ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ປະກາດແຕ່ງຕັ້ງ ຮອງຜູ້ອໍານວຍການ 2 ທ່ານ

ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ຫຼື ວຕລຢ ຈັດພິທີປະກາດກົງຈັກການຈັດຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ປະເພດ 4 ກໍຄື ແຕ່ງຕັ້ງຮອງຜູ້ອຳນວຍການ ຈໍານວນ 2 ທ່ານ ແລະ ປະກາດເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ຈຳນວນ 10 ສະຫາຍ ເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ໜູພັນ ອຸດສາ ຄະນະພັກກະຊວງ, ເລຂາພັກຮາກຖານກົມ, ຫົວໜ້າກົມອາຊີວະສຶກສາ, ສະຫາຍ ຄຳສະໄຫວ ຍອມມີລາວົງ ເລຂາຄະນະພັກຮາກຖານວິທະຍາໄລ ທັງເປັນຜູ້ອຳນວຍການ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ພ້ອມດ້ວຍບັນດາຄະນະອຳນວຍການວິທະຍາໄລອ້ອມຂ້າງ, ຄະນະພັກຮາກຖານ, ຄະນະອຳນວຍການ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສຳຮອງ ຕະຫຼອດຮອດພະນັກງານ ຄູອາຈານຂອງວິທະຍາໄລຢ່າງພ້ອມພຽງ.
ໃນພິທີ, ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງ ຄະນະອຳນວຍການ ຈໍານວນ 2 ທ່ານ ໂດຍອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ສສກ, ອີງຕາມຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ວຕລຢ, ອີງຕາມມະຕິກອງປະຊຸມສະໄໝສາມັນ ຄະນະປະຈຳພັກ ຮ່ວມກັບຄະນະລັດມົນຕີ ສສກ ປະຈຳເດືອນພະຈິກ 2023 ແລະ ອີງຕາມການຄົ້ນຄວ້າຕົກລົງເຫັນດີຂອງຄະນະກົມຈັດຕັ້ງ ແລະ ພະນັກງານ, ທ່ານລັດຖະມົນຕີ ກະຊວງ ສສກ ຕົກລົງແຕ່ງຕັ້ງທ່ານ ອຳພູວາ ອຸດົມເພັດ ຫົວໜ້າພາກວິຊາກົນຈັກໜັກ-ກົນຈັກກະສິກຳ ແລະ ທ່ານ ບຸນທະວີ ສີພອນພັດ ຫົວໜ້າພາກວິຊາໄຟຟ້າອິເລັກໂຕຣນິກ ເປັນຮອງຜູ້ອຳນວຍການ ວຕລຢ ຢ່າງເປັນທາງການ ຊຶ່ງພະນັກງານທີ່ຖືກແຕ່ງຕັ້ງແມ່ນມີສິດໄດ້ຮັບເງິນອຸດໜູນຕຳແໜ່ງບໍລິຫານ ປະເພດ 4.
ໂອກາດດຽວກັນນີ້, ທາງຄະນະພັກຮາກຖານ ວຕລຢ ໄດ້ຈັດພິທີປະກາດເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນ ຈຳນວນ 10 ສະຫາຍ ປະກອບມີ ສະຫາຍ ນາງ ແສງມະນີ ພິລາວັນ, ສະຫາຍ ສຳລານໄຊ ແກ້ວເຮືອງປະເສີດ, ສະຫາຍ ນາງ ແກ້ວ ລໍຄຳວົງ, ສະຫາຍ ສົມປະສົງ ພິລາຄົງ, ສະຫາຍ ວົງທອງ ສີວິໄລດາ, ສະຫາຍ ຕູ້ທໍ ເຍຍຮ່າວ, ສະຫາຍ ທຸງໄຊ ຍົດສະກຸນ, ສະຫາຍ ຈ່ອຍ ຈັນທະທຳ, ສະຫາຍ ແສງເພັດ ເພັດມະນີ ແລະ ສະຫາຍ ພອນສຸກ ອິນທະໄຊ.
ໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ