Skip to main content

ສປປ ເກົາຫຼີ ເລັ່ງຊ່ວຍເຫຼືອປະຊາຊົນ ຈາກອຸທົກກະໄພ

01/08/2024

ສໍານັກຂ່າວສູນກາງເກົາຫຼີ (KCNA) ສຽງຂອງພັກແຮງງານ ສປປ ເກົາຫຼີ ລາຍງານ ໃນວັນທີ 31 ກໍລະກົດ 2024 ກ່ຽວກັບສະຖານະການອຸທົກກະໄພຢູ່ເມືອງ ຊິນອີຈູ ແລະ ເມືອງອີຈູ ແຂວງພາຍ່ອງອັ່ນເໜືອ ຂອງ ສປປ ເກົາຫຼີ ຊຶ່ງຕິດກັບເມືອງ ຕານຕົ່ງ ແຂວງຫຼຽວໜິງ ທາງຕາເວັນອອກສຽງເໜືອຂອງຈີນ ວ່າ: ໄດ້ສ້າງຄວາມເສຍຫາຍໃຫ້ບ້ານເຮືອນຫຼາຍກວ່າ 4.000 ຫຼັງ ແລະ ເນື້ອທີ່ກະສິກໍາປະມານ 200 ກວ່າເຮັກຕາ ຫຼື ປະມານ 12,722 ໄລ່.


ໂດຍກ່ອນໜ້ານີ້ ວັນທີ 29 ກໍລະກົດ ຜ່ານມາ, ທ່ານ ຄິມ ຈອງ ອຸ່ນ ປະທານປະເທດແຫ່ງ ສປປ ເກົາຫຼີ ພ້ອມດ້ວຍການນຳຂັ້ນສູງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງພື້ນທີ່ປະສົບໄພ ຢູ່ເມືອງ ຊິນອີຈູ ພາຍຫຼັງເດີນທາງມາແລ້ວເທື່ອໜຶ່ງ ໃນວັນທີ 28 ກໍລະກົດ ຜ່ານມາ. ຈາກນັ້ນ ທ່ານ ຄິມ ຈອງ ອຸ່ນ ໄດ້ຮຽກປະຊຸມສຸກເສີນຄະນະກໍາມະການກາງຂອງພັກແຮງງານ ເພື່ອຫາລືກ່ຽວກັບການຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພນ້ຳຖ້ວມ.

ສຳລັບອຸທົກກະໄພທີ່ເກີດຂຶ້ນຢູ່ ສປປ ເກົາຫຼີ ຄັ້ງນີ້ ເປັນຜົນມາຈາກອິດທິພົນຂອງພາຍຸ ແຄມີ ຊຶ່ງພັດຜ່ານຟີລິບປິນ, ໄຕ້ຫວັນ ແລະ ພື້ນທີ່ທາງດ້ານຕາເວັນອອກສຽງໃຕ້ຂອງຈີນ ໂດຍຢູ່ຈີນມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 15 ຄົນ ແລະ ຢູ່ຟີລິບປິນມີຜູ້ເສຍຊີວິດຫລາຍກວ່າ 20 ຄົນ.

ຮຽບຮຽງໂດຍ: ບຸນທະວີ ນະວົງສາ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ