Skip to main content

ສະມາຄົມນັກທຸລະກິດຮ້ານອາຫານລາວ ສະຫຼຸບຜົນງານທີ່ພົ້ນເດັ່ນ ວຽກງານກິລາ-ການຊ່ວຍເຫຼືອສັງຄົມ

13/02/2024

ສະມາຄົມນັກທຸລະກິດຮ້ານອາຫານລາວ (ສນຮລ) ສະຫຼຸບຕີລາຄາຄືນຜົນສໍາເລັດການເຄື່ອນໄຫວຽກຈັດກິດຈະກຳກິລາ ແລະ ການມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມ ຕະຫຼອດໄລຍະ 2 ປີຜ່ານມາ (2022-2023) ໂດຍຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງໄດ້ຮ່ວມກັນປຶກສາຫາລືເພື່ອວາງແຜນການເຄື່ອນໄຫວວຽກງານໃນ 2 ປີຕໍ່ໜ້າ (2024-2025) ແລະ ກໍຍັງໄດ້ມີການແຕ່ງຕັ້ງທີ່ປຶກສາ-ຄະນະບໍລິຫານງານ ສນຮລ ຊຸດໃໝ່ ພ້ອມທັງຄະນະຊ່ວຍວຽກຈໍານວນໜຶ່ງຕື່ມອີກ.


ສະມາຄົມນັກທຸລະກິດຮ້ານອາຫານລາວ (ສນຮລ) ຈັດກອງປະຊຸມໃຫຍ່ ຄັ້ງທີ XI ຈັດຂຶ້ນເມື່ອວັນທີ 9 ກຸມພາ 2024 ຢູ່ສວນນໍ້າອິນແປງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ, ມີທ່ານ ອູ່ຊ້າງ ແສງທອງ ຜູ້ອໍານວຍການຈັດການພາກນະຄອນຫຼວງວຽງຈັນ ບໍລິສັດ ເບຍລາວ ຈໍາກັດ ທັງເປັນທີ່ປືກສາຊີ້ນໍາວຽກງານ ສນຮລ ພ້ອມດ້ວຍຄະນະບໍລິຫານງານ ສະມາຊິກ ສນຮລ ແລະ ແຂກຖືກເຊີນ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄໍາແພງ ເພົ້າບົວວົງ ກ່າວວ່າ: ເຖິງວ່າ 2 ປີຜ່ານມາ ຈະພົບຄວາມຫຍຸ້ງຍາກຫຼາຍຢ່າງ ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19 ສະພາບການຂອງພາກພື້ນ, ສາກົນ ແລະ ສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຂອງປະເທດທີ່ເກີດຂຶ້ນ ສົ່ງຜົນກະທົບຢ່າງໜັກໜ່ວງຫຼາຍດ້ານ ແຕ່ຄະນະບໍລິຫານງານ ສນຮລ ກໍຍັງໄດ້ເອົາໃຈໃສ່ເບິ່ງແຍງ ຊຸກຍູ້ ແລະ ຊ່ວຍເຫຼືອສະມາຊິກຂອງຕົນຢ່າງຕໍ່ເນື່ອງ ເຊັ່ນ: ການຊ່ວຍເຫຼືອດໍາເນີນທຸລະກິດ ການປະຕິບັດນະໂຍບາຍຕ່າງໆ ການປຸກລະດົມວັດຖຸ-ປັດໃຈເພື່ອນໍາໄປຊ່ວຍ ເຫຼືອປະຊາຊົນຜູ້ທຸກຍາກຢູ່ເຂດຫ່າງໄກ ລວມທັງການເຄື່ອນໄຫວກິດຈະກໍາຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ສະມາຊິກສາມາດດໍາເນີນທຸລະກິດ ແລະ ຜ່ານຜ່າຄວາມຫຍຸ້ງຍາກມາໄດ້ ພ້ອມທັງປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຜ່ານການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍໃນໄລຍະຜ່ານມາ ຍັງມີເງິນເຫຼືອຕົວຈິງ 49 ລ້ານກວ່າກີບ. ນອກນີ້, ທ່ານ ຄໍາແພງ ເພົ້າບົວວົງ ກໍຍັງໄດ້ຍົກໃຫ້ເຫັນບາງຈຸດອ່ອນ ຂໍ້ຄົງຄ້າງທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ບົດຮຽນທີ່ຖອດຖອນໄດ້ ລວມທັງແຜນການເຄື່ອນໄຫວວຽກງານໃນຕໍ່ໜ້າ ໂດຍສະເພາະປີ 2024 ເປັນປີທ່ອງທ່ຽວລາວ ແລະ ການເປັນປະທານອາຊຽນຂອງລາວ ຈຶ່ງຮຽກຮ້ອງໃຫ້ສະມາຊິກປະກອບສ່ວນໃນການຕ້ອນຮັບ ແຂກບ້ານແຂກເມືອງທີ່ຈະເດີນທາງເຂົ້າມາຢ້ຽມຢາມປະເທດລາວ ກໍຄືນະຄອນຫຼວງວຽງຈັນ ໂດຍສະເພາະການປັບປຸງດ້ານການບໍລິການ ສະຖານທີ່ ແລະ ອື່ນໆໃຫ້ສາມາດດຶງດູດນັກທ່ອງໃຫ້ຫຼາຍຂຶ້ນ ເພື່ອສ້າງລາຍຮັບໃຫ້ນັບມື້ຫຼາຍຂຶ້ນ ສໍາລັບການປະຕິບັດລາຍຮັບຄາດວ່າຈະໄດ້ຮັບຈາກການເສຍເງິນສະຕິຂອງສະມາຊິກ ການສະໜັບສະໜູນຈາກບໍລິສັດ ເບນລາວ ຈໍາກັດ ແລະ ອື່ນໆ 811.500.000 ກີບ ຄາດວ່າຈະປະຕິບັດລາຍຈ່າຍ 769 ລ້ານກີບ.
ທ່ານ ຄໍາແພງ ເພົ້າບົວວົງ ກໍຍັງກ່າວອີກວ່າ: ໃນຕໍ່ໜ້າສະມາຄົມພວກເຮົາໄດ້ວາງແຜນຈະເຄື່ອນໄຫວກິດຈະກຳກິລາ ຢູ່ຕ່າງແຂວງ 1 ຄັ້ງ ແລະ ຕ່າງປະເທດ 1 ຄັ້ງ ແລະ ຢູ່ ນະຄອນຫຼວງວຽງຈັນ 8 ຄັ້ງ.

ພ້ອມນັ້ນ, ໃນພິທີຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານ ສນຮລ ຊຸດໃໝ່ ໂດຍເຫັນດີເລືອກເອົາ ທ່ານ ຄໍາແພງ ເພົ້າບົວວົງ ສືບຕໍ່ເປັນປະທານສະມາຄົມອີກ 1 ສະໄໝ ພ້ອມນີ້ຍັງໄດ້ຮັບຟັງການແນະນໍາແຜນການເຄື່ອນໄຫວວຽກງານ ແຜນການສົ່ງເສີມການຂາຍ ແລະ ການຕະຫຼາດ ກໍຄືແຜນເຄື່ອນໄຫວກິດຈະກໍາຕ່າງໆໃນຕໍ່ໜ້າ ຈາກທ່ານ ອູ່ຊ້າງ ແສງທອງ ແລະ ພາກສ່ວນກ່ຽວຂ້ອງຂອງບໍລິສັດ ເບຍລາວ ຈໍາກັດ ຕື່ມອີກ.

ຂ່າວໂດຍ: ສົງການ ພັນແພງດີ