Skip to main content

ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນວິທະຍາໄລຄູປາກເຊ ປະຕິຮູບການສ້າງຄູຮອບດ້ານ ຮອງຮັບການສ້າງເປັນມະຫາວິທະຍາສ້າງຄູແຫ່ງຊາດ

09/09/2026
ໃນຕອນເຊົ້າວັນທີ 7 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະກັບຄະນະນຳ, ພະນັກງານ, ຄູ-ອາຈານ ວິທະຍາໄລຄູປາກເຊ ເພື່ອຕິດຕາມການຈັດຕັ້ງປະຕິບັດວຽກງານພາຍໃນວິທະຍາໄລ. ໂດຍໃຫ້ກຽດເຂົ້າຮ່ວມມີ: ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ; ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ; ທ່ານ ປອ ພູວົງ ອະໄພ ກຳມະການພັກແຂວງ, ຫົວໜ້າແຜນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ; ທ່ານ ສຸກຂະສະຫວາດ ວົງຫາຈັກ ຮັກສາການຜູ້ອຳນວຍການ ວິທະຍາໄລຄູປາກເຊ ພ້ອມດ້ວຍຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ທ່ານ ສຸກຂະສະຫວາດ ວົງຫາຈັກ ຮັກສາການຜູ້ອຳນວຍການ ວິທະຍາໄລຄູປາກເຊ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານ ປະຈຳສົກຮຽນ 2025-2026 ພ້ອມທັງການກະກຽມຄວາມພ້ອມໃນການຍົກສະຖານະ ເພື່ອກ້າວໄປສູ່ການເປັນ “ມະຫາວິທະຍາໄລສ້າງຄູແຫ່ງຊາດ ວິທະຍາເຂດຈຳປາສັກ” ເພື່ອຕອບສະໜອງຄວາມຕ້ອງການດ້ານການສຶກສາ ແລະ ການກໍ່ສ້າງ-ພັດທະນາຄູໃນ 5 ແຂວງພາກໃຕ້.
ປັດຈຸບັນ, ວິທະຍາໄລຄູປາກເຊ ມີພະນັກງານ-ຄູອາຈານ ທັງໝົດ 149 ຄົນ (ຄູສອນ 132 ຄົນ), ໃນນັ້ນ ມີວຸດທິການສຶກສາລະດັບປະລິນຍາເອກ 3 ຄົນ, ປະລິນຍາໂທ 69 ຄົນ, ປະລິນຍາຕີ 60 ຄົນ ແລະ ກຳລັງສຶກສາຕໍ່ລະດັບປະລິນຍາເອກ-ໂທ ທັງພາຍໃນ ແລະ ຕ່າງປະເທດ ອີກ 21 ຄົນ. ຜົນການປະເມີນຕົນເອງພາຍໃນ (IQA) ຢ່າງຕໍ່ເນື່ອງໃນ 5 ປີຜ່ານມາ ມີທ່າອ່ຽງເພີ່ມຂຶ້ນຢ່າງຈະແຈ້ງ ໂດຍໃນປີ 2024 ໄດ້ຄະແນນສະເລ່ຍສູງເຖິງ 4.90 ຈາກ 5 ຄະແນນ, ສະແດງໃຫ້ເຫັນເຖິງມາດຕະຖານການບໍລິຫານ, ການພັດທະນາຫຼັກສູດ ແລະ ປະສິດທິຜົນການຮຽນ-ການສອນ.
ດ້ານໂຄງຮ່າງພື້ນຖານ, ວິທະຍາໄລມີອາຄານທັງໝົດ 33 ຫຼັງ ປະກອບມີ: ອາຄານຮຽນ, ຫໍພັກນັກສຶກສາ, ສະໂມສອນ, ຫໍສະໝຸດ, ພ້ອມທັງໂຮງຮຽນສາທິດ (ອະນຸບານ, ປະຖົມ, ມັດທະຍົມ) ຄົບຊຸດ; ມີຫ້ອງທົດລອງວິທະຍາສາດ (ຟີຊິກ, ເຄມີ, ຊີວະ, ການເພາະລ້ຽງເນື້ອເຍື່ອ), ຫ້ອງຮຽນຄອມພິວເຕີ, ກະດານອັດສະລິຍະ (Smart Board), ລະບົບຖານຂໍ້ມູນ TEMIS, e-file ແລະ ບໍລິການ Wi-Fi ຟຣີທົ່ວສະຖາບັນ. ໃນດ້ານການສອນ, ໄດ້ເປີດສອນຫຼັກສູດລະດັບປະລິນຍາຕີ (11 ຫຼັກສູດ) ແລະ ອະນຸປະລິນຍາ (2 ຫຼັກສູດ) ໃນຫຼາຍສາຂາວິຊາ ເຊັ່ນ: ຄູຄະນິດສາດ, ວິທະຍາສາດ, ພາສາອັງກິດ, ໄອຊີທີ, ກ່ອນໄວຮຽນ ແລະ ປະຖົມສຶກສາ ໂດຍມີນັກສຶກສາທັງພາກປົກກະຕິ ແລະ ພາກຕໍ່ເນື່ອງ ລວມ 810 ຄົນ. ນອກຈາກນີ້, ຍັງມີການເຊັນບົດບັນທຶກຄວາມ entendement/ຄວາມຮ່ວມມື (MOU) ທາງວິຊາການກັບ 7 ມະຫາວິທະຍາໄລ/ວິທະຍາໄລ ໃນຕ່າງປະເທດ ເຊັ່ນ: ໄທ, ຫວຽດນາມ, ກຳປູເຈຍ ແລະ ເປັນໜຶ່ງໃນເຄືອຂ່າຍ 17 ສະຖາບັນອຸດົມສຶກສາ ໃນພູມມີພາກລຸ່ມແມ່ນ້ຳຂອງ.
ຢ່າງໃດກໍຕາມ, ເພື່ອຮັບປະກັນການຍົກສະຖານະເປັນ “ມະຫາວິທະຍາໄລສ້າງຄູແຫ່ງຊາດ ວິທະຍາເຂດຈຳປາສັກ” ຢ່າງສົມບູນ, ວິທະຍາໄລຄູປາກເຊ ໄດ້ສະເໜີຕໍ່ຂັ້ນເທິງ ເພື່ອພິຈາລະນາປັບປຸງໂຄງປະກອບກົງຈັກການບໍລິຫານ ແລະ ແຕ່ງຕັ້ງຕຳແໜ່ງຜູ້ບໍລິຫານທີ່ຍັງວ່າງ; ເພີ່ມຈຳນວນຄູສອນໃຫ້ແກ່ໂຮງຮຽນສາທິດ (ປະຖົມ ແລະ ມັດທະຍົມ) ໃຫ້ພຽງພໍ; ສືບຕໍ່ລົງທຶນປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ (ອາຄານຮຽນ, ຫໍພັກ, ຫ້ອງປະຕິບັດການ) ໃຫ້ໄດ້ມາດຕະຖານ; ກະກຽມຄວາມພ້ອມດ້ານນິຕິກຳ ແລະ ວິຊາການ ເພື່ອກ້າວສູ່ການປະກາດເປັນ ມະຫາວິທະຍາໄລສ້າງຄູແຫ່ງຊາດ ວິທະຍາເຂດຈຳປາສັກ ໃນອະນາຄົດອັນໃກ້ນີ້.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ເນັ້ນບາງທິດທາງ ແລະ ມາດຕະການສຳຄັນ ດັ່ງນີ້: ດ້ານຄຸນນະພາບຄູ ແລະ ການບັນຈຸ: ຄູທຸກຄົນຕ້ອງໄດ້ຮັບການຝຶກອົບຮົມວິຊາຄູຢ່າງຖືກຕ້ອງ; ເນັ້ນແກ້ໄຂບັນຫາຄູອາສາຢ່າງຂາດຕົວ ໂດຍຜູ້ທີ່ຮຽນຄູມາຕ້ອງໄດ້ຮັບການບັນຈຸ; ຊຸກຍູ້ໃຫ້ຄູ-ອາຈານຍົກລະດັບວຸດທິການສຶກສາ (ປະລິນຍາໂທ-ເອກ) ເພື່ອເພີ່ມປະສິດທິພາບການສິດສອນ; ດ້ານການວາງແຜນ ແລະ ຈັດວາງໂຄຕ້າ: ກຳນົດໂຄຕ້າຮັບນັກສຶກສາໃໝ່ໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງ 5 ແຂວງພາກໃຕ້ (ຈຳປາສັກ, ອັດຕະປື, ສາລະວັນ, ເຊກອງ, ສະຫວັນນະເຂດ) ເພື່ອແກ້ໄຂບັນຫາຄູເກີນ ຫຼື ຂາດ; ຈັດວາງຄູໄປໃສ່ເຂດຫ່າງໄກສອກຫຼີກ; ດ້ານພື້ນຖານໂຄງລ່າງ ແລະ ການຄຸ້ມຄອງ: ວາງແຜນແມ່ບົດປັບປຸງຫໍພັກ-ຫ້ອງຮຽນ, ຖ້າບໍ່ພ້ອມໃຫ້ມອບໂຄຕ້າຄືນ ຫຼື ຂະຫຍາຍໄປຮຽນຢູ່ສະຖາບັນອື່ນ; ປັບສັດສ່ວນເພີ່ມການຮຽນ-ການສອນສາຍ STEM ແລະ ພາສາຕ່າງປະເທດ ທີ່ຍັງຂາດແຄນ; ດ້ານການບໍລິຫານ ແລະ ການຮວມໂຮງຮຽນ: ນຳໃຊ້ຍຸດທະສາດໂຮມໂຮງຮຽນເພື່ອຫຼຸດຄວາມຊ້ຳຊ້ອນ ແລະ ປັບປຸງໂຮງຮຽນທີ່ບໍ່ມີນັກຮຽນໃຫ້ເກີດປະໂຫຍດສູງສຸດ; ຫັນຈາກການເພິ່ງພາໂຄຕ້າຢ່າງດຽວ ມາເປັນການໂຮມໂຮງຮຽນ, ການສົ່ງເສີມ ແລະ ຄຸ້ມຄອງໂຮງຮຽນເອກະຊົນ, ການນຳຄູມາຝຶກອົບຮົມ ແລະ ການບໍລິຫານຈັດການໝູນວຽນຄູ; ເປົ້າໝາຍປີ 2030 ແລະ ເຕັກໂນໂລຊີ: ຕັ້ງເປົ້າແກ້ໄຂໂຮງຮຽນບໍ່ໄດ້ມາດຕະຖານ ຫຼື ບໍ່ມີຄູສອນໃຫ້ໝົດໄປພາຍໃນປີ 2030, ພ້ອມທັງເລັ່ງນຳໃຊ້ AI ແລະ ເຕັກໂນໂລຊີ ເຂົ້າໃນຫຼັກສູດການຮຽນ-ການສອນ ເພື່ອສະໜອງຂໍ້ມູນໃຫ້ວ່ອງໄວ ທັນກັບແຜນງົບປະມານຂອງລັດຖະບານ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ