Skip to main content

ສູນວັດທະນະທຳຈີນ ປະຈຳລາວ ຈັດງານສະແດງດົນຕີພື້ນເມືອງສະຫຼອງບຸນປີໃໝ່ ສປ ຈີນ

ສູນວັດທະນະທຳຈີນ ປະຈຳ ສປປ ລາວ ຈັດງານສະແດງດົນຕີພື້ນເມືອງ ອໍເກັດສະຕາອູຊີ ເພື່ອສະເຫຼີມສະຫຼອງບຸນປີໃໝ່ ສປ ຈີນ (ກຸດຈີນ) ປີມະໂລງ ປະຈໍາປີ 2024 ພາຍໃຕ້ຫົວຂໍ້ “ບົດເພງແຫ່ງລະດູບານໃໝ່” ເມື່ອວັນທີ 30 ມັງກອນ 2024 ທີ່ສູນການຄ້າວຽງຈັນເຊັນເຕີ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຫວັງເຫວິຍຄຸນ ຜູ້ອຳນວຍການສູນການຄ້າວຽງຈັນເຊັນເຕີ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ມວນຊົນຢ່າງຫຼວງຫຼາຍ.

ການຈັດງານດັ່ງກ່າວ, ແມ່ນເພື່ອເປັນການແບ່ງປັນຄວາມສຸກ, ຄວາມເບີກບານມວນຊື່ນ ແລະ ເພື່ອຕ້ອນຮັບບຸນປີໃໝ່ ສປ ຈີນ (ກຸດຈີນ) ປີມະໂລງ. ສະນັ້ນ, ສິລະປິນຈາກວົງດົນຕີອໍເກັດສະຕາພື້ນເມືອງອູຊີ ຈຶ່ງໄດ້ນໍາເອົາສຽງດົນຕີທີ່ມີມົນສະເໜ່ຂອງການບັນເລງຮູບແບບ ຈ່ຽງໜານຊື່ຈູ ມາໃຫ້ໄດ້ຮັບຟັງ ຊຶ່ງສະແດງໃຫ້ເຫັນພາບອັນເບີກບານມ່ວນຊື່ນຂອງການເຊີດມັງກອນ, ສຽງຄ້ອງ ແລະ ສຽງກອງ ດ້ວຍຈັງຫວະທີ່ໂດດເດັ່ນທີ່ເປັນເອກະລັກ, ກິ່ນອາຍຂອງຊີວິດການເປັນຢູ່ ແລະ ບົດເພງທີ່ສື່ເຖິງດອກໄມ້ງາມແຄມນໍ້າຄືນລະດູບານໃໝ່ ຊຶ່ງເປັນບົດທີ່ມີຊື່ສຽງ.

ນອກຈາກນີ້, ຍັງມີບົດເພງ ຟາດແສ້ຄຸມມ້າ ແມ່ນໜຶ່ງໃນຜົນງານທີ່ເປັນຕົວແທນຂອງເຄື່ອງດົນຕີຂຸ່ຍແນວໃໝ່ ທີ່ສ້າງຂຶ້ນໂດຍອີງໃສ່ແນວດົນຕີພື້ນເມືອງພາກຕາເວັນອອກສ່ຽງເໜືອຂອງຈີນ ໄດ້ພັນລະນາເຖິງພາບບັນຍາກາດທີ່ມີຄວາມສຸກຂອງຊາວນາ ທີ່ຂັບລົດໃຫຍ່ບັນທຸກເມັດພືດພັນຫຼັງຈາກການເກັບກ່ຽວ, ພ້ອມກັນນີ້, ຍັງມີບົດເພງ ຄໍ່າຄືນແຫ່ງຄວາມມ່ວນຊື່ນ, ສາມກົກ, ສຽງກອງສຽງຄ້ອງແຫ່ງການເກັບກ່ຽວ, ເສັ້ນທາງສາຍໄໝພາກໃຕ້, ດວງຈັນສະທ້ອນເທິງນໍ້າພຸເອີສວນ, ຖຽນມີ້ມີ້, ດວງຈັນແທນດວງໃຈຂອງຂ້ອຍ ແລະ ບົດເພງອື່ນໆ.

ໂດຍ ບົວລະພາ

Leave a Reply

Your email address will not be published. Required fields are marked *