ສສກ-ອົດສະຕຣາລີ ລະດົມຄວາມຄິດຜະລິດວິດີໂອສໍາລັບຄູ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ໃນຫ້ອງຮຽນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດສໍາລັບການເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ຈັດກອງປະຊຸມຝຶກອົບຮົມ ແລະ ລະດົມຄວາມຄິດຜະລິດວິດີໂອສໍາລັບຄູ ໃນຫົວຂໍ້ “ການຜະລິດວິດີໂອກ່ຽວກັບບົດບາດ ລະຫວ່າງ ຍິງ-ຊາຍ ໃນຫ້ອງຮຽນ” ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຂອງທ່ານ ນາງ ເລເບັກກ້າ ແມັກຮິວ ຫົວໜ້າແຜນງານບີຄວາ ແລະ ທ່ານ ອຸດົມ ສິງດາລາ ຮອງອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ມີຜູ້ຕາງໜ້າຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ), ຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ (E-Learning), ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ສະຖານທູດອົດສະຕຣາລີ ເຂົ້າຮ່ວມຈໍານວນ 20 ທ່ານ.
ໃນກອງປະຊຸມ, ທ່ານ ນາງ ເລເບັກກ້າ ໄດ້ໃຫ້ຄໍາເຫັນວ່າ: “ປີຜ່ານມາ ໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ, ແຜນງານບີຄວາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ຈັດກອງປະຊຸມເພື່ອໃຫ້ຄວາມເຂົ້າໃຈເລິກເຊິ່ງຮ່ວມກັນ ກ່ຽວກັບຄວາມມີອະຄະຕິດ້ານບົດບາດຍິງ-ຊາຍ ແລະ ຄວາມຄິດຍຶດຕິດກ່ຽວກັບບົດບາດຍິງ-ຊາຍ. ພ້ອມກັນນີ້, ໃນຕອນທ້າຍຂອງກອງປະຊຸມ, ຜູ້ເຂົ້າຮ່ວມຍັງຈະໄດ້ສະທ້ອນໃຫ້ເຫັນເຖິງການປະຕິບັດຂອງເຂົາເຈົ້າ ແລະ ສົນທະນາວິທີການທີ່ເຂົາເຈົ້າສາມາດນໍາໃຊ້ຄວາມຮູ້ໃໝ່ໃນການຜະລິດສື່ໃນອະນາຄົດ. ນີ້ແມ່ນແນວຄວາມຄິດລີເລີ່ມທີ່ຈະຜະລິດວິດີໂອສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍໃນຄັ້ງນີ້”.
ທ່ານ ອຸດົມ ສິງດາລາ ໄດ້ກ່າວວ່າ: “ພວກເຮົາພູມໃຈທີ່ກອງປະຊຸມຄັ້ງນີ້ ຊ່ວຍໃຫ້ພວກເຮົາສາມາດສືບຕໍ່ການປຶກສາຈາກປີຜ່ານມາ ກ່ຽວກັບການຜະລິດວິດີໂອສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ. ພວກເຮົາໄດ້ມີການສົນທະນາຫຼາຍຢ່າງກ່ຽວກັບວິທີຫຼີກລ່ຽງຄວາມບໍ່ສະເໝີພາບດ້ານບົດບາດຍິງ-ຊາຍ, ລວມເອົາຄວາມພິການ ແລະ ຊົນເຜົ່າ ພ້ອມທັງຄໍານຶງເຖິງການສຶກສາຮຽນຮ່ວມໃນວຽກງານຂອງທີມງານ ສຄຂ ແລະ E-learning ໃນທຸກຂັ້ນຕອນຂອງການຜະລິດວິດີໂອ ໂດຍສະເພາະການຂຽນບົດ ແລະ ການຄັດເລືອກນັກສະແດງ. ຂ້າພະເຈົ້າພູມໃຈທີ່ວິດີໂອທັງໝົດ ທີ່ຜະລິດໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ຜ່ານແຜນງານບີຄວາ ເຊັ່ນ: ວິດີໂອການສໍາລັບພັດທະນາຄູ, ສາລະຄະດີຄູຕົວແບບ, ໂຄສະນາການຮັກສາປຶ້ມແບບຮຽນ ໄດ້ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມແບບກ້າວໜ້າ ທັງມີການແປພາສາມືທຸກວິດີໂອນັບແຕ່ປີ 2021 ເປັນຕົ້ນມາ ”.
ໃນຂະແໜງການສຶກສາ, ຄູມີບົດບາດສໍາຄັນໃນການປ້ອງກັນການມີແນວຄິດຍຶດຕິດກ່ຽວກັບບົດບາດຍິງ-ຊາຍ ແລະ ອະຄະຕິດ້ານບົດບາດຍິງ-ຊາຍໃນຫ້ອງຮຽນ ໂດຍສະເພາະແມ່ນໃນການສຶກສາກ່ອນໄວຮຽນ ແລະ ຂັ້ນປະຖົມສຶກສາ, ສະໝອງເດັກນ້ອຍ ແລະ ໄວໜຸ່ມກໍາລັງສ້າງຄວາມຄິດ ແລະ ເຊື່ອມຊືຶມທຸກຂໍ້ຄວາມ. ດັ່ງນັ້ນ, ທີມຜະລິດສື່ ແລະ ສື່ດິຈິຕອນຂອງກະຊວງສຶກສາທິການ ແລະ ກິລາ ຈຶ່ງມີບົດບາດສໍາຄັນໃນການສ້າງສັງຄົມໃຫ້ມີຄວາມກ້າວໜ້າ ແລະ ຄໍານຶ່ງເຖິງທຸກຄົນ. ວິດີໂອ ແລະ ສື່ດິຈິຕອນ ສາມາດສົ່ງເສີມການຄວາມຮູ້ແບບກ້າວໜ້າດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ, ກ້າວໄປເຖິງການສ້າງຄວາມແຕກຕ່າງ ໂດຍໃຫ້ໂອກາດແກ່ເດັກນ້ອຍທີ່ດ້ອຍໂອກາດໃຫ້ດີທີ່ສຸດ.
ກອງປະຊຸມໄດ້ດໍາເນີນໄປເປັນເວລາ 1 ວັນ ຊຶ່ງໄດ້ມີຫຼາຍກິດຈະກໍາທີ່ປະຕິບັດຕົວຈິງ ເປັນຕົ້ນແມ່ນ ຜູ້ເຂົ້າຮ່ວມໄດ້ຮັບຊົມ 2 ວິດີໂອ ຕົວຢ່າງ ແລະ ສະທ້ອນຄືນກ່ຽວກັບສົມມຸດຕິຖານດ້ານບົດບາດຍິງ-ຊາຍ ແລະ ວິທີການລົບລ້າງຄວາມລໍາອຽງດ້ານບົດບາດຍິງ-ຊາຍ ໃນຫ້ອງຮຽນ, ມີການສະແດງບົດບາດສົມມຸດ ແລະ ສົນທະນາແບບໂຕ້ຕອບເພື່ອຍົກໃຫ້ເຫັນບາງຈຸດທີ່ສະແດງໃຫ້ເຫັນຄວາມບໍ່ສະເໝີພາບດ້ານບົດບາດຍິງ-ຊາຍຢູ່ໃນຫ້ອງຮຽນໃນ ສປປ ລາວ ແລະ ຈະໃຫ້ຄໍາແນະນໍາອັນໃດແກ່ຄູ ເພື່ອຊ່ວຍລົບລ້າງຄວາມຄິດດັ່ງກ່າວ, ທີມງານໄດ້ລະດົມຄວາມຄິດຮ່ວມກັນ ເພື່ອຂຽນບົດສັງລວມສໍາລັບວິດີໂອສົ່ງເສີມບົດບາດຍິງ-ຊາຍ. ສໍາລັບບົດສັງລວມແມ່ນຂັ້ນຕອນສໍາຄັນໃນການຜະລິດວິດີໂອ ເນື່ອງຈາກໃນບົດສັງລວມ ຈະລະບຸວ່າ: ໃຜຈະເປັນຜູ້ຊົມເປົ້າໝາຍ, ຈຸດປະສົງຂອງວິດີໂອແມ່ນຫຍັງ ແລະ ກໍານົດຂໍ້ຄວາມຫຼັກທີ່ຢາກຈະສື່ ແລະ ຂໍ້ຮຽກຮ້ອງໃຫ້ປະຕິບັດຫຼັງຮັບຊົມວິດີໂອໃນອະນາຄົດ. ບົດສັງລວມຈະຖືກນໍາໄປຜັນຂະຫຍາຍອອກເປັນບົດເລື່ອງຂອງວິດີໂອ ແລະ ກ້າວໄປເຖິງການສ້າງວິດີໂອສົ່ງເສີມບົດບາດຍິງ-ຊາຍໃນອະນາຄົດ ຊຶ່ງຄາດວ່າຈະສໍາເລັດຜ່ານໃນປີ 2024 ນີ້.
ໂດຍ ແຜນງານບີຄວາ
ຂ່າວທີ່ກ່ຽວຂ້ອງ