Skip to main content

ທັບນັກກິລາບານເຕະ ເຈົ້າພາບ ຂໍພອນສິ່ງສັກສິດສ້າງຂວັນກຳລັງໃຈກຽມລ່າຫຼຽນຄຳ “ນະຄອນຫຼວງວຽງຈັນ ເກມ 2025”

10/11/2025

ທັບນັກກິລາບານເຕະ ເຈົ້າພາບ ນະຄອນຫຼວງວຽງຈັນ (ນວ) ນຳໂດຍ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ທ່ານ ບຸນລັບ ເຄນກິຕິສັກ ຫົວໜ້າຄູຝຶກໃຫຍ່ ທັບບານເຕະ ນວ ພ້ອມດ້ວຍຄະນະ ແລະ ນັກກິລາ ໄດ້ໄປກາບໄຫວ້ຂໍພອນສິ່ງສັກສິດຈາກເຈົ້າແມ່ສີເມືອງ ທີ່ວັດສີເມືອງ ແລະ ພຣະທາດຫຼວງວຽງຈັນ ໃນຕອນເຊົ້າວັນທີ 10 ພະຈິກ 2025 ເພື່ອຄວາມເປັນສີຣິມຸງຄຸນສ້າງຂວັນກຳລັງໃຈໃຫ້ທັບນັກກິລາ ກຽມຮ່ວມສ້າງຜົນງານໄລ່ລ່າຫຼຽນຄຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025.

ສຳລັບໂປຣແກຣມການແຂ່ງຂັນຂອງທັບນັກກິລາບານ ນວ ຖືກຈັດຢູ່ກຸ່ມ ຄ ຮ່ວມກັບ ແຂວງບໍ່ແກ້ວ, ແຂວງຫົວພັນ ແລະ ແຂວງອັດຕະປື ຊຶ່ງໃນຮອບຄັດເລືອກໃນນັດທຳອິດຈະລົງສະໜາມພົບກັບ ແຂວງອັດຕະປື ໃນວັນທີ 12 ພະຈິກ 2025 ເວລາ 15:00 ໂມງ, ນັດທີ 2 ເຈົ້າພາບ ນວ ຈະລົງສະໜາມພົບກັບ ແຂວງຫົວພັນ ໃນວັນທີ 14 ພະຈິກ 2025 ເວລາ 15:00 ໂມງ ແລະ ນັດສຸດທ້າຍ ເຈົ້າພາບ ນວ ຈະລົງສະໜາມ ພົບກັບ ແຂວງບໍ່ແກ້ວ ໃນວັນທີ 17 ພະຈິກ 2025 ເວລາ 15:00 ໂມງ ທັງ 3 ນັດ ຈະແຂ່ງຂັນທີ່ສະໜາມບານເຕະຫຍ້າທຽມ ລ້ານຊ້າງ ສະເຕດ້ຽມ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ພາບ-ຂ່າວ ໂດຍ: ສົງການ ພັນແພງດີ