ຄະນະຮັບຜິດຊອບ ຮ່ວມກັບ ເຈົ້າພາບ ນວ ລົງກວດກາຄວາມພ້ອມສະຖານທີ່ພັກເຊົາຂອງຄະນະນັກກິລາແຂວງຫຼວງພະບາງ

ໃນວັນທີ 7 ພະຈິກ 2025 ນີ້, ຄະນະຮັບຜິດຊອບຂອງແຂວງຫຼວງພະບາງ ຮ່ວມກັບ ເຈົ້າພາບ ນະຄອນຫຼວງວຽງຈັນ (ນວ) ໄດ້ລົງກວດກາການກະກຽມຄວາມພ້ອມຮອບດ້ານສະຖານທີ່ພັກເຊົາຂອງຄະນະນັກກິລາແຂວງຫຼວງພະບາງ ໂດຍມີທ່ານ ຄຳພັນ ບຸນພັກດີ ຫົວໜ້າຂະແໜງກິລາ ແລະ ສິລະປະ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ມີຕາງໜ້າຈາກເຈົ້າພາບ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຮັບຜິດຊອບກ່ຽວຂ້ອງເຂົ້າຮ່ວມ.
ການລົງກວດກາຄວາມພ້ອມຂອງສະຖານທີ່ພັກເຊົາຄັ້ງນີ້ ກໍເພື່ອເປັນການປະເມີນເຖິງຄວາມພ້ອມແຕ່ລະສູນສາມາດບັນຈຸຄະນະນັກກິລາໄດ້ຈຳນວນພົນເທົ່າໃດ ແລະ ໄດ້ຈັກປະເພດ, ທັງນີ້ກໍເພື່ອໃຫ້ຄະນະນັກກິລາມີຄວາມສະດວກ ແລະ ມີຄວາມປອດໄພຮອບດ້ານ, ສຳລັບສະຖານທີ່ພັກເຊົາຂອງຄະນະນັກກິລາແຂວງຫຼວງພະບາງ ທາງເຈົ້າພາບ ໄດ້ກຳນົດໃຫ້ມີ 3 ສູນຄື ສູນເຮືອນພັກທອງໃບ 1, ສູນພັດທະນາສີມືແຮງງານລາວ-ເກົາຫຼີ ເຂດຄຳຮຸ່ງ ແລະ ສູນເຮືອນພັກໃສສະຫວ່າງ ບ້ານສະຫວ່າງ, ໃນນີ້ສູນເຮືອນພັກທອງໃບ 1 ມີທັງໝົດ 27 ຫ້ອງ, ສາມາດບັນຈຸຄະນະນັກກິລາໄດ້ 52 ຄົນ , ສູນພັດທະນາສີມືແຮງງານລາວ-ເກົາຫຼີ ມີທັງໝົດ 3 ຕຶກ ສາມາດບັນຈຸໄດ້ 208 ຄົນ ແລະ ສູນເຮືອນພັກສະຫວ່າງມີທັງໝົດ 31 ຫ້ອງ ສາມາດບັນຈຸໄດ້ 62 ຄົນ, ມາຮອດປັດຈຸບັນທັງ 3 ສູນແມ່ນມີຄວາມພ້ອມ 100 ເປີເຊັນ.
ໂດຍ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼວງພະບາງ
ຂ່າວຫຼ້າສຸດ
- ທາບທາມ (ຮ່າງ) ດຳລັດວ່າດ້ວຍການຄົ້ນຄວ້າວິທະຍາສາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ
- ສວສ ຮ່ວມກັບ ແຜນງານບີຄວາ ຄົ້ນຄວ້າວິໄຈການພັດທະນາດ້ານພາສາ ແລະ ການຮູ້ໜັງສື ເພື່ອຍົກລະດັບຄຸນນະພາບການສຶກສາ
- ສຳມະນາວິທະຍາສາດ “ການສ້າງສັງຄົມແຫ່ງການຮຽນຮູ້ໃນສະພາບການໃໝ່”
- ຫາລືລະດັບວິຊາການ “ພັດທະນາທັກສະດິຈິຕອນ ແລະ ຄວາມຮູ້ດ້ານດິຈິຕອນ ສົ່ງເສີມການມີວຽກເຮັດງານທໍາຂອງໄວໜຸ່ມລາວ
- ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນວິທະຍາໄລຄູປາກເຊ ປະຕິຮູບການສ້າງຄູຮອບດ້ານ ຮອງຮັບການສ້າງເປັນມະຫາວິທະຍາສ້າງຄູແຫ່ງຊາດ
- ສົກຮຽນໃໝ່ໄດ້ເລີ່ມຕົ້ນແລ້ວ! ຮັບຊົມ ແລະ ສົ່ງຕໍ່ວິດີໂອ ທີ່ເປັນແຮງບັນດານໃຈ 4 ເລື່ອງ ທີ່ຜະລິດໂດຍ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ



