ຜູ້ແທນກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ຢ້ຽມຊົມຫໍພິພິທະພັນປະຫວັດສາດ ກອງທັບ

ຄະນະຜູ້ແທນກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາປີ 2023 ໄດ້ຢ້ຽມຊົມຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ ໃນວັນ 8 ກຸມພາ 2024 ທີີ່ຫໍພິພິທະພັນດັ່ງກ່າວ ໂດຍໃຫ້ກຽດນໍາຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີອະດີດຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ, ພະແນກ, ຜູ້ອໍານວຍການບໍລິສັດລັດວິສາຫະກິດ, ມະຫາວິທະຍາໄລ, ວິທະຍາໄລ, ສະມາຄົມການສຶກສາພາກເອກະຊົນ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນເຂົ້າຢ້ຽມຊົມ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາປີ 2023 ໃນລະຫວ່າງວັນທີ 7-8 ກຸມພາ 2024 ໂດຍເປັນກຽດຕ້ອນຮັບຂອງທ່ານ ພັນໂທ ສີສຸມັງ ມີໄຊພົນ ຮອງຜູ້ອໍານວຍການຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົົນລາວ ພ້ອມດ້ວຍຄະນະ.
ໃນການເຂົ້າຢ້ຽມຊົມຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວໃນຄັ້ງນີ້ິ້, ຄະນະຜູ້ແທນກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາປີ 2023 ໄດ້ຮັບຮູ້ປະຫວັດຄວາມເປັນມາກ່ຽວກັບສະຖານທີ່ດັ່ງກ່າວ ແລະ ໄດ້ຢ້ຽມຊົມການຈັດວາງສະແດງ 4 ພາກໃຫຍ່ ຄື: ພາກທີ 1 ປະເທດລາວ, ຄົນລາວ ແລະ ມູນເຊື້ອແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງພວກສັກດີນາ ແລະ ຈັກກະພັດຕາງດ້າວ; ພາກທີ 2 ການຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ; ພາກທີ 3 ການຕໍ່ສູ້ກູ້ຊາດຂອງກອງທັບປະຊາຊົນລາວ ຕ້ານພວກຈັກກະພັດອາເມຣິກາ ແລະ ລູກແຫຼ້ງຕີນມື ໃນລະຫວ່າງປີ 1955-1975; ພາກທີ 4 ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ປີ 1975 ຈົນເຖິງປັດຈຸບັນ.
ທັງນີ້, ກໍເພື່ອເປັນການລະນຶກເຖິງປະຫວັດສາດ ກອງທັບປະຊາຊົນລາວ ແລະ ຮຽນຮູ້ປະຫວັດຄວາມເປັນມາກ່ຽວກັບສະຖານທີ່ສຳຄັນຂອງການເຄື່ອນໄຫວມາແຕ່ລະໄລຍະ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ