ຍອດຜູ້ເສຍຊີວິດຈາກເຫດດິນເຈື່ອນ ຢູ່ ອິນເດຍ ເພີ່ມຂຶ້ນເປັນ 100 ກວ່າຄົນ
01/08/2024

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງນີວເດລີ ປະເທດອິນເດຍ ເມື່ອວັນທີ 31 ກໍລະກົດ ຜ່ານມາ, ສຳນັກງານມຸຂະມົນຕີ ແຫ່ງລັດ ເກຣລະ ທາງພາກຕາເວັນຕົກສຽງໃຕ້ ຂອງອິນເດຍ ແລະ ເປັນແຫຼ່ງຜະລິດຊາ ທີ່ສຳຄັນ ຂອງປະເທດ ໄດ້ລາຍງານຍອດຈຳນວນ ຜູ້ເສຍຊີວິດຈາກເຫດດິນເຈື່ອນເປັນວົງກວ້າງ ໃນລັດເກຣລະ ເພີ່ມຂຶ້ນເປັນ 108 ຄົນ ແລະ ເຈົ້າໜ້າທີ່ຊ່ວຍເຫຼືອຜູ້ລອດຊິວີດໄດ້ຢ່າງໜ້ອຍ 250 ຄົນ, ໃນນັ້ນເກືອບເຄິ່ງໜຶ່ງ ໄດ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍ. ໃນຂະນະດຽວກັນ ຍັງມີຜູ້ສູນຫາຍອີກ 100 ກວ່າຄົນ. ນອກນີ້ ຍັງມີການອົບພະຍົບປະຊາຊົນ ປະມານ 3.000 ຄົນ ໃຫ້ໄປ ຢູ່ ສູນພັກອາໄສຊົ່ວຄາວ.
ປັດຈຸບັນ, ອິນເດຍ ພວມຢູ່ໃນໄລຍະລະດູມໍລະສຸມ ໂດຍເລີ່ມແຕ່ ເດືອນມິຖຸນາ-ເດືອນກັນຍາຂອງທຸກປີ ແລະ ລັດເກຣລະ ເປັນໜຶ່ງໃນພື້ນທີ່ ຂອງອິນເດຍ ທີ່ປະເຊີນກັບ ຝົນຕົກຢ່າງໜັກ ໃນຫຼາຍວັນຜ່ານມາ. ໃນຂະນະດຽວກັນ ຂົວສາຍຫຼັກ ທີ່ເຊື່ອມຕໍ່ ໄປຍັງເຂດວາຍານາດ ຂອງລັດດັ່ງກ່າວ ໄດ້ສົ່ງຜົນໃຫ້ການເຄື່ອໄຫວລຳລຽງສິ່ງຂອງຕ່າງໆ ເຂົ້າໄປຍັງ ພື້ນທີ່ນັ້ນ ມີຄວາມຫຍຸ້ງຍາກລໍາບາກ.
ທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ໄດ້ສະແດງຄວາມເສຍໃຈຕໍ່ເຫດການ ທີ່ເກີດຂຶ້ນ ແລະ ຢືນຢັນວ່າ ລັດຖະບານກາງ ຈະມອບຄວາມ ຊ່ວຍເຫຼືອຢ່າງເຕັມທີ່ ໃຫ້ແກ່ທາງການລັດເກຣລະ. ພ້ອມນັ້ນ ໄດ້ປະກາດວ່າ ຈະມອບບ້ວງເງິນ ຊ່ວຍເຫຼືອ ຈຳນວນ 200.000 ຣູປີ ໃຫ້ແກ່ຄອບຄົວ ຜູ້ເສຍຊີວິດ ແລະ 50.000 ຣູປີ ສຳລັບ ຄອບຄົວ ຜູ້ໄດ້ຮັບ ບາດເຈັບ ໃນຄັ້ງນີ້.
ຮຽບຮຽງໂດຍ: ບຸນທະວີ ນະວົງສາ











