Skip to main content

Author: Boualapha Insymanee

ຮຮ ການເມືອງ-ການປົກຄອງ ແຂວງສະຫວັນນະເຂດ ປິດຊຸດຮຽນທິດສະດີການເມືອງລະບົບຂັ້ນກາງ ຮຸ່ນທີ I ແລະ ຂັ້ນຕົ້ນຮຸ່ນທີ II

ໂຮງຮຽນ (ຮຮ) ການເມືອງ-ການປົກຄອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປິດຊຸດຮຽນ ແລະ ມອບ-ຮັບໃບຢັ້ງຢືນທິດສະດີການເມືອງ ລະບົບຂັ້ນກາງ ຮຸ່ນທີ I ແລະ ຂັ້ນຕົ້ນຮຸ່ນທີ II ປະຈຳປີ 2023 ເມື່ອບໍ່ດົນມານີ້ ທີ່ໂຮງຮຽນດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ບົວສອນ ມະຫາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ປທ ພູເຂົາ ສີຫາວົງ ເລຂາຄະນະພັກ ຜູ້ອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງ, ມີບັນດາການນຳຂອງເມືອງ, ພະແນກການ ພ້ອມດ້ວຍນັກສຶກສາທີ່ສຳເລັດການສຶກສາທິດສະດີການເມືອງລະບົບຂັ້ນກາງ ຮຸ່ນທີ I ແລະ ລະບົບຂັ້ນຕົ້ນ ຮຸ່ນທີ II ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ປທ ພູຄຳ ເລນິນ ຮອງອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງ...

Continue reading

ສກຂ ອັດຕະປື ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ອັດຕະປື ໄດ້ຈັດກອງປະຊຸມເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເມື່ອວັນທີ 25 ກັນຍາ 2023 ທີ່ຫ້ອງປະຊຸມພະແນກດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ອຸດົມສິນ ສີຊານົນ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື, ມີຄະນະນຳຫ້ອງການສຶກສາທິການ ແລະ ກິລາ 5 ເມືອງ, ຄະນະອຳນວຍການ ໂຮງຮຽນທີ່ກ່ຽວຂ້ອງ, ແຂກທີ່ຖືກເຊີນ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ອຸດົມສິນ ສີຊານົນ ໂອກາດດັ່ງກ່າວ, ທ່ານ ອຸດົມສິນ ສີຊານົນ ໄດ້ກ່າວເປີດກອງປະຊຸມວ່າ: ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ...

Continue reading

ກຳມະບານ ສກມ ຍົມມະລາດ ເປີດຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2023

ກຳມະບານຮາກຖານ ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ຍົມມະລາດ ແຂວງຄຳມ່ວນ ໄດ້ເປີດຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2023 ເມື່ອວັນທີ 22 ກັນຍາ 2023 ທີ່ຫ້ອງປະຊຸມຫ້ອງການດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ແກ້ວຕາ ໄຊຍະໂກສີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທັງເປັນປະທານກຳມະບານຮາກຖານ, ມີທ່ານ ບຸນສົງ ພົງສະຫວັນ ປະທານສະຫະພັນກຳມະບານເມືອງ, ພ້ອມດ້ວຍບັນດາປະທານ-ຮອງປະທານກຳມະບານຮາກຖານ ແລະ ສະມາຊິກກຳມະບານພາຍໃນຫ້ອງການດັ່ງກ່າວເຂົ້າຮ່ວມ. ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ຕົກລົງ ວ່າດ້ວຍການຮັບຮອງ ແລະ...

Continue reading