ສຳມະນາວິທະຍາສາດ “ການສ້າງສັງຄົມແຫ່ງການຮຽນຮູ້ໃນສະພາບການໃໝ່”
09/09/2026

ພິທີສຳມະນາວິທະຍາສາດ “ການສ້າງສັງຄົມແຫ່ງການນຽນຮູ້ໃນສະພາບການໃໝ່” ໄດ້ມີຂຶ້ນເມື່ອວັນທີ 8 ກັນຍາ 2026 ທີ່ໂຮງແຮມອຳມະຣີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈໍາການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍອະດີດການນໍາຂັ້ນສູງກະຊວງ, ຫົວໜ້າ-ຮອງຫົວໜ້າກົມການສຶກສານອກໂຮງຮຽນ, ຄະນະກໍາມາທິການປົກຄອງນະຄອນຫຼວງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາຜູ້ຊົງຄຸນວຸດທິ, ນັກວິຊາການ ແລະ ຜູ້ແທນສະຖານການສຶກສາ, ຕາງໜ້າອົງຈັດຕັ້ງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ, ແຂກຖືກເຊີນ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວເປີດງານພ້ອມທັງມີຄໍາເຫັນ ວ່າ: ງານສຳມະນາວິທະຍາສາດໃນຄັ້ງນີ້ ຈັດຂຶ້ນເນື່ອງໃນໂອກາດ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ (2026), ເຊິ່ງຕະຫຼອດ 60 ປີຜ່ານມາ, ນິຍາມຂອງ “ການຮູ້ໜັງສື” ໄດ້ຂະຫຍາຍກວ້າງກວ່າການອ່ານອອກ-ຂຽນໄດ້ ໄປສູ່ ການຮູ້ໜັງສືດິຈິຕອນ (Digital Literacy) ແລະ ທັກສະໃນສະຕະວັດທີ 21 ເພື່ອຮັບມືກັບການປ່ຽນແປງຂອງເຕັກໂນໂລຊີ, AI ແລະ ໂຄງສ້າງເສດຖະກິດ, ການສ້າງ “ສັງຄົມແຫ່ງການຮຽນຮູ້” ຈຶ່ງບໍ່ແມ່ນເລື່ອງທາງເລືອກ, ແຕ່ແມ່ນຍຸດທະສາດສຳຄັນ ເພື່ອຮັບປະກັນວ່າ “ບໍ່ມີໃຜຖືກປະຖີ້ມໄວ້ຂ້າງຫຼັງ” ແລະ ສົ່ງເສີມການຮຽນຮູ້ຕະຫຼອດຊີວິດໃນທຸກເພດ, ທຸກໄວ ແລະ ທຸກຊຸມຊົນ. ງານສຳມະນາຄັ້ງນີ້, ເປັນເວທີວິທະຍາສາດທີ່ສຳຄັນ ໃນການແລກປ່ຽນບົດຮຽນ, ໂດຍສະເພາະການບັນຍາຍພິເສດຈາກຜູ້ຊ່ຽວຊານ ແລະ ອົງການ UNESCO ປະຈຳ ສປປ ລາວ, ພ້ອມທັງການສົນທະນາກຸ່ມຈາກຫຼາຍຂະແໜງການ, ເຊື່ອໝັ້ນວ່າ ຜົນການຄົ້ນຄວ້າ ແລະ ຂໍ້ສະເໜີແນະໃນມື້ນີ້ ຈະເປັນຂໍ້ມູນຍຸດທະສາດສຳຄັນໃຫ້ກະຊວງສຶກສາທິການ ແລະ ກິລາ ນຳໄປປັບປຸງນະໂຍບາຍ ແລະ ແຜນປະຕິບັດງານຕົວຈິງ.
ໃນພິທີ, ກໍໄດ້ມີການບັນຍາຍພິເສດ “ການສ້າງສັງຄົມແຫ່ງການຮຽນຮູ້ໃນສະພາບການໃໝ່-ບົດຮຽນ, ທັດສະນະ ແລະ ທິດທາງໃນຕໍ່ໜ້າ”; “ການຮູ້ໜັງສື, ການຮຽນຮູ້ຕະຫຼອດຊີວິດ ແລະ ການເປີດໂອກາດໃຫ້ທຸກຄົນໄດ້ເຂົ້າເຖິງ ທ່າອ່ຽງຂອງສາກົນ ແລະ ທັດສະນະຈາກ ສປປ ລາວ. ຈາກນັ້ນ, ຍັງໄດ້ມີການສົນທະນາ ໃນຫົວຂໍ້ “ຈາກການຮູ້ໜັງສືສູ່ການຮຽນຮູ້ຕະຫຼອດຊີວິດ ແລະ ການສ້າງສັງຄົມແຫ່ງການຮຽນຮູ້ ໂດຍມີຜູ້ຮ່ວມສົນທະນາຮ່ວມກັນທັງໝົດ 5 ທ່ານ.
ພາບ-ຂ່າວ: ບົວລະພາ














