Skip to main content

ສກຂ ສະຫວັນນະເຂດ ຍົກລະດັບການນໍາໃຊ້ຫ້ອງສະຕູສ້າງສື່ການຮຽນການສອນໃຫ້ວິຊາການ ແລະ ຄູສອນ

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ສະຫວັນນະເຂດ ໄດ້ຈັດກອງປະຊຸມຝຶກອົບຮົມການນໍາໃຊ້ຫ້ອງສະຕູໃນການສ້າງສື່ການຮຽນການສອນໃຫ້ວິຊາການ ແລະ ຄູສອນໃນໂຮງຮຽນ ເມື່ອວັນທີ 29 ມັງກອນ 2024 ທີ່ ສູນໄອຊີທີ ພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ບຸນຊູ ໄຊຍະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຂະແໜງສາມັນສຶກສາ, ພັດທະນາຄູ, ການສຶກສາກ່ອນໄວຮຽນ, ການສຶກສານອກໂຮງຮຽນ, ສູນສຶກສານິເທດແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາ ນະຄອນໄກສອນພົມວິຫານ ພ້ອມຄູອາຈານສອນມາຈາກໂຮງຮຽນອ້ອມຂ້າງແຂວງ ແລະ ພະນັກງານວິຊາການພາຍໃນສູນໄອຊີທີເຂົ້າຮ່ວມ.

ໃນພິທີເປີດ, ທ່ານ ວິລະເສນ ແສງດາຣາສັກ ຮັກສາການຫົວໜ້າສູນໄອຊີທີ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວວ່າ: ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍໃນການຍົກລະດັບ ສ້າງຄວາມເຂົ້າໃຈ ເພື່ອອີງຕາມແຜນປະຈໍາປີຂອງສູນໄອຊີທີພະແນກສຶກສາທິການ ແລະ ກິລາແຂວງ ເພື່ອຍົກລະດັບຄວາມສາມາດນໍາໃຊ້ໂປຣແກຣມ Power Point ໃນການສ້າງສື່ການສອນ ແລະ ສາມາດນໍາໃຊ້ໂປຣແກຣມ Camtasia 2022 ໃນການຕັດຕໍ່ ແລະ ສ້າງວິດີໂອຊ່ວຍການສອນໄດ້. ດັ່ງນັ້ນ, ຜູ້ເຂົ້າຮ່ວມຝຶກອົບຮົມຈະມີຄວາມຮູ້ດ້ານການນໍາໃຊ້ໄອທີເພີ່ມຂຶ້ນ, ເພີ່ມການນໍາໃຊ້ເຄື່ອງໄອຊີທີເຂົ້າໃນວຽກງານການສິດສອນຫຼາຍຂື້ນ, ຮູ້ນໍາໃຊ້ໂປແກຣມຄອມພິິວເຕີ, ອຸປະກອນໄອຊີທີ,ຊ່ວຍພັດທະນາວຽກງານການຮຽນການສອນໃຫ້ດີຂຶ້ນ ແລະ ແມ່ນທິດທາງຂອງຂະແໜງການສຶກສາ-ກິລາໃນທົ່ວແຂວງເວົ້າລວມອີງໃສ່ວິໄສທັດຂອງຂະແໜງການສຶກສາ-ກິລາ ຮອດປີ 2030 ພົນລະເມືອງລາວທຸກຄົນໄດ້ຮັບການສຶກສາທີ່ມີຄຸນນະພາບຢ່າງສະເໜີພາບກັນ ແລະ ເທົ່າທຽມກັນ ເພື່ອໃຫ້ເຂົາເຈົ້າໄດ້ພັດທະນາຕົນເອງກາຍເປັນພົນລະເມືອງດີຂອງຊາດ, ມີຄຸນສົມບັດ, ມີສຸຂະພາບເຂັ້ມແຂງ, ມີຄວາມຮູ້ຄວາມສາມາດສູງ, ມີຄວາມເປັນມືອາຊີບ ສາມາດເຊື່ອມໂຍ່ງແຂ່ງຂັນກັບພາກພື້ນ ແລະ ສາກົນ, ພ້ອມທັງເສີມຂະຫຍາຍຜົນສໍາເລັດຂອງການປະຕິຮູບການສຶກສາ-ກິລາ ໃຫ້ເຂັ້ມແຂງກວ້າງຂວາງເລິກເຊິ່ງເຖິງຖອງ, ສືບຕໍ່ຈັດຕັ້ງປະຕິບັດເປົ້າໝາຍທີ່ບໍ່ທັນສໍາເລັດໃນປີ 2025 ໃຫ້ສໍາເລັດ.

ໃນຕອນທ້າຍກອງປະຊຸມ, ທ່ານ ປອ ບຸນຊູ ໄຊຍະສອນ ໄດ້ໃຫ້ກຽດໂອ້ລົມ ພ້ອມເນັ້ນໜັກໃຫ້ສໍາມະນາກອນທັງໝົດພັດທະນາຂີດຄວາມສາມາດ ເພື່ອເພີ່ມປະສິດທິພາບການສອນຂອງຕົນເອງ, ໃຫ້ມີຄວາມຮູ້ໃໝ່ໆເກີດຂຶ້ນ ແລະເປັນປະໂຫຍດຕໍ່ຕົນເອງ, ໃຫ້ສາມາດຊ່ວຍເພີ່ມປະສິດຕິພາບຂອງໂຮງຮຽນທີ່ຮັບຜິດຊອບໄດ້ເປັນຢ່າງດີ, ໃຫ້ມີຄວາມກະຕືລືລົ້ນຈະພັດທະນາຕົນເອງ ແລະ ມີບົດຮຽນໃໝ່ໆໄປເລື່ອຍໆ.

ສໍາລັບກອງປະຊຸມຝຶກອົບຮົມດັ່ງກ່າວນີ້, ຈະດໍາເນີນໄປເປັນເວລາ 7 ວັນ ລະຫວ່າງວັນທີ 29 ມັງກອນ ຫາ 4 ກຸມພາ 2024.

ໂດຍ ຄໍາແພງເພັດ

Leave a Reply

Your email address will not be published. Required fields are marked *