ຄຣິດສະເຕຍໂນ ໂຣນັນໂດ ເປັນນັກກິລາລາຍໄດ້ສູງສຸດ ປີ 2023

Sportico ເວັບໄຊທຸລະກິດກິລາ ເປີດເຜີຍການຈັດອັນດັບນັກກິລາທີ່ມີລາຍໄດ້ຫຼາຍທີ່ສຸດປະຈໍາປີ 2023 ຊຶ່ງຖືເປັນປີທີ 3 ທີ່ພວກເຂົາເປີດເຜີຍລາຍຊື່ນີ້.
ຜົນປາກົດວ່າໃນປີ 2023 ຄຣິດສະເຕຍໂນ ໂຣນັນໂດ ດາວຍິງຫົວໜ້າທີມຊາດປອກຕຸຍການຂອງ ອັນ ນາເຊີ ເປັນນັກກິລາທີ່ມີລາຍໄດ້ຫຼາຍທີ່ສຸດເຖິງ 275 ລ້ານໂດລາສະຫະລັດ ໂດຍເປັນເງິນເດືອນກັບເງິນລາງວັນສູງເຖິງ 215 ລ້ານໂດລາສະຫະລັດ ແລະ ເປັນນັກກິລາທີ່ມີລາຍໄດ້ຫຼາຍທີ່ສຸດຈາກພາກນີ້ ຂະນະທີ່ລາຍໄດ້ຈາກຜູ້ສະໜັບສະໜູນຢູ່ທີ່ 60 ລ້ານໂດລາສະຫະລັດ.
ຂະນະທີ່ ອັນດັບ 2 ຄື: ຈອນ ຣາມ ນັກກ໊ອບຊາວແອັດສະປາຍກັບລາຍໄດ້ລວມ 203 ລ້ານໂດລາສະຫະລັດ ໂດຍເປັນເງິນເດືອນ ກັບເງິນລາງວັນ 181 ລ້ານໂດລາສະຫະລັດ ລາຍໄດ້ຈາກຜູ້ສະໜັບສະໜູນ 22 ລ້ານໂດລາສະຫະລັດ.
ອັນດັບ 3 ຄື: ລີໂອເນວ ເມດຊີ ກອງໜ້າທີມຊາດອາກຊັງຕິນ ຈາກ ອິນເຕີ ໄມອາມີ ກັບລາຍໄດ້ລວມ 130 ລ້ານໂດລາສະຫະລັດ ໂດຍເປັນເງິນເດືອນກັບເງິນລາງວັນ ແລະ ລາຍໄດ້ຈາກຜູ້ສະໜັບສະໜູນ ສ່ວນລະ 65 ລ້ານໂດລາສະຫະລັດ ເທົ່າກັນ.
ສ່ວນ ເລບຣອນ ເຈມ ດາວດັງວົງການບານບ້ວງຊາວອາເມຣິກາຈາກ ລອດ ແອງເຈລີ ເລເກີ ເຖິງແມ່ນຈະເຂົ້າມາເປັນອັນດັບ 4 ກັບລາຍໄດ້ລວມ 125,7 ລ້ານໂດລາສະຫະລັດ ໂດຍເປັນເງິນເດືອນກັບເງິນລາງວັນ 45,7 ລ້ານໂດລາສະຫະລັດ ແຕ່ເຂົາຄືຄົນທີ່ມີລາຍຮັບຈາກຜູ້ສະໜັບສະໜຸນຫຼາຍທີ່ສຸດ 80 ລ້ານໂດລາສະຫະລັດ.