ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ລາຍງານວ່າ: ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ-ເອີຣົບ (EVFTA) ໄດ້ຊຸກຍູ້ການສົ່ງອອກຂອງ ສສ ຫວຽດນາມ ໄປຍັງສະຫະພາບເອີຣົົບ ຫຼາຍພໍສົມຄວນ ໂດຍເພີ່ມຂຶ້ນຈາກ ຈຳນວນ 35 ຕື້ເອີໂຣ ໃນປີ 2019 ເປັນ 48 ຕື້ເອີໂຣ ໃນປີ 2023. ຊຶ່ງການເພີ່ມຂຶ້ນດັ່ງກ່າວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ໃນຂະແໜງເອເລັກໂຕນິກ, ຕັດຫຍິບ, ເກີບໜັງ, ກະສິກຳ ແລະ ສິນຄ້າອາຫານທະເລ. ໃນວັນທີ 1 ສິງຫາ 2024 ແມ່ນວັນຄົບຮອບ 4 ປີແຫ່ງວັນເຊັນສັນຍາການຄ້າເສລີ ຫວຽດນາມ-ເອີຣົບ (EVFTA) ມີຜົນສັກສິດ (1/8/2020-1/8/2024). ນີ້ແມ່ນສັນຍາການຄ້າ ເສລີ ທີ່ມີລັກສະນະບາດລ້ຽວ, ກາຍເປັນກຳລັງໜູນສຳຄັນໃຫ້ແກ່ການຄ້າ ແລະ ການລົງທຶນ ລະຫວ່າງ ສະຫະພາບເອີຣົບ ແລະ ສສ ຫວຽດນາມ. ດັ່ງນັ້ນ, ສະມາຄົມວິສາຫະກິດເອີຣົບ ປະຈຳ […]