Skip to main content

ກັກຕົວຊາວຈີນ ພ້ອມຂອງກາງຢາເສບຕິດຫຼາຍລາຍການ ທີ່ເມືອງຕົ້ນເຜິ້ງ

ໃນວັນທີ 6 ກຸມພາ 2024 ເວລາປະມານ 4:11 ໂມງ ທີ່ຈຸດກວດການໍ້າເກິງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຜູ້ຊາຍ 1 ຄົນ ຂີ່ລົດໂດຍສານມາແຕ່ ເມືອງຕົ້ນເຜິ້ງ ເພື່ອທີ່ຈະເດີນທາງເຂົ້າເມືອງຫ້ວຍຊາຍ ໂດຍຜ່ານຈຸດກວດການ້ຳເກິງ, ເຈົ້າໜ້າທີ່ຈຶ່ງໄດ້ສັນຍານໃຫ້ຈອດລົດ ເພື່ອກວດກາເອກະສານລົດ ແລະ ຕົວຕົນຜູ້ໂດຍສານ.

ຜ່ານການກວດຄົ້ນ ພົບເຫັນຢາເສບຕິດຢູ່ໃນກະເປົາຂອງທ້າວ ຈ້າວຢຸ່ນຊ່ານ ອາຍຸ 36 ປີ ເຊື້ອຊາດຈີນ, ສັນຊາດຈີນ, ປັດຈຸບັນຢູ່ບ້ານຫ່າງປ້າງ ເມືອງມົງໂປຊຽນ ແຂວງເມິງໂປ ປະເທດມຽນມາ.

ຢາເສບຕິດທີ່ກວດພົບຢູ່ໃນກະເປົາ ປະກອບມີ ຢາບ້າຈຳນວນ 103 ເມັດ, ຢາເຄຕາມິນຈຳນວນ 1 ຖົງໃຫຍ່ ແລະ 1 ຖົງນ້ອຍ, ຢາອີ ຈຳນວນ 52 ເມັດ, ຂາຄູ່ຈຳນວນ 94 ຖົງໃຫຍ່ ແລະ 298 ຖົງນ້ອຍ, ແປ້ງຝຸ່ນ ຈຳນວນ 6 ຖົງນ້ອຍ, ຄໍລາເຈັນ ຈຳນວນ 29 ຊອງ, ຢາເມັດສີສົ້ມ ຈໍານວນ 23 ເມັດ ແລະ ຢາເມັດສີບົວ ຈໍານວນ 8 ເມັດ, ນໍ້າສີດໍາ ຈຳນວນ 2 ຕຸກໃຫຍ່ ແລະ 1 ຕຸກນ້ອຍ, ແປ້ງຝຸ່ນສີນ້ຳຕານ ຈຳນວນ 1 ກະປຸກ.

ເຈົ້າໜ້າທີ່ຢູ່ຈຸດກວດກາດັ່ງກ່າວ, ໄດ້ກັກຕົວຜູ້ກ່ຽວພ້ອມກັບຂອງກາງສົ່ງໃຫ້ພະແນກທີ່ກ່ຽວຂ້ອງ ເພື່ອດໍາເນີນຕາມລະບຽບກົດໝາຍ.

ໂດຍ: ປກສ ແຂວງບໍ່ແກ້ວ

 

Leave a Reply

Your email address will not be published. Required fields are marked *