Skip to main content

ຫວຽດນາມ ການສົ່ງອອກສິນຄ້າໄປເອີຣົບ ເພີ່ມຂຶ້ນຢ່າງເຂັ້ມແຂງ

01/08/2024

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ລາຍງານວ່າ: ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ-ເອີຣົບ (EVFTA) ໄດ້ຊຸກຍູ້ການສົ່ງອອກຂອງ ສສ ຫວຽດນາມ ໄປຍັງສະຫະພາບເອີຣົົບ ຫຼາຍພໍສົມຄວນ ໂດຍເພີ່ມຂຶ້ນຈາກ ຈຳນວນ 35 ຕື້ເອີໂຣ ໃນປີ 2019 ເປັນ 48 ຕື້ເອີໂຣ ໃນປີ 2023. ຊຶ່ງການເພີ່ມຂຶ້ນດັ່ງກ່າວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ໃນຂະແໜງເອເລັກໂຕນິກ, ຕັດຫຍິບ, ເກີບໜັງ, ກະສິກຳ ແລະ ສິນຄ້າອາຫານທະເລ.


ໃນວັນທີ 1 ສິງຫາ 2024 ແມ່ນວັນຄົບຮອບ 4 ປີແຫ່ງວັນເຊັນສັນຍາການຄ້າເສລີ ຫວຽດນາມ-ເອີຣົບ (EVFTA) ມີຜົນສັກສິດ (1/8/2020-1/8/2024). ນີ້ແມ່ນສັນຍາການຄ້າ ເສລີ ທີ່ມີລັກສະນະບາດລ້ຽວ, ກາຍເປັນກຳລັງໜູນສຳຄັນໃຫ້ແກ່ການຄ້າ ແລະ ການລົງທຶນ ລະຫວ່າງ ສະຫະພາບເອີຣົບ ແລະ ສສ ຫວຽດນາມ. ດັ່ງນັ້ນ, ສະມາຄົມວິສາຫະກິດເອີຣົບ ປະຈຳ ຫວຽດນາມ ປະກາດການສຳຫຼວດດັດຊະນີ ຄວາມໄວ້ເນື້ອເຊື່ອໃຈ ດຳເນີນທຸລະກິດ (BCI) ໂດຍ Decision Lab ປະຕິບັດ, ຜ່ານນັ້ນ ກໍ່ສະແດງໃຫ້ເຫັນວ່າ: EVTFA ໄດ້ເປີດປະຕູ ໃຫ້ແກ່ບັນດາວິສາຫະກິດເອີຣົບເຂົ້າມາ ຕະຫຼາດຫວຽດນາມ ທີ່ເຕັມໄປດ້ວຍ ຄວາມສາມາດບົ່ມຊ້ອນ. ຕາມ BCI ແລ້ວ, ເກືອບ 2/3 ຈຳນວນວິສາຫະກິດເອີຣົບ ປະຈຳ ຫວຽດນາມ ທີ່ເຂົ້າຮ່ວມການສຳຫຼວດ ຖືວ່າ ໄດ້ຮັບຜົນປະໂຫຍດ ຢູ່ລະດັບທີ່ແຕກຕ່າງກັນ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ 27% ຈຳນວນບໍລິສັດ ພວມໄດ້ຮັບ ຜົນປະໂຫຍດຫຼາຍທີ່ສຸດ ຖືວ່າ ເພີ່ມຂຶ້ນຫຼາຍ ພໍສົມຄວນ ເມື່ອທຽບໃສ່ກັບ 18% ໃນປີ 2023.

ຮຽບຮຽງໂດຍ: ບຸນທະວີ ນະວົງສາ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ