ສສກ ເລັ່ງປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ ພະນັກງານບໍານານ ແລະ ທະຫານຊາຍແດນ ທີ່ຊ່ວຍສອນ 4 ພັນກວ່າຄົນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ເລັ່ງປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ, ພະນັກງານບໍານານ ແລະ ທະຫານຊາຍແດນ ທີ່ສອນຊ່ວຍ ຕາມມະຕິ 09/ລບ, ລົງວັນທີ 17 ກໍລະກົດ 2023 ຊຶ່ງໃນສົກຮຽນ 2023-2024 ມີ ຈໍານວນ 4.608 ຄົນ. ຂະນະທີ່ປັດຈຸບັນ, ໄດ້ມີການອອກນິຕິກໍາຫຼາຍສະບັບ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບການສ້າງນິຕິກຳໃນການປະຕິບັດນະໂຍບາຍດັ່ງກ່າວ.
ຕາມບົດລາຍງານຂອງກົມຈັດຕັ້ງ ແລະ ພະນັກງານ ແລະ ກົມການເງິນ ໃນກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ປະຈຳປີ 2023 ເມື່ອວັນທີ 7 ມັງກອນ 2024 ທີ່ສູນເຕັກໂນໂລຊີຂໍ້ມູນຂ່າວສານ ການສື່ສານ ການສຶກສາ ແລະ ກິລາ (ຕຶກໄອຊີທີ) ກະຊວງສຶກສາທິການ ແລະ ກິລາ ໃຫ້ຊາບວ່າ: ການຈັດຕັ້ງປະຕິບັດ ມະຕິ 09/ລບ, ລົງວັນທີ 17 ກໍລະກົດ 2023 ແລະ ການຜັນຂະຫຍາຍ ມະຕິ 17/ລບ, ລົງວັນທີ 17 ທັນວາ 2023 ກ່ຽວກັບການປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ, ພະນັກງານບໍານານ ແລະ ທະຫານຊາຍແດນ ທີ່ສອນຊ່ວຍ ແມ່ນໄດ້ມີຄວາມຄືບໜ້າ ແລະ ມີຜົນສໍາເລັດເປັນກ້າວໆມາ ໂດຍສະເພາະ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ ມະຕິ 09/ລບ; ໄດ້ອອກມະຕິກອງປະຊຸມສະໄໝວິສາມັນ ຄະນະປະຈຳພັກກະຊວງ ຮ່ວມກັບ ຄະນະລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໃນວັນທີ 25 ກໍລະກົດ 2023 ແລະ ວັນທີ 7 ສິງຫາ 2023 ແລະ ຄໍາແນະນໍາຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1289/ສສກ, ລົງວັນທີ 25 ສິງຫາ 2023; ໄດ້ອອກໜັງສືແຈ້ງການເຖິງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ແຕ່ລະຂັ້ນ ໃນການປະຕິບັດ ນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ-ການສຶກສາຊັ້ນສູງ ສະບັບເລກທີ 1216/ສສກ, ລົງວັນທີ 15 ສິງຫາ 2023 ເປັນຕົ້ນ ປຸກລະດົມ ແລະ ສຶກສາອົບຮົມແນວຄິດຄູອາສາສະໝັກໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ການປະຕິບັດໜ້າທີ່ການສິດສອນ, ຊຸມຊົນ ແລະ ສັງຄົມ ກໍໄດ້ປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ ເປັນຕົ້ນ ທີ່ພັກອາໄສ, ເບິ່ງແຍງຊີວິດການເປັນຢູ່, ເງິນນະໂຍບາຍ ແລະ ອື່ນໆ ຕາມຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ; ໄດ້ອອກໜັງສືສະເໜີຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເຖິງບັນດາເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ສະບັບເລກທີ 1398/ສສກ, ລົງວັນທີ 15 ກັນຍາ 2023 ກ່ຽວກັບການການປຸກລະດົມ ແລະ ເພີ່ມທະວີການນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ, ລັດຖະກອນຄູ ແລະ ຄູອາສາສະໝັກ ພາຍໃຕ້ການຄຸ້ມຄອງຂອງຕົນໃຫ້ມີຄວາມອຸ່ນອຽນ, ທຸ່ນທ່ຽງ, ມີຄວາມຮັບຜິດຊອບ ແລະ ຄວາມເສຍສະຫຼະໃນການປະຕິບັດໜ້າທີ່ການສິດສອນໃຫ້ຫຼາຍຂຶ້ນ; ຄົ້ນຄວ້າ ແລະ ປະສານສົມທົບກັບ ກະຊວງພາຍໃນ, ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບການສ້າງນິຕິກຳໃນການປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ ແລະ ທະຫານຊາຍແດນ ທີ່ສອນຊ່ວຍ ແລະ ພະນັກງານບຳນານ ຈໍານວນ 8 ຄັ້ງ.
ພ້ອມກັນນີ້, ຍັງໄດ້ຄົ້ນຄວ້າສ້າງນິຕິກຳກ່ຽວກັບການປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ, ພະນັກງານບຳນານ ແລະ ທະຫານຊາຍແດນ ທີ່ສອນຊ່ວຍ ໂດຍສະເພາະແມ່ນ ສ້າງ (ຮ່າງ) ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ ສຳລັບຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາຂອງຂະແໜງການສຶກສາ ແລະ ກິລາ; ສ້າງ (ຮ່າງ) ຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍຕໍ່ພະນັກງານບຳນານ ແລະ ທະຫານຊາຍແດນ ທີ່ສອນຊ່ວຍ ໃນໂຮງຮຽນທີ່ຂາດຄູສອນ ສໍາລັບຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ; ສຳເລັດການເກັບກຳ ແລະ ສັງລວມ ຂໍ້ມູນສະຖິຕິຄູອາສາສະໝັກ, ພະນັກງານບຳນານ ແລະ ທະຫານຊາຍແດນ ເພື່ອຊ່ວຍສອນໂຮງຮຽນທີ່ຂາດຄູສອນ. ໃນນີ້, ຄູອາສາສະໝັກທັງໝົດ 4.586 ຄົນ, ພະນັກງານບຳນານ ຈຳນວນ 13 ຄົນ (ນະຄອນຫຼວງວຽງຈັນ ຈຳນວນ 12 ຄົນ, ໄຊຍະບູລີ 1 ຄົນ) ແລະ ທະຫານຊາຍແດນ ຈຳນວນ 9 ຄົນ (ແຂວງຄໍາມ່ວນ 5 ຄົນ, ແຂວງສະຫວັນນະເຂດ 4 ຄົນ).
ປັດຈຸບັນໄດ້ສົ່ງ (ຮ່າງ) ຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍ ແລະ ຂໍ້ມູນສະຖິຕິຄູອາສາສະໝັກ, ພະນັກງານບຳນານ ແລະ ທະຫານຊາຍແດນທີ່ສອນຊ່ວຍໃຫ້ກະຊວງການເງິນ ເພື່ອປັບປຸງດ້ານເນື້ອໃນໃຫ້ຄົບຖ້ວນ, ສົມບູນ ແລະ ພິຈາລະນາອະນຸມັດ; ປະສານສົມທົບກັບທະນາຄານພັດທະນາລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການສະໜັບສະໜູນ ແລະ ມອບຮັບງົບປະມານໃນການປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ ແລະ ການປັບປຸງພື້ນຖານໂຄງລ່າງ ຈໍານວນ 24 ຕື້ກີບຕໍ່ປີ ໃນໄລຍະ 5 ປີ ໃນບັນດາແຂວງເປົ້າໝາຍ 6 ແຂວງ ຄື: ແຂວງຜົ້ງສາລີ, ຫົວພັນ, ໄຊສົມບູນ, ບໍລິຄຳໄຊ, ຈຳປາສັກ ແລະ ເຊກອງ. ນອກຈາກ 6 ແຂວງດັ່ງກ່າວ ແມ່ນນໍາໃຊ້ງົບປະມານຂອງລັດຖະບານ.
ສໍາລັບແຜນການຈັດຕັ້ງໃນປະຕິບັດໃນຕໍ່ໜ້າ ແມ່ນໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ ປະສານສົມທົບອົງການປົກຄອງທ້ອງຖິ່ນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ຄະນະພັດທະນາການສຶກສາໃນແຕ່ລະຂັ້ນ ສືບຕໍ່ປຸກລະດົມ ແລະ ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຄູອາສາສະໝັກ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຮັບຜິດຊອບ ແລະ ຄວາມເສຍສະຫຼະໃນການປະຕິບັດໜ້າທີ່ການສິດສອນໃຫ້ຫຼາຍຂຶ້ນ; ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ສືບຕໍ່ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນໃນສັງຄົມ ສະໜອງສິ່ງຈູງໃຈ ເປັນຕົ້ນ ທີ່ພັກອາໄສ, ເບິ່ງແຍງຊີວິດການເປັນຢູ່, ເງິນນະໂຍບາຍ ແລະ ອື່ນໆ ຕາມຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ; ຮີບຮ້ອນປັບປຸງ ແລະ ອອກຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ, ພະນັກງານບຳນານ ແລະ ທະຫານຊາຍແດນໃຫ້ສຳເລັດ ພາຍໃນເດືອນ ກຸມພາ 2024; ຈັດຕັ້ງປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ, ພະນັກງານບຳນານ ແລະ ທະຫານຊາຍແດນ ທີ່ສອນຊ່ວຍ ຕາມຂໍ້ມູນສະຖິຕິທີ່ຮັບຮອງຈາກທ້ອງຖິ່ນ ແລະ ການອະນຸມັດຈາກກະຊວງສຶກສາທິການ ແລະ ກິລາ; ສືບຕໍ່ກໍ່ສ້າງ ແລະ ບັນຈຸຄູອາສາສະໝັກຕາມມາດຕະຖານ, ເງື່ອນໄຂ ແລະ ຈຳນວນຕົວເລກທີ່ລັດຖະບານອະນຸມັດ, ພ້ອມທັງຄົ້ນຄວ້າ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການສ້າງຂໍ້ຕົກລົງວ່າດ້ວຍການທົດແທນລັດຖະກອນຄູພາຍໃນຂະແໜງການສຶກສາ ແລະ ກິລາ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ; ສ້າງກົນໄກການຕິດຕາມ ແລະ ຄຸ້ມຄອງຄູອາສາສະໝັກ, ພະນັກງານບຳນານ ແລະ ທະຫານຊາຍແດນ ທີ່ໄດ້ຮັບນະໂຍບາຍໃນການປະຕິບັດໜ້າທີ່ວຽກງານການສິດສອນຕາມການແບ່ງຂັ້ນຄຸ້ມຄອງ.
ໂດຍ ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ