Skip to main content

ສກຂ ສະຫວັນນະເຂດ ຫວນຄືນມູນເຊື້ອວັນສໍາຄັນຂອງພັກ-ຂອງຊາດ

13/02/2024

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາ 2 ວັນສໍາຄັນຂອງພັກ-ຂອງຊາດ ແລະ ຄໍາແນະນໍາ ກໍຄື ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ແລະ ຄໍາແນະນໍາກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາແຕ່ລະຂັ້ນ ສະບັບເລກທີ 003/ຄກພຂ, ລົງວັນທີ 3 ມັງກອນ 2024 ແລະ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956-1 ກຸມພາ 2024) ໃນວັນທີ 9 ກຸມພາ 2024 ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງທ່ານ ປອ ສຸກສົມພອນ ອະໂນໄທ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພິມມະສອນ ວໍລະຍຸດ, ທ່ານ ອະນຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າ/ຮອງຫົວໜ້າ 4 ສູນ, ຄະນະອໍານວຍການໂຮງຮຽນອ້ອມຂ້າງແຂວງ, ຫົວໜ້າ/ຮອງຫົວໜ້າ 10 ຂະແໜງ ແລະ ຄູອາຈານ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກ ເຂົ້າຮ່ວມຮັບຟັງຢ່າງໜາແໜ້ນ.

ໃນການປາຖະກະຖາຄັ້ງນີ້, ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ເຜີຍແຜ່ເອກະສານກ່ຽວກັບຄໍາແນະນໍາສະບັບເລກທີ 379/ຄກສພ ນະຄອນຫຼວງວຽງຈັນ, ລົງວັນທີ07 ພະຈິກ 2023, ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ, ຄໍາແນະນໍາສະບັບເລກທີ 331/ອກຫລ ນະຄອນຫຼວງວຽງຈັນ, ລົງວັນທີ 03 ຕຸລາ 2023 ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ) ເພື່ອໃຫ້ກໍາແໜ້ນ ແລະດໍາເນີນການປັບປຸງການຈັດຕັ້ງ, ພາລະບົດບາດ, ໜ້າທີ່-ສິດ ແລະ ບຸກຄະລາກອນຂອງຕົນໃຫ້ຖືກຕ້ອງຕາມຄໍາແນະນໍາສະບັບນີ້.

ຫຼັງຈາກນນັ້ນ, ທ່ານ ພິມມະສອນ ວໍລະຍຸດ  ໄດ້ເລົ່າຄືນມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ, ສູ້ຮົບມີໄຊຂອງກອງທັບປະຊາຊົນລາວ ກໍຄື ການປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ. ການສ້າງຕັ້ງກອງທັບປະຊາຊົນລາວ ແມ່ນເຫດການໜຶ່ງທີ່ສຳຄັນໃນປະຫວັດສາດຂອງປະເທດເຮົາ, ເປັນບາດກ້າວຂະຫຍາຍຕົວຂອງການປະຕິວັດ ແມ່ນບາດກ້າວທີ່ເຂັ້ມແຂງຂອງກອງກຳລັງປະກອບອາວຸດປະຕິວັດ, ເປັນຂະບວນຫຼັກແຫຼ່ງໃນການຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດແຫ່ງຊາດ. ໃນສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ກອງທັບເຮົາໄດ້ສ້າງຜົນງານອັນໃຫຍ່ຫຼວງ ຈົນເຮັດໃຫ້ມີສອງແຂວງເຕົ້າໂຮມ (ແຂວງຫົວພັນ ແລະ ແຂວງຜົ້ງສາລີ), ກອງພັນທີ 2 ໄດ້ຜ່າວົງປິດລ້ອມຂອງສັດຕູຢູ່ແຂວງຊຽງຂວາງໄປເຖິງເຂດທີ່ໝັ້ນຂອງການປະຕິວັດໄດ້ຢ່າງປອດໄພ ແລະ ໄດ້ພາຜູ້ນຳແນວລາວຮັກຊາດ ແຫກຄຸກໂພນເຄັງຢ່າງມະຫັດສະຈັນ ນັບວ່າເປັນສອງເຫດການທີ່ສຳຄັນໃນໜ້າປະຫວັດສາດຂອງຊາດລາວເຮົາ. ນອກຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງ 5 ບັ້ນຮົບໃຫຍ່ທີ່ກອງທັບສາມາດຍາດໄດ້ໄຊຊະນະຢ່າງລຽນຕິດ ຄື: ບັ້ນຮົບປົດປ່ອຍຫຼວງນ້ຳທາ, ບັ້ນຮົບນ້ຳບາກ, ບັ້ນຮົບຜາຖີ່, ບັ້ນຮົບກູ້ກຽດ ແລະ ບັ້ນຮົບລາມເຊິນ.

ທ່ານ ອະນຸສອນ ສຸດທິວົງ ໄດ້ຍົກໃຫ້ເຫັນວ່າ: ໃນປີ 1893 ປະເທດລາວຕົກຢູ່ໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ ພວກເຂົາໄດ້ເຂັນຂ້າປະຊາຊົນຜູ້ອອກແຮງງານລາວບັນດາເຜົ່າຢ່າງໂຫດຮ້າຍທາລຸນ ໂດຍສະເພາະຫຼັງສົງຄາມໂລກ ຄັ້ງທີ 1 ພວກເຂົາໄດ້ທຸ້ມເທກໍາລັງແຮງໃນການຂຸດຄົ້ນແຮ່ກົ່ວຢູ່ບໍ່ໂພນຕິ້ວ ແລະ ບໍ່ແໜ່ງແຂວງຄໍາມ່ວນພາກກາງຂອງລາວ ໂດຍການບັງຄັບເອົາຊາວໄຮ່-ນາໄປເປັນກຳມະກອນຮັບຈ້າງ, ເປັນກຸລີຮັບໃຊ້ຕາມລະດູການ ຕໍ່ມາພວກເຂົາຈຶ່ງໄດ້ສ້າງໂຮງຈັກໄຟຟ້າຢູ່ບາງຕົວເມືອງ ແລະ ຕັ້ງບໍລິສັດຂົນສົ່ງທາງນໍ້າ, ສ້າງໂຮງເລື່ອຍໄມ້, ໂຮງສີເຂົ້າ ແລະ ອື່ນໆ. ຫຼັງຈາກນັ້ນ, ຈຶ່ງເກີດມີກຳມະກອນປະຈຳ ຫຼື ກຳມະກອນອາຊີບ ແລະ ເກີດມີຊົນຊັ້ນກໍາມະກອນຂຶ້ນຢູ່ໃນປະເທດລາວເຮົານັບແຕ່ນັ້ນເປັນຕົ້ນມາ ແລ້ວມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ.

ການຈັດປາຖະກະຖາໃນຄັ້ງນີ້, ແມ່ນເພື່ອແນໃສ່ສຶກສາອົບຮົມ ເຮັດໃຫ້ພະນັກງານ ຄູອາຈານ ໄດ້ເຊື່ອມຊຶມເຂົ້າໃຈແຈ້ງ ແລະ ກຳໄດ້ເຖິງປະຫວັດແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ, ການຕໍ່ສູ້ເດັດດ່ຽວໜຽວແໜ້ນ ບໍ່ຍອມຈຳນົນຂອງກອງທັບປະຊາຊົນລາວ ໃນແຕ່ລະໄລຍະຂອງການປະຕິວັດລາວ ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ.

ໂດຍ ສກຂ ສະຫວັນນະເຂດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ