສຸດຂອງລາຍການ ໂດຍແມ່ນ ທ້າວ ສຸກສະຫວັນ ສີລິແສງ ກອງໜ້າສະໂມສອນ ເອັບຊີ ຕາລັນຕ້າ ທີ່ຍິງ 7 ປະຕູ ເທົ່າກັນກັບ ທ້າວ ທິກເກີ ຈາກສະໂມສອນ ວຽງຈັນ ເອັບທີ ແຕ່ຄະນະກຳມະການຍົກລາງວັນນີ້ ໃຫ້ ສຸກສະຫວັນ ຍ້ອນເຫັນວ່າ ເປັນຜູ້ທີ່ມີສ່ວນຮ່ວມໃນການສ້າງເກມ ເປັນຕົ້ນ ສົ່ງບານ ຫຼື ແອັດຊີດໄດ້ຫຼາຍກວ່າທິກເກີ ຈຶ່ງມອບລາງວັນນີ້ໃຫ້ ສຸກສະຫວັນ ໄດ້ຄອບຄອງພຽງຜູ້ດຽວ. ຂະນະທີ່ລາງວັນຜູ້ຮັກສາປະຕູດີເດັ່ນຕົກເປັນຂອງ ທ້າວ ທິນນະກອນ ຈາກສະໂມສອນ ເຄເອັມທີ ເອັບຊີ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026




