Skip to main content

ສກມ ສີໂຄດຕະບອງ ຈັດສອບເສັງນັກຮຽນເກັ່ງຂັ້ນເມືອງ ສົກ 2023-2024

14/02/2024

ຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ) ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ສອບເສັງນັກຮຽນເກັ່ງຊັ້ນປະຖົມ ແລະ ມັດທະຍົມສຶກສາ ປະຈຳສົກຮຽນ 2023-2024 ເມື່ອວັນທີ 9 ກຸມພາ 2024 ທີ່ໂຮງຮຽນມັດທະຍົມຕອນປາຍ ມິດຕະພາບ ວຽງຈັນ-ໂຮຈິມິນ ໂດຍການເປັນປະທານຂອງທ່ານ ມະນີຫົງ ຈັນທະວົງສາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ, ມີຜູ້ບໍລິຫານການສຶກສາຂັ້ນເມືອງ, ຄະນະກຳມະການສອບເສັງ, ຄູອາຈານນຳພາ ແລະ ນ້ອງນັກສອບເສັງເຂົ້າຮ່ວມ.

ໃນພິທີ, ທ່ານ ສິນໄຊ ສຸທຳມະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ ກ່າວໃຫ້ຮູ້ວ່າ: ການຈັດສອບເສັງໃນຄັ້ງນີ້ ແມ່ນເພື່ອເປັນການແຂ່ງຂັນການສອນດີ-ຮຽນເກັ່ງຂອງຄູ ແລະ ນ້ອງນັກຮຽນໃນແຕ່ລະວິຊາຂັ້ນຮຽນ, ຊັ້ນຮຽນຕ່າງໆ ພ້ອມຮັບປະກັນໄດ້ທາງດ້ານປະສິດທິພາບປະສິດທິຜົນ ແນໃສ່ການປະຕິບັດການຍ້ອງຍໍ, ຄູສອນດີ-ນັກຮຽນເກັ່ງ ແລະ ທັງເປັນການສ້າງຂະບວນການສົ່ງເສີມປະຕິບັດແຜນຍຸດທະສາດການສຶກສາໄລຍະໃໝ່ໃຫ້ປາກົດຜົນເປັນຈິງ.

ໃນການສອບເສັງນັກຮຽນເກັ່ງຊັ້ນປະຖົມ (ປ.5), ຊັ້ນມັດທະຍົມຕອນຕົ້ນ (ມ.4) ແລະ ຊັ້ນມັດທະຍົມຕອນປາຍ (ມ.7)  ທົ່ວເມືອງສິໂຄດຕະບອງຄັ້ງນີ້, ມີນັກສອບເສັງທັງໝົດ 497 ນ້ອງ ເປັນຍິງ 343 ນ້ອງ ໃນນັ້ນ ຊັ້ນປະຖົມ 166 ນ້ອງ, ມ.ຕົ້ນ 217 ນ້ອງ ແລະ ມ.ປາຍ 114 ນ້ອງ.

ສຳລັບສົກຮຽນ 2022-2023 ຜ່ານມາ ສາມາດຍາດໄດ້ຂັ້ນນະຄອນຫຼວງວຽງຈັນ 4 ນ້ອງ ໃນຊັ້ນປະຖົມສຶກສາ. ສ່ວນສົກຮຽນນີ້, ທາງເມືອງ ກໍຄື ຫ້ອງການສຶກສາ ແລະ ກິລາເມືອງ ຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຂັ້ນນະຄອນຫຼວງ ລື່ນປີທີ່ຜ່ານມາ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ