Skip to main content

ສວສ ຮ່ວມກັບ ແຜນງານບີຄວາ ຄົ້ນຄວ້າວິໄຈການພັດທະນາດ້ານພາສາ ແລະ ການຮູ້ໜັງສື ເພື່ອຍົກລະດັບຄຸນນະພາບການສຶກສາ

09/09/2026
ໃນຕອນເຊົ້າຂອງວັນທີ 7 ກັນຍາ 2026, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ແຜນງານບີຄວາ (BEQUAL) ໄດ້ຈັດກອງປະຊຸມຄົ້ນຄວ້າວິໄຈການພັດທະນາດ້ານພາສາ ແລະ ການຮູ້ໜັງສື ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມ ສູນກາງແນວລາວສ້າງຊາດ, ນະຄອນຫຼວງວຽງຈັນ ໂດຍການໃຫ້ເກຽດເປັນປະທານຮ່ວມຂອງ ທ່ານ ປອ ວົງເພັດ ອຸດົມລິດ, ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ໄມໂຄ (Michael), ເລຂາເອກ ສະຖານທູດ ອົດສະຕຣາລີ ປະຈຳ ລາວ ພ້ອມດ້ວຍຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງ, ວິທະຍາໄລຄູ, ສະຖານທູດອົດສະຕຣາລີ ປະຈຳ ລາວ, ທີມງານແຜນງານບີຄວາ, ອົງການ ACER ແລະ ຄູ່ຮ່ວມພັດທະນາຕ່າງໆທີ່ກ່ຽວຂ້ອງຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອນຳສະເໜີຄວາມເປັນມາ ແລະ ສິ່ງທ້າທາຍ ໃນການພັດທະນາດ້ານພາສາ ແລະ ການຮູ້ໜັງສື ໃນ ສປປ ລາວ; ນຳສະເໜີຈຸດປະສົງ, ຄຳຖາມວິໄຈຫຼັກ, ວິທີການ ແລະ ຂອບເວລາ ຂອງການຄົ້ນຄວ້າວິໄຈ; ສ້າງຄວາມເຂົ້າໃຈ ເຖິງປະໂຫຍດຂອງແຕ່ລະອົງປະກອບໃນການວິໄຈ ທີ່ເຊື່ອມໂຍງ ແລະ ສາມາດຕອບຄຳຖາມກ່ຽວກັບນະໂຍບາຍໄດ້ຢ່າງມີປະສິດທິພາບ; ຮວບຮວມເອົາຂໍ້ຄິດເຫັນ ຈາກການຄົ້ນຄວ້າວິໄຈ ເພື່ອນຳໄປກຳນົດນະໂຍບາຍ, ຫຼັກສູດ ແລະ ການພັດທະນາຄູ ໃຫ້ສອດຄ່ອງກັບວຽກງານການປັບປຸງໂຄງສ້າງ 6-3-3 ຂອງສາຍສາມັນສຶກສາ.
ໃນພິທີ, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ເນັ້ນໃຫ້ເຫັນວ່າ: ພາສາ ແລະ ການຮູ້ໜັງສື ເປັນພື້ນຖານສຳຄັນຂອງການຮຽນຮູ້ໃນທຸກໆວິຊາ ເນື່ອງຈາກນັກຮຽນມີພື້ນຖານພາສາທີ່ແຕກຕ່າງກັນ ເຊິ່ງເຮັດໃຫ້ເກີດມີຊ່ອງຫວ່າງດ້ານການຮຽນຮູ້, ດັ່ງນັ້ນ ການວິໄຈທີ່ມີຫຼັກຖານອັນຈະແຈ້ງ ຈະຊ່ວຍໃຫ້ເຂົ້າໃຈບັນຫາ, ກຳນົດວິທີການສອນ ແລະ ສະໜັບສະໜູນຄູ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ.
ຂອບເຂດຂອງການສຶກສາວິໄຈໃນຄັ້ງນີ້ ຈະຄອບຄຸມ 250 ໂຮງຮຽນ ທົ່ວປະເທດ ໂດຍຈະສຸມໃສ່ການປະເມີນການຮຽນຮູ້ຂອງນັກຮຽນ, ການສຶກສາສະພາບການສອນໃນຫ້ອງຮຽນ ແລະ ການທົບທວນສື່ການຮຽນ-ການສອນ ເພື່ອນຳມາເປັນຫຼັກຖານໃນການປັບປຸງການຮຽນ-ການສອນ ໃຫ້ສາມາດຕອບສະໜອງກັບນັກຮຽນທີ່ມີພື້ນຖານພາສາຫຼາກຫຼາຍ, ພ້ອມທັງສົ່ງເສີມຂີດຄວາມສາມາດດ້ານການສຶກສາວິໄຈຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.
ພ້ອມດຽວກັນນີ້, ໃນໂອກາດດັ່ງກ່າວ ທ່ານປະທານກອງປະຊຸມ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງ ຕໍ່ ລັດຖະບານອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນງົບປະມານ ແລະ ການຊ່ວຍເຫຼືອອັນມີຄ່າໂດຍຜ່ານ ແຜນງານບີຄວາ (BEQUAL) ໃນການຈັດຂຶ້ນ ແລະ ດຳເນີນງານຄົ້ນຄວ້າວິໄຈໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາຂະແໜງການສຶກສາຂອງ ສປປ ລາວ ໃຫ້ມີຄຸນນະພາບ ແລະ ຍືນຍົງ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ