ສະກັດຢຶດຢາບ້າໄດ້ 8 ລ້ານເມັດ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ອອກກວດກາລາດຕະເວນຂອບເຂດລະຫວ່າງ ບ້ານໃຫຍ່ສີເມືອງງາມ ຫາ ບ້ານດອນທາດ ເມືອງຕົ້ນເຜິ້ງ ໃນວັນທີ 31 ມັງກອນ 2024 ໄດ້ພົບເຫັນລົດເປົ້າໝາຍ ແລ່ນມາແຕ່ທາງບ້ານດອນທາດ ມຸ່ງໜ້າໄປທາງບ້ານໃຫຍ່ສີເມືອງງາມ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ໄລ່ລົດຄັນດັ່ງກ່າວ ຊຶ່ງພໍມາຮອດບ້ານໃຫຍ່ສີເມືອງງາມ, ເຈົ້າທີ່ຈຶ່ງໄດ້ລັດທາງ ແຕ່ລົດຄັນດັ່ງກ່າວບໍ່ທັນແລ່ນມາຮອດຈຸດທີ່ເຈົ້າໜ້າທີ່ສະກັດລັດ ປະມານ 15-20 ແມັດ, ຜູ້ຂັບຂີ່ລົດຄັນດັ່ງກ່າວໄດ້ຈອດລົດ ແລ້ວໄດ້ຍົກປືນສັ້ນໃສ່ເຈົ້າໜ້າທີ່ ແລະ ໄດ້ເອົາຕົວຫຼົບໜີແລ່ນເຂົ້າປ່າ ໂດຍເປັນເພດຊາຍ ຈໍານວນ 1 ຄົນ.
ຫຼັງຈາກນັ້ນ, ທາງເຈົ້າໜ້າທີ່ ຈຶ່ງໄດ້ໄປກວດກາເບິ່ງລົດຄັນດັ່ງກ່າວ ແລ້ວພົບເຫັນຢາເສບຕິດຢູ່ໃນລົດ ແລະ ກະບະລົດ.
ການກວດຄົ້ນລົດຄັນດັ່ງກ່າວຂອງເຈົ້າໜ້າທີ່ ໄດ້ພົບເຫັນເປົາຢາເສບຕິດທັງໝົດຈຳນວນ 40 ເປົາ ໃນນີ້ ໄດ້ເຊື່ອງຢູ່ໃນລົດ 28 ເປົາ, ຢູ່ຫຼັງກະບະລົດ 12 ເປົາ. ຫຼັງຈາກກວດຢ່າງລະອຽດມີຢາເສບຕິດປະເພດຢາບ້າຈຳນວນທັງໝົດ 400 ມັດ, ເທົ່າກັບ 8.000.000 ເມັດ, ນ້ຳໜັກ 800 ກິໂລກຣາມ.
ຈາກນັ້ນ, ເຈົ້າໜ້າທີ່ໄດ້ສືບຕໍ່ເລັ່ງຕິດຕາມຈັບຄົນຮ້າຍມາດຳເນີນຄະດີຕາມກົດໝາຍ.
ໂດຍ ປ້ອງກັນຄວາມສະຫງົບ