Skip to main content

ທາບທາມ (ຮ່າງ) ດຳລັດວ່າດ້ວຍການຄົ້ນຄວ້າວິທະຍາສາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ

09/09/2026
ໃນວັນທີ 8 ກັນຍາ 2026, ຢູ່ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລຈຳປາສັກ, ຫ້ອງການສະພາວິທະຍາສາດແຫ່ງຊາດ ກະຊວງສຶກສາທິການ ແລະ ກິລາ ໄດ້ມີການຈັດກອງປະຊຸມທາບທາມປະກອບຄຳເຫັນໃສ່ (ຮ່າງ) ດຳລັດວ່າດ້ວຍການຄົ້ນຄວ້າວິທະຍາສາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານສະພາວິທະຍາສາດແຫ່ງຊາດ ທັງເປັນປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; ເຂົ້າຮ່ວມມີທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງຈຳປາສັກ, ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກໍາມະການປົກຄອງແຂວງຈຳປາສັກ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ນາງ ພອນສະຫວັນ ເທບພະສຸລິນທອນ ຜູ້ອໍານວຍການ ມະຫາວິທະຍາໄລຈຳປາສັກ, ພ້ອມດ້ວຍບັນດານັກວິທະຍາສາດ, ນັກຄົ້ນຄວ້າ, ຄູ-ອາຈານ, ເຈົ້າຂອງຫົວຂໍ້ຄົ້ນຄວ້າ ແລະ ແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອທາບທາມຄຳເຫັນໃສ່ (ຮ່າງ) ດຳລັດ ວ່າດ້ວຍການຄົ້ນຄວ້າວິທະຍາສາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ແນໃສ່ເຮັດໃຫ້ຮ່າງດຳລັດດັ່ງກ່າວມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສອດຄ່ອງກັບຄວາມຕ້ອງການໃນການພັດທະນາວິທະຍາສາດ-ເຕັກໂນໂລຊີ, ການສຶກສາ ແລະ ສາທາລະນະສຸກ. ພ້ອມນີ້ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນຕື່ມວ່າ: ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຖືເປັນປັດໄຈສຳຄັນ ຕໍ່ການພັດທະນາປະເທດຊາດ ໂດຍຕ້ອງຄຽງຄູ່ໄປກັບການສຶກສາ, ການຄົ້ນຄວ້າ ແລະ ການພັດທະນາຊັບພະຍາກອນມະນຸດ. ດັ່ງນັ້ນຈຶ່ງມີຄວາມຈຳເປັນຕ້ອງສົ່ງເສີມທຶນວິໄຈ ແລະ ສ້າງເງື່ອນໄຂໃຫ້ນັກວິທະຍາສາດ, ນັກສຶກສາ ແລະ ນັກຄົ້ນຄວ້າ ໄດ້ພັດທະນາຜົນງານໃໝ່ໆ ເພື່ອນຳໄປໃຊ້ໃນການແກ້ໄຂບັນຫາຂອງສັງຄົມຢ່າງມີປະສິດທິຜົນ, ທັງເປັນການຍົກສູງຄຸນນະພາບຊີວິດຂອງປະຊາຊົນ ແລະ ສ້າງການພັດທະນາທີ່ຍືນຍົງ ເພື່ອໃຫ້ກ້າວທັນກັບຄວາມກ້າວໜ້າຂອງໂລກ.
ໃນວາລະກອງປະຊຸມ, ທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ໄດ້ນຳສະເໜີລາຍງານສະພາບລວມ, ໂຄງສ້າງ ແລະ ເນື້ອໃນສຳຄັນຂອງ (ຮ່າງ) ດຳລັດ ວ່າດ້ວຍການຄົ້ນຄວ້າວິທະຍາສາດ ເຊິ່ງປະກອບມີ 7 ໝວດ, 30 ມາດຕາ. ເນື້ອໃນສຳຄັນໄດ້ກຳນົດຢ່າງຈະແຈ້ງກ່ຽວກັບການສ້າງເງື່ອນໄຂ, ນິຕິກຳ, ແຫຼ່ງທຶນ ແລະ ພື້ນຖານໂຄງລ່າງ ເພື່ອຍົກລະດັບຄຸນນະພາບການຄົ້ນຄວ້າວິທະຍາສາດ ທັງຂົງເຂດທຳມະຊາດ ແລະ ສັງຄົມ;ກຳນົດໄລຍະການຄົ້ນຄວ້າ ຕັ້ງແຕ່ກ່ອນດຳເນີນການ, ໄລຍະດຳເນີນການ, ການສຳເລັດ ແລະ ການນຳໃຊ້ຜົນການຄົ້ນຄວ້າ; ກຳນົດໃຫ້ຜົນງານທີ່ນຳໃຊ້ງົບປະມານລັດເປັນກຳມະສິດຂອງລັດ ໂດຍນັກຄົ້ນຄວ້າຈະໄດ້ຮັບສ່ວນແບ່ງຜົນປະໂຫຍດຈາກການນຳໃຊ້ຜົນງານໄປຜະລິດເປັນສິນຄ້າຢ່າງໜ້ອຍ 30% ຂອງມູນຄ່າຜົນງານ; ສ່ວນຜົນງານທີ່ນຳໃຊ້ທຶນເອກະຊົນ ແມ່ນໃຫ້ເປັນໄປຕາມການຕົກລົງຂອງຜູ້ລົງທຶນ ແລະ ນັກຄົ້ນຄວ້າ; ການຂຶ້ນທະບຽນ, ເກັບຮັກສາໄວ້ໃນຖານຂໍ້ມູນຜົນງານວິທະຍາສາດແຫ່ງຊາດ ແລະ ການປົກປ້ອງລິຂະສິດ-ຊັບສິນອຸດສາຫະກຳ; ການສ້າງສູນຄົ້ນຄວ້າ, ຫ້ອງທົດລອງມາດຕະຖານ, ການນຳໃຊ້ເຄື່ອງມືວິເຄາະຂໍ້ມູນຂັ້ນສູງ ແລະ ການພັດທະນານັກຄົ້ນຄວ້າມືອາຊີບ; ຂໍ້ຫ້າມສຳລັບບຸກຄົນ, ນັກວິໄຈ ແລະ ພະນັກງານ-ລັດຖະກອນ ເພື່ອປ້ອງກັນການສຸຈະລິດ, ການແອບອ້າງຜົນງານ ແລະ ການລະເມີດຈັນຍາບັນທາງວິທະຍາສາດ.
ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ມີການນຳສະເໜີຜົນຂອງການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ ຈາກຕາງໜ້າເຈົ້າຂອງຫົວຂໍ້ຄົ້ນຄວ້າ, ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາ, ເຈາະຈີ້ມ ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອໃຫ້ (ຮ່າງ) ດຳລັດສະບັບນີ້ ມີຄວາມສົມບູນແບບທີ່ສຸດ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ