Skip to main content

ສກຂ ຜົ້ງສາລີ ທົບທວນຄືນຜົນການປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຜົ້ງສາລີ ໄດ້ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາ ໄລຍະ III  ກໍຄື ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ  (GPE III-LEAP) ໃນວັນທີ 30 ມັງກອນ 2023 ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນຈັນ ໄມ່ຕ່ວນ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ  ອານຸແພງ ແກ້ວວົງສາ ຮອງຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າຄະນະຮັບຜິດຊອບໂຄງການ, ມີທີມງານ, ບັນດາຂະແໜງທີ່ກ່ຽວຂ້ອງພາຍໃນພະແນກເຂົ້າຮ່ວມ.

 

ການຈັດກອງປະຊຸມດັ່ງກ່າວ, ແມ່ນເພື່ອຕິດຕາມຊຸກຍູ້ ພ້ອມທັງທົບທວນຄືນສະພາບການຈັດຕັ້ງປະຕິບັດຂອງໂຄງການ ໂດຍສະເພາະແມ່ນບັນດາບັນຫາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ວິທີການແກ້ໄຂບັນຫາຂໍ້ຄົງຄ້າງໃນຕໍ່ໜ້າ.

ໃນກອງປະຊຸມໄດ້ຮັບຟັງການລາຍງານໃນການຈັດຕັ້ງປະຕິບັດຂອງແຕ່ລະພາກສ່ວນ ລວມມີ ສະພາບລວມການຈັດຕັ້ງປະຕິບັດໂຄງການ GPE III ໃນໄລຍະຜ່ານມາ, ໂຄງການທີ່ຕິດພັນກັບວຽກງານການສອນຄວບ ອາຍຸ 3-5 ປີ (MAT), ໂຄງການທີ່ຕິດພັນກັບວຽກງານການກຽມຄວາມພ້ອມດ້ານການອ່ານ (RRP), ໂຄງການທີ່ຕິດພັນກັບວຽກງານກວດກາຄວາມບົກຜ່ອງຂອງເດັກ (CDS), ໂຄງການທີ່ຕິດພັນກັບວຽກງານກຸ່ມພັດທະນາເດັກ (CCDG) ແລະ CCDG Shelter, ໂຄງການທີ່ຕິດພັນກັບວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ (NSMP), ໂຄງການທີ່ຕິດພັນກັບວຽກງານຮ່ວມເຮັດວຽກງານບໍລິຫານຄຸ້ມຄອງທີ່ເນັ້ນໂຮງຮຽນເປັນຫຼັກ (SBM) ແລະ ການຈັດຕັ້ງປະຕິບັດໂຄງການທີ່ຕິດພັນກັບວຽກງານຄຸ້ມຄອງເງິນບໍລິຫານສະຖານການສຶກສາ (SBG).

ໃນໂອກາດນີ້, ທ່ານປະທານກອງປະຊຸມ ໄດ້ໂອ້ ແລະ ຮຽກຮ້ອງໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ຈົ່ງນໍາໄປສຶກສາຄົ້ນຄວ້າຢ່າງລະອຽດຖີ່ຖ້ວນ ເພື່ອໃຫ້ການຈັດຕັ້ງປະຕິບັດມີການຮັບປະກັນທັງດ້ານປະລິນມານ ແລະ ຄຸນນະພາບ ແລະ ພ້ອມກັນສືບຕໍ່ສ້າງແຜນໃຫ້ທັນກັບແຜນຂອງໂຄງການໃນແຕ່ລະໄລຍະ.

ໂອກາດດັ່ງກ່າວ, ຄະນະທີມງານກະຊວງສຶກສາທິການ ແລະ ກິລາ ໄດ້ມອບຊຸດກິລາ ຈໍານວນ 15 ຊຸດ, ລວມມູນຄ່າ 1.875.00 ກີບ ໃຫ້ແກ່ພະແນກສຶກສາທິການ ແລະ ກິລາແຂວງ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວກິດຈະກໍາກິລາ ສ້າງຂະບວນການໃຫ້ມີຄວາມສາມັກຄີ, ເບີກບານມ່ວນຊື່ນ ແລະ ມີສຸຂະພາບທີ່ແຂງແຮງ ພ້ອມປະຕິບັດວຽກງານໃຫ້ສໍາເລັດຕາມເປົ້າໝາຍທີ່ວາງໄວ້.

ໂດຍ: ຄໍາວອນ (ສກຂ ຜົ້ງສາລີ)

Leave a Reply

Your email address will not be published. Required fields are marked *