Skip to main content

ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ສະຫະພັນກິລາກະຕໍ້ ແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາກະຕໍ້ 2 ລາຍການ ຊີງຂັນປະທານຄະນະກຳມະການປົກຄອງແຂວງຈຳປາສັກ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 21-22 ຕຸລາ 2026 ນີ້ ທີ່ສະໜາມກິລາແຂວງ (ຫຼັກ 2) ນະຄອນປາກເຊ ແຂວງຈຳປາສັກ ໃຫ້ກຽດເຂົ້າຮ່ວມໃນພິທີເປີດມີ ທ່ານ ນອງໃສ ສຸລິວົງຈັກ ປະທານທີ່ປຶກສາສະຫະພັນກິລາກະຕໍ້ແຂວງຈຳປາສັກ, ທ່ານ ບົວທອງ ສຸວັນນະສານ ອະດີດຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ປອ ພັນເອກ ວິໄລພອນ ສີລິວົງ ຫົວໜ້າວິທະຍາໄລສັນຕິບານປະຊາຊົນ ເລກ 2 ແຂວງຈຳປາສັກ, ທ່ານ ໂອດານ ໄຊຍະລາດ ຮອງປະທານສະຫະພັນກິລາກະຕໍ້ແຂວງຈຳປາສັກ ທັງເປັນເຈົ້າຂອງຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ແລະ ທ່ານ ອິນທະວົງ ແດງປະເສີດ...

Continue reading

ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025

ໃນຕອນເຊົ້າຂອງວັນທີ 21 ຕຸລາ 2026 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ; ໜ່ວຍຮາກຖານຊາວໜຸ່ມປະຊາຊົນປະຕິວັດລາວ ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບຢັ້ງຢືນຖືກຮັບຮອງເປັນ ຄນຊປປ ລາວ 4 ບຸກ ພ້ອມມອບໃບຍ້ອງຍໍໃຫ້ແກ່ບຸກຄົນຜູ້ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ມະໄລຄໍາ ໄຊຍະເທດ ຮອງເລຂາໜ່ວຍພັກ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ; ມີ ສະຫາຍ ຊາຍຄໍາ ຍືນສົມບັດ ຄະນະພັກຮາກຖານ, ຮອງຫົວຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ສະຫາຍ ສາຍພະພິມ ພົມວີຈິດ ຄະນະບໍລິຫານງານຊາວໜຸ່ມແຂວງ,...

Continue reading

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າ ອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026. ກ່ອນເຂົ້າສູ່ວາລະດຳເນີນກອງປະຊຸມຢ່າງເປັນທາງການ, ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ...

Continue reading

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026

ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026 ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ປອ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ທ່ານ ທະນະວັດ ສິຣິພອນພັນ ຜູ້ຈັດການບໍລິສັດ ຄູໂບຕ້າລາວ, ມີຄະນະຜູ້ອໍານວຍການ, ຜູ້ອໍານວຍການ, ຮອງຜູ້ອຳນວຍການຈາກວິທະຍາໄລເຕັກນິກວິຊາຊີບແຂວງບໍລິຄໍາໄຊ, ແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ຈັດການ, ຕາງໜ້າຕົວແທນຈໍາໜ່າຍ, ຄະນະກໍາມະການ,...

Continue reading

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ

ສຳລັບນັກຮຽນທີ່ມີຄວາມພິການ, ການມີສ່ວນຮ່ວມຢ່າງເຕັມສ່ວນໃນໂຮງຮຽນ ຈະເກີດຂຶ້ນໄດ້ກໍເມື່ອຄວາມຕ້ອງການໃນການຮຽນຮູ້ ແລະ ການສະໜັບສະໜູນເຂົາເຈົ້າ ສາມາດຮູ້ໄດ້ໂດຍຄູ. ນັກຮຽນບາງຄົນ ອາດປະສົບກັບຄວາມຫຍຸ້ງຍາກໃນດ້ານການເບິ່ງເຫັນ, ການໄດ້ຍິນ, ການສື່ສານ, ການເຄື່ອນໄຫວ ຫຼື ການຮຽນຮູ້ ເຊິ່ງສົ່ງຜົນກະທົບຕໍ່ຄວາມສາມາດໃນການມີສ່ວນຮ່ວມໃນກິດຈະກຳການຮຽນການສອນໃນຫ້ອງຮຽນ. ຄວາມຫຍຸ້ງຍາກແຕ່ລະດ້ານ ແມ່ນຕ້ອງການວິທີການແກ້ໄຂທີ່ແຕກຕ່າງກັນ ແລະ ການດັດປັບວິທີການສອນໃຫ້ເໝາະສົມ. ຖ້າວ່າຄວາມຕ້ອງການເຫຼົ່ານີ້ ບໍ່ໄດ້ຮັບການລະບຸຢ່າງຖືກຕ້ອງ, ນັກຮຽນອາດຈະບໍ່ໄດ້ຮັບການສະໜັບສະໜູນທີ່ຈຳເປັນຢ່າງເໝາະສົມ ເພື່ອໃຫ້ເຂົາເຈົ້າສາມາດມີສ່ວນຮ່ວມ ແລະ...

Continue reading

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026 (Study in Japan Fair 2026) ແບບເຊິ່ງໜ້າ ແລະ ແບບອອນລາຍ ໃນວັນທີ 21 ຕຸລາ 2026 ຢູ່ສະຖາບັນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສຸກສາຄອນ ແສງສຸລິວົງ ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນ ປະຈໍາລາວ, ຫ້ອງການ JICA ປະຈໍາລາວ, ຜູ້ຕາງໜ້າຈາກ 5 ມະຫາວິທະຍາໄລຢູ່ປະເທດຍີ່ປຸ່ນ, ອົງການ JASSO, ສະຖາບັນສອນພາສາຍີ່ປຸ່ນ, ສະມາຄົມອະດີດນັກສຶກສາຍີ່ປຸ່ນ, ຫົວໜ້າຫ້ອງການ...

Continue reading

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ໃນຕອນເຊົ້າວັນທີ 21 ຕຸລາ 2026 ໄດ້ມີພິທີເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ ຢູ່ທີ່ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ແລະ ເປີດປ້າຍຂອງທ່ານ ປອ ສາຍສະໝອນ ງາມສີ ວ່າການແທນການຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີຄະນະຜູ້ອໍານວຍການ, ຜູ້ອໍານວຍການວິທະຍາໄລເຕັກກະສິກໍາ, ວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງວຽງນຈັນ, ຜູ້ອໍານວຍການບໍລິສັດຄູໂບຕ້າລາວ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານວິຊາການ ແລະ...

Continue reading

ກວຮ ຮ່ວມກັບ 3 ພາກສ່ວນ ຫາລືນະໂຍບາຍ ແລະ ເພີ່ມທະວີການພັດທະນາການສຶກສາກ່ອນໄວຮຽນ

ໃນວັນທີ 16 ຕຸລາ 2026, ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໄດ້ມີກອງປະຊຸມ ປຶກສາຫາລືນະໂຍບາຍ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍກົມການສຶກສາກ່ອນໄວຮຽນ, ສູນກາງສະຫະພັນແມ່ຍິງລາວ, ອົງການ UNICEF ປະຈຳ ສປປລາວ ແລະ ສະຖານເອກອັກຄະລັດຖະທູດ ອົດສຕຣາລີ ປະຈຳ ສປປ ລາວ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຈອມແພງ ວົງສາ ຫົວໜ້າກົມສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ວຽງມະລີ ດາລາກອນ ຮັກສາການຫົວໜ້າກົມພັດທະນາ ແລະ ຂະບວນການ ສູນກາງສະຫະພັນແມ່ຍິງລາວ, ທ່ານ ໄມໂຄ ຄາຣີ (Michael Currie), ເລຂາເອກ ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ມາກາລີ ໂຣເມເດັນ (Magali Romedenne)...

Continue reading